ຕຳນານ ພະທາດປວກ ເມືອງຄອບ ແຂວງໄຊຍະບູລີ

ທາດປວກ ຕັ້ງຢູ່ບ້ານດອນມູນ, ເມືອງຄອບ, ຫ່າງຈາກເທດສະບານເມືອງຄອບ ປະມານ 3 ກິໂລແມັດ, ນັກທ່ອງທ່ຽວສາມາດໄປຊົມທາດປວກ ໂດຍໃຊ້ທາງລົດ.


ຕາມເຖົ້າແກ່ບູຮານ ໄດ້ເລົ່າສືບຕໍ່ກັນມາວ່າ: ມີນົກອິນຊີສອງຜົວເມຍ ໄດ້ຄາບກະດູກຂອງພະເຈົ້າຕົນບຸນອົງໜຶ່ງ ມາແຕ່ເມືອງນາລັນທາ ປະເທດອິນເດຍ ແລະ ໄດ້ບິນມາຈັບຢູ່ຕົ້ນໂພ (ບ່ອນທີ່ທາດປວກຕັ້ງຢູ່ປະຈຸບັນນີ້) ເມື່ອມາຮອດ  ກໍ່ພາກັນເອົາກະດູກດັ່ງກ່າວ ວາງໄວ້ເທິງງ່າຕົ້ນໂພ ແລ້ວພາກັນລົງໄປກິນນ້ຳຢູ່ໜອງເທົາ (ດົງໃຫຍ່ຂອງບ້ານດອນມູນ), ເມື່ອກັບຄືນມາຫາຕົ້ນໂພ ແລ້ວຊອກຫາກະດູກນັ້ນບໍ່ເຫັນ, ນົກທັງສອງ ຈຶ່ງເຊີນເອົາບັນດານົກຕ່າງໆ ທີ່ຢູ່ໃນປ່ານັ້ນມາຊອກຊ່ວຍ, ມີທັງນົກນ້ອຍ-ໃຫຍ່ ເປັນໝື່ນເປັນແສນໂຕ, ບິນເຈີດໄປເຈີດມາຢູ່ເທິງພູແຫ່ງນັ້ນ ແຕ່ກໍ່ບໍ່ເຫັນ.


ມີນາຍພານຄົນໜຶ່ງ ຊື່: ທ້າວ ມັງ ເປັນຄົນບ້ານດົງຖ້ຳທອງ, ໄດ້ໄປລ່າສັດຢູ່ບໍລິເວນນັ້ນ ລາວສັງເກດເຫັນນົກເປັນຈຳ ນວນຫຼວງຫຼາຍ ບິນເຈີດໄປ-ມາ ແລະ ສົ່ງສຽງຮ້ອງຟົດສະໜັ່ນຢູ່ບໍລິເວນດັ່ງກ່າວ, ລາວຈິ່ງພະຍາຍາມເຂົ້າໄປເບິ່ງ. ເມື່ອໄປຮອດ ລາວເຫັນປວກເປັນຈຳນວນຫຼວງຫຼາຍ ພາກັນຂົນດິນມາເຮັດຈອມປວກ, ລາວຈິ່ງເຂ່ຍດິນອອກ ແລະ ເຫັນກະດູກອັນໜຶ່ງ, ແຕ່ປວກກໍ່ຂົນດິນຖົມກະດູກນັ້ນຢ່າງໄວວາ. ເມື່ອເຫັນເຫດການປະຫຼາດຄືແນວນັ້ນ ລາວຈິ່ງກັບຄືນມາບ້ານ ເພື່ອນຳເອົາເຫດການດັ່ງກ່າວ ໄປກາບທູນຕໍ່ພະຍາເຈົ້າເມືອງ ຢູ່ບ້ານດົງຖ້ຳທອງ (ບ້ານມ່ວງໃນປະຈຸບັນ). ຈາກນັ້ນ, ພະຍາກໍ່ແຕ່ງຕັ້ງເສນາອາມາດ 3 ຄົນໄປເບິ່ງ ແລະ ກໍເຫັນປວກຂົນດິນມາເຮັດຈອມປວກສູງພຽງແອວ ແລະ ສືບຕໍ່ເຮັດໄປເລື້ອຍໆ.


ຈາກນັ້ນ, ເສນາອາມາດກໍ່ກັບມາກາບທູນລາຍງານຕໍ່ພະຍາເຈົ້າເມືອງ ຄື: ພະຍາຄອບຫານຈອມສັກ, ຫຼັງຈາກນັ້ນ ພະຍາຈິ່ງໄດ້ໄປເບິ່ງດ້ວຍໂຕເອງ ເມື່ອເຫັນເຫດການທີ່ແປກປະຫຼາດຄືແນວນັ້ນ ເພີ່ນຈິ່ງໄດ້ນຳພາບ່າວໄພ່ລາດສະດອນເມືອງຂອມໄຂ (ເມືອງຄອບໃນປະຈຸບັນ) ພ້ອມກັນມາກໍ່ທາດກວມຈອມປວກນັ້ນ ແລະ ໄດ້ເອົາແກ້ວເຄື່ອງວິເສດເຂົ້າໃສ່ຕື່ມ ໃນປີ ຄ.ສ. 1536. ເຊິ່ງກໍ່ດ້ວຍດິນຈີ່ ແລະ ປູນຂາວ, ຕີນທາດ 4 ວາມົນທົນ, ສູງ 2 ວາເຄິ່ງ, ມີ 7 ຊັ້ນແທ່ນ. ໃນລະຫວ່າງປີ 1920–1923 ຊາວເມືອງຄອບ ໄດ້ປະຕິສັງຂອນພະທາດໃຫ້ສວຍງາມ ແລະ ໃຫຍ່ກວ່າເກົ່າ ໂດຍແມ່ນພະຍາອິນ ເປັນຜູ້ນຳພາ. ຕີນທາດເປັນ 4 ຫຼ່ຽມມົນທົນ ແຕ່ລະເບື້ອງແທກໄດ້ 12ແມັດ, ສູງ 14 ແມັດ 90 ຊັງຕີແມັດ. ຊາວເມືອງຄອບ ໄດ້ຖືເອົາທາດລູກນີ້ ເປັນທາດຫຼັກເມືອງ, ແຕ່ລະປີໄດ້ພ້ອມກັນມາເຮັດບຸນສິນກິນທານ ໃນເດືອນ 6 ເພັງທຸກໆປີ (ເດືອນເມສາ) ເພື່ອຂໍຟ້າຂໍຝົນ ໃຫ້ການຜະລິດມີຄວາມອຸດົມສົມບູນ ແລະ ປະຊາຊົນຢູ່ເຢັນເປັນສຸກ.

ປະທານ ສຸພານຸວົງ ໄດ້ສ້າງຕັ້ງ ກອງທະຫານ “ໄຊຈັກກະພັດ” ໃນປີ 1947 ຄົບຮອບ 71 ປີ (1947 – 2018).

ໃນຍາມແລງ ຫົວຄໍ່າວັນຫນຶ່ງ ອັນຮ້ອນເອົ້າ ໃນປີ 1947
ຢູ່ທີ່ໂຮງ ບາງກະປິ ໃນບາງກອກ ປະເທດໄທ
ເຊິ່ງເປັນສະຖານທີ່ ພຳນັກພັກເຊົາ ຂອງ ສະເດັດເຈົ້າ ສຸພານຸວົງໄດ້ມີ ຊາຍຫນຸ່ມ ຄົນຫນຶ່ງ ຮູບຮ່າງຜອມບາງ ສູງໂປ່ງຂໍເຂົ້າພົບ ສະເດັດເຈົ້າ ສຸພານຸວົງ ທີ່ພວມຮັບປະທານ ອາຫານຄໍ່າ ກັບຄອບຄົວຢູ່.ຊາຍຫນຸ່ມ ຄົນນັ້ນ ໄດ້ມອງເຫັນພາເຂົ້າ ແບບ ສະມະຖະ ງ່າຍດາຍ ຢູ່ເທິງໂຕະອາຫານ
ຂອງ ຜູ່ນຳຮັກຊາດລາວ ທີ່ຊື່ສຽງໂດ່ງດັງ ທີ່ສຸດເປັນຄັນທຸງ ຂອງການຕໍ່ສູ້ເພື່ອ ເອກະລາດ ຢ່າງສະເຫມີຕົ້ນ ສະຫມີປາຍຂອງ ປະຊາຊົນລາວ ທຸກເຜົ່າ ໃນເວລານັ້ນ.

ທ່ານ ຈະເລີນ ພວງຈັນ ອະດີດສະມາຊິກສະພາປະຊາຊົນສູງສຸດ ເລົ່າ ໃຫ້ຟັງວ່າ:
“ລາວອິດສະຫຼະ ເມື່ອອົບພະຍົບໄປຢູ່ເມືອງໄທແລ້ວ ກໍຕ້ອງທຳມາຫາກິນລ້ຽງຊີບ ບາງຄົນມີວິຊາອາຊີບ ແລະ ມີເງິນຄຳຕິດຕົວໄປນຳ ກໍອາໄສຫາກິນດ້ວຍການເຮັດທຸລະກິດເລັກນ້ອຍ, ພວກທີ່ເປັນແພດ ຫາກິນໄດ້ສະດວກແດ່, ບາງຄົນກໍໄປເຮັດກຳມະກອນປັ້ນດິນຈີ່, ເຜົາຖ່ານຂາຍ, ແຕ່ສ່ວນຫຼາຍເຮັດສວນປູກຝັງ ແລະ ໃຊ້ເຫື່ອແຮງຂອງຕົນຮັບຈ້າງອື່ນໆ.


ຕະຫຼອດເວລານັ້ນ ລັດຖະບານລາວອິດສະຫຼະ ກໍສະເໜີຕໍ່ສະຫະປະຊາຊາດ ຂໍໃຫ້ປະເທດລາວເປັນເອກະລາດ ແຕ່ບໍ່ຮູ້ວ່າເວລາໃດຈະໄດ້. ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍບໍຍອມປະວາງພາລະກິດຕໍ່ສູ້ປົດປ່ອຍຊາດ. ເຈົ້າສຸພານຸວົງ ກໍບໍ່ຍອມປະລະພາລະກິດຕໍ່ສູ້ກູ້ຊາດ, ເຖິງວ່າພວກເຮົາຈະຂາດເຂີນທຸກສິ່ງທຸກຢ່າງ ເປັນຕົ້ນແມ່ນການຫາລ້ຽງຊີບກໍຕາມ ແຕ່ເຈົ້າສຸພານຸວົງ ໄດ້ໃຊ້ຈ່າຍສິ່ງທີ່ເພິ່ນມີຕິດຕົວໄປນໍາ, ເພິ່ນໄດ້ຊອກຫາການຊ່ວຍເຫຼືອກັບບັນດາບຸກຄົນໄທ ແຕ່ກໍລຳບາກທີ່ສຸດ ແລະ ກໍບໍ່ສຳເລັດຜົນ, ແຕ່ກໍເປັນຈັ່ງບຸນ ເຈົ້າສຸພານຸວົງ ໄດ້ພົບທ່ານຜູ່ໜຶ່ງ ທີ່ເປັນເຊື້ອຊາດເຈົ້າລາວ ຂອງ ອານາຈັກລ້ານຊ້າງວຽງຈັນ (ເກົ່າ), ຜູ່ນັ້ນແມ່ນທ່ານ ພາສິດ ສຸດທິສານ ເຊິ່ງເປັນຂັ້ນເຫຼັນຫຼອດຂອງພະເຈົ້າອະນຸວົງ ທີ່ຖືກໄທ ສະຫຍາມ ກວາດຕ້ອນເອົາລົງໄປເມືອງໄທ ພ້ອມກັບພະເຈົ້າອະນຸວົງ. ທ່ານຜູ່ນີ້ເຫັນອົກເຫັນໃຈລາວອິດສະຫຼະ ທີ່ຕໍ່ສູ້ເພື່ອປົດປ່ອຍຊາດ ຍາດເອົາເອກະລາດມາມືດັ່ງດຽວກັນກັບພະເຈົ້າອະນຸວົງ ອົງເປັນບັນພະບູຣຸດຂອງຕົນໄດ້ກະທຳໃນອະດີດ (ປີ 1826-1829).


ທ່ານ ພາສິດ ສຸດທິສານ ຍັງໄດ້ນໍາພາ ເຈົ້າສຸພານຸວົງ ວິ້ງເຕັ້ນຊອກຫາການຊ່ວຍເຫຼືອຢູ່ເມືອງໄທ ແລະ ໄດ້ໄປພົວພັນກັບເຈົ້າເມືອງ ຊຽງຕຸງ (ມຽນມາ) ເຊິ່ງເປັນເຊື້ອຊາດລາວ ທີ່ສືບເຊື້ອສາຍມາແຕ່ສະໄໝຂອງ ຂຸນບູຣົມ ຣາຊາທິຣາດ. ເຈົ້າເມືອງຊຽງຕຸງ ໄດ້ຮັບຕ້ອນເຈົ້າສຸພານຸວົງ, ທ່ານ ພາສິດ ສຸດທິສານ ແລະ ຂ້າພະເຈົ້າ ( ໝາຍເຖິງທ່ານ ຈະເລີນ ພວງຈັນ ) ດ້ວຍຄວາມອົບອຸ່ນເປັນຢ່າງດີ, ທັງປະຊາຊົນເມືອງຊຽງຕຸງ ກໍຮັບຕ້ອນພວກເຮົາ ໃຫ້ພັກເຊົາເຮືອນຂອງເຂົາເຈົ້າ ທັງລ້ຽງເຂົ້າປາອາຫານ ດ້ວຍຄວາມຮັກແພງ ແລະ ສະໜິດສະໜົມ.


ຕໍ່ມາ ຂ້າພະເຈົ້າ ກໍໄດ້ໄປພັກເຊົາຢູ່ກັບທ່ານ ພູມີ ວົງວິຈິດ ແລະ ຄອບຄົວຂອງເພິ່ນທີ່ເມືອງຊຽງແສນ ແລະໄດ້ພາກັນເຮັດສວນຢາສູບຂາຍ ຢູ່ປາກຫ້ວຍນໍ້າຄຳ ຂ້າງໃຕ້ເມືອງຊຽງແສນ. ກ່ຽວກັບຊີວິດການເປັນຢູ່ຂອງລາວອິດສະຫຼະໃນເວລານັ້ນ ແມ່ນພົບກັບຄວາມຂາດເຂີນໄປຊັກໄຊ້, ເງິນຄໍາ ທີ່ຕິດໄປນໍາ ກໍໄດ້ໃຊ້ຈ່າຍໄປໝົດແລ້ວ, ຫາວຽກເຮັດກໍຍາກລໍາບາກ ແລະ ບາງເທື່ອກໍບໍ່ໄດ້ເຮັດຊໍ້າ. ສະເພາະຢ່າງຍິ່ງ ຫລັງຈາກສົງຄາມໂລກຄັ້ງທີສອງມານີ້ ໄດ້ນໍາເອົາຄວາມພິນາດ ອຶດຢາກມາສູ່ສັງຄົມມະນຸດ ຈົນກະທັ້ງມີກໍາມະກອນຢູ່ເມືອງໄທ ຕ້ອງໄດ້ນຸ່ງກະເປົາປ່ານກໍມີ.”

ເວລານັ້ນ ຢູ່ລາວ ການຕໍ່ສູ້ ດ້ວຍອາວຸດ ລະຫວ່າງ ທະຫານ ຝຣັ່ງ ແລະ ກອງຫລອນ ຝຣັ່ງ-ລາວ ກັບ ກຳລັງປະກອບ ອາວຸດ ຂອງປະຊາຊົນລາວທຸກເຜົ່າ ທີ່ຈັດຕັ້ງກັນເອງ ກະແຈກກະຈາຍນັ້ນ ໄດ້ເກີດຂຶ້ນ ຢ່າງບໍ່ຂາດສາຍ ແຕ່ເຫນືອຮອດໃຕ້.
ນໍ້າໃຈ ຮັກຊາດ ຮັກເອກະລາດ ຂອງທຸກຊົນເຜົ່າ ລວມທັງຄົນລາວຕ່າງດ້າວ ໄດ້ພຸ່ງຂຶ້ນສູງ ເຊິ່ງສະແດງອອກ ໃນການຈັດຕັ້ງ ຫນ່ວຍປະກອບ ອາວຸດ ນັບຈຳນວນບໍ່ຖ້ວນ ຢູ່ໃນ ທຸກພາກ ທົ່ວປະເທດ ທີ່ໂຈມຕີ ທະຫານ ຝຣັ່ງ ແລະ ພວກຂາຍຊາດ ຢ່າງບໍ່ຢຸດຢັ້ງ ຫວັງຊ່ວຍກັນ ຍາດເອົາເອກະລາດ ອັນສົມບູນ ມາໃຫ້ບ້ານເມືອງ…

ໃນ ສະພາບການ ຄື ແນວນີ້ ທີ່ ຊາຍຫນຸ່ມ ຜູ່ຮ່າງ ຜອມບາງ ສູງໂປ່ງ ຜິວກໍ່າຄົນນັ້ນ ໄດ້ຂໍເຂົ້າເຝົ້າ ສະເດັດ ຢູ່ບາງກອກ. ເມື່ອຖືກເຊີນ ເຂົ້າມາ ຊາຍຫນຸ່ມ ໄດ້ນັ່ງລົງພື້ນກາບ ສະເດັດເຈົ້າ ສຸພານຸວົງ ຕາມທຳນຽມ ລາວ ສະໄຫມນັ້ນ ແຕ່ ສະເດັດ ໄດ້ບອກ ໃຫ້ ຊາຍຫນຸ່ມລຸກຂຶ້ນ ພ້ອມກັບ ຖາມວ່າ: “ກິນເຂົ້າແລ້ວບໍ່?”
ຊາຍຫນຸ່ມ ໄດ້ເລົ່າໃຫ້ ສະເດັດ ຟັງວ່າ ຕົນເອງມາແຕ່ ປາກເຊ ແລະ ຢາກເຂົ້າຮ່ວມ ຂະບວນການກູ້ຊາດ ຂອງສະເດັດເຈົ້າ ສຸພານຸວົງ ແລະໄດ້ນຳປັດໄຈ ຈຳນວນຫນຶ່ງ ມາມອບໃຫ້ ສະເດັດ ເພື່ອປະກອບສ່ວນ. ຊາຍຫນຸ່ມ ທີ່ມີທ່າທີ ສະຫງົບ ສຳລວມ ອາຍຸ 23 ຄົນນັ້ນ ຊື່ ຄຳໄຕ ສີພັນດອນ!

ພັກຢູ່ ບາງກອກ ໄລຍະຫນຶ່ງ ທ່ານ ຄຳໄຕ ສີພັນດອນ ໄດ້ກັບຄືນປະເທດ ພ້ອມ ຄຳສັ່ງ ຂອງ ສະເດັດເຈົ້າ ສຸພານຸວົງ ເຖິງກອງກຳລັງຮັກຊາດ ຂອງ ທ່ານ ສີທົນ ກົມມະດຳ ທ່ານ ສະຫມານ ວິຍະເກດ ແລະ ກອງອື່ນໆ ທີ່ ເຄື່ອນໄຫວຕໍ່ສູ້ ຕ້ານ ຝຣັ່ງ ຢູ່ ພາກກາງ ແລະພາກໃຕ້ ຂອງລາວ ວ່າ:

1. ເຕົ້າໂຮມກັນ ເຂົ້າເປັນ ກອງຫນຶ່ງດຽວ ໃສ່ຊື່ວ່າ ກອງທະຫານ “ໄຊຈັກກະພັດ” ໂດຍແຕ່ງຕັ້ງ ທ່ານ ສີທົນ ກົມມະດຳ ເປັນຫົວຫນ້າ ທ່ານ ຄຳໄຕ ສີພັນດອນ ເປັນຮອງ ຝ່າຍການທະຫານ ແລະ ທ່ານ ສະຫມານ ວິຍະເກດ ເປັນຮອງ ຝ່າຍການເມືອງ.
2. ສືບຕໍ່ ສ້າງກຳລັງ ໃຫ້ເຕີບໃຫຍ່ ເຂັ້ມແຂງ ສ້າງຖານທີ່ຫມັ້ນ ແລະ ໂຈມຕີສັດຕູ ຢ່າງຕໍ່ເນື່ອງ.
ສະເດັດເຈົ້າ ສຸພານຸວົງ ໄດ້ອະທິບາຍວ່າ ກອງທະຫານ “ໄຊຈັກກະພັດ” ຕ້ອງສຶບທອດ ມູນເຊື້ອ ວິລະກຳ ຂອງບັນພະບຸລຸດລາວ ວິລະຊົນ ແລະມີໄຊ ໃນການປົກປັກຮັກສາ ເອກະລາດ ຄືກັບທະຫານລາວ ໃນອະດີດ ຂອງ ພະເຈົ້າໄຊຈັກກະພັດ ໃນປະຫວັດສາດລາວ (ຊື່ ໄຊຈັກກະພັດ ແປວ່າ ເຈົ້າຊີວິດລາວ ທີ່ບໍ່ເຄີຍ ປະລາໄຊ ໃນການຮົບ) ແລະ ຍັງມີຄວາມຫມາຍ ໃຫມ່ ແປວ່າ ເອົາຊະນະ ພວກຈັກກະພັດນິຍົມ.

13 ສິງຫາ 1950 ກອງທະຫານ “ໄຊຈັກກະພັດ” ໄດ້ໂຮມກັບ ກອງ “ລາດຊະວົງ” ເປັນແກ່ນສານ ຂອງ ກອງທັບປະຊາຊົນລາວ ພິລະອາດຫານ ໃນທຸກມື້ນີ້.

ກອງພັນ 705, ບັນຊາໂດຍ ທ່ານພົນຕີ ສາຍສະໝອນ ອ່ອນມະນີວັນ, ເປັນກອງພັນທີ່ສືບທອດ ມາຈາກ ກອງທະຫານ “ໄຊຈັກກະພັດ” ແມ່ນ ກອງພັນ ທີ່ຖ້າໄດ້ຕີແລ້ວ ມີແຕ່ໄຊຊະນະເທົ່ານັ້ນ.

ທ່ານ ສີທົນ ກົມມະດຳ ທ່ານພົນເອກ ຄຳໄຕ ສີພັນດອນ ທ່ານພົນໂທ ສະຫມານ ວິຍະເກດ ທ່ານພົນໂທ ດວງໃຈ ພິຈິດ ບັນດາ ນາຍແລະພົນທະຫານ ວິລະຊົນ ຂອງ ກອງທະຫານ “ ໄຊຈັກກະພັດ” ທີ່ໄດ້ເສຍສະຫລະ ຊີວິດ ເລືອດເນື້ອ ເຫື່ອແຮງ ເພື່ອ ບ້ານເມືອງລາວ ຈະຖືກຈາລຶກໄວ້ ໃນດວງໃຈ ຂອງ ປະຊາຊົນລາວ ທຸກເຜົ່າ ຕະຫລອດໄປ !

ຂອບໃຈຂໍ້ມູນຈາກເພຈ: Prince Souphanouvong

 

ປະຫວັດ ກອງທັບປະຊາຊົນລາວ ຄົບຮອບ 69ປີ (20/ 1/1949 – 20/1/2018)

ວັນທີ 20 ມັງກອນ ແມ່ນວັນສ້າງຕັ້ງກອງທັບປະຊາຊົນ ລາວອັນເປັນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາທີ່ຫມູນວຽນມາຄົບຮອບ 69ປີ ( 20/ 1/1949 – 20/1/2018) ບົນເສັ້ນທາງແຫ່ງ ການສ້າງ ຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ກອງທັບເຮົາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະຫລະນາໆປະການຕໍ່ສູ້ເພື່ອຊາດເພື່ອປະຊາຊົນ, ຕີ ຊະນະສັດຕູທີ່ໃຫຍ່ໂຕ, ເຂັ້ມແຂງກ່ວາພວກເຮົາບໍ່ຈັກເທົ່າໃດທົບ, ປົດປ່ອຍປະເທດ ຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ສົມຊື່ວ່າ: “ກອງທັບ ວິລະຊົນຂອງຊາດລາວວິລະຊົນ, ຄົນລາວພິລະອາດຫານ”.

ປະຫວັດສາດແຫ່ງການກຳເນີດເກີດຂຶ້ນຂອງກອງທັບປະຊາຊົນລາວແຕ່ທ້າຍສະຕະ ວັດທີ 19 ເຖິງຕົ້ນສະຕະວັດທີ 20 ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຢຶດ ຄອງລາວໃນປີ 1893; ແລ້ວດຳເນີນການກົດຂີ່ຂູດຮີດປະຊາຊົນລາວຢ່າງແສນສາຫັດ, ດ້ວຍຈິດ ໃຈທີ່ບໍ່ຍອມເປັນຂ້ອຍຂ້າຈຶ່ງໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນ ແລະ ຕີນມືຂອງພວກເຂົາດ້ວຍຫລາຍຮູບການ, ຫລາຍລະດັບຈົນເຖິງການຕໍ່ສູ້ດ້ວຍອາວຸດ ໃນນັ້ນມີຫລາຍຂະບວນການທີ່ພົ້ນເດັ່ນຂຶ້ນເຊັ່ນ: ການຕໍ່ສູ້ດ້ວຍອາວຸດຂອງປະຊາຊົນ ອູເຫນືອ, ອູໃຕ້ຂອງເຈົ້າ ວັນນະພູມ (1899-1910) ອົງແກ້ວ, ອົງກົມມະດຳຢູ່ດົງບໍລິເວນ (1901-1937) ການຕໍ່ສູ້ຂອງປະຊາຊົນເຜົ່າຕ່າງໆຢູ່ແຂວງ ສະຫວັນນະເຂດ.

ພາຍໃຕ້ການນຳພາຂອງພໍ່ກະດວດ ( 1901-1902 ) ການ ຕໍ່ສູ້ຂອງເຜົ່າມົ້ງພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈຢູ່ ພາກເຫນືອຂອງ ລາວ (1918-1922) ການຕໍ່ສູ້ຂອງຄູ ຄຳຢູ່ວຽງຈັນ (1920) ການຕໍ່ສູ້ຂອງປະຊາຊົນຜົ້ງສາລີ ພາຍໃຕ້ການນຳພາຂອງອົງແສນ (1915-1927) ການຕໍ່ສູ້ ຂອງເຜົ່າລື້ເມືອງສິງ (1914-1918) ແລະ ອື່ນໆ… ແຕ່ບໍ່ໄດ້ຮັບໄຊຊະນະຢ່າງເດັດຂາດ, ຍ້ອນບໍ່ທັນມີພັກ ມາກ – ເລ ນິນນຳພາ, ບໍ່ທັນມີແນວທາງທີ່ຖືກຕ້ອງ, ບໍ່ທັນມີກອງທັບ ປະຕິວັດທີ່ເອກະພາບ ແລະ ສະພາບສາກົນບໍ່ທັນເອື້ອອຳນວຍ.

ມາເຖິງວັນທີ 3/2/1930 ພາຍໃຕ້ການນຳພາຂອງປະທານໂຮ່ຈິມິນ, ພັກກອມມູນິດ ອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ຮັບເອົາພາລະກຳປະຫວັດສາດແຫ່ງການນຳພາ ການປະຕິວັດຂອງ 3 ປະເທດອິນດູຈີນ. ພັກໄດ້ມີແນວທາງ, ຈຸດໝາຍ, ວິທີການຕໍ່ ສູ້ອັນຖືກ ຕ້ອງເຮັດໃຫ້ຂະບວນການປະຕິວັດຂະຫຍາຍຕົວຂຶ້ນດ້ວຍຄຸນນະພາບໃຫມ່.

ເດືອນສິງຫາປີ 1945 ກອງທັບແດງໂຊວຽດໄດ້ຜາບແພ້ພວກຟາດຊິດເຢຍລະມັນຜູ້ຮຸກ ຮານເຮັດໃຫ້ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945 ຢູ່ຫວຽດນາມກໍ່ຄືຢູ່ລາວພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ເຮັດໃຫ້ ຈັກກະພັດຝຣັ່ງປະລາໄຊ ແລະ ຍອມຈຳນົນ. ກຳເອົາກາລະໂອກາດປະຫວັດສາດທີ່ອຳ ນວຍ, ຄະນະພັກແຄວ້ນລາວໄດ້ຕັດສິນໃຈນຳພາ ປະຊາຊົນລຸກຮື້ຂຶ້ນຢຶດອຳນາດ ທົ່ວປະເທດໃນວັນທີ 12 ຕຸລາ 1945 ແລະ ໄດ້ສ້າງຕັ້ງລັດຖະບານລາວອິດສະຫລະຂຶ້ນ ທີ່ນະຄອນ ຫລວງວຽງຈັນ. ສະເດັດເຈົ້າ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີຕ່າງ ປະເທດ ແລະ ເປັນຜູ້ບັນຊາການກອງທັບລັດຖະບານລາວອິດສະຫລະ


ພາຍຫລັງທີ່ປວງຊົນເຮົາຍາດໄດ້ອຳນາດມາໄດ້ບໍ່ພໍເທົ່າໃດພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວອີກຄັ້ງໃຫມ່. ດ້ວຍຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດອັນສູງສົ່ງປະຊາຊົນລາວໄດ້ລຸກຂຶ້ນຕໍ່ສູ້ ກັບພວກລ່າເມືອງຂຶ້ນຝຣັ່ງອີກຄັ້ງໃຫມ່. ເດັ່ນກ່ວາຫມູ່ແມ່ນ ບັ້ນຮົບທ່າແຂກໃນວັນທີ 21 ມີນາ 1946, ບັນຊາໂດຍສະເດັດເຈົ້າ ສຸພານຸວົງ ໄດ້ສູ້ຮົບຢ່າງດຸເດືອດກັບຝຣັ່ງ, ກອງ ທັບປະສົມລາວ-ຫວຽດນາມພ້ອມກັບປະຊາຊົນໄດ້ມີການເສຍສະຫລະຢ່າງໃຫຍ່ຫລວງ, ສະເດັດເຈົ້າ ສຸພານຸວົງ ກໍ່ຖືກບາດເຈັບສາຫັດ; ຍ້ອນເຫລັກຫລາຍກ່ວາຖ່ານລັດຖະ ບານລາວອິດສະຫລະໄດ້ອົບພະຍົບໄປຢູ່ປະເທດໄທ.

ຕໍ່ຈາກນັ້ນຄະນະລັດຖະບານລາວອິດສະຫລະຈຳນວນຫນຶ່ງກໍ່ຍອມຈຳນົນຕໍ່ຝຣັ່ງ. ອີກຈຳນວນຫນຶ່ງນຳໂດຍສະເດັດເຈົ້າສຸພານຸວົງໄດ້ ເຫັນທິດໄປສູ່ຊົນນະບົດ, ເຂດພູດອຍ ປຸກລະດົມປະຊາຊົນເຜົ່າຕ່າງໆກໍ່ສ້າງ ແລະ ຈັດຕັ້ງເຂດທີ່ຫມັ້ນ, ຂະຫຍາຍສົງຄາມກອງ ຫລອນປະສານສົມທົບຢ່າງແຫນ້ນແຟ້ນກັບການຕໍ່ສູ້ຂອງກອງທັບ ແລະ ປະຊາ ຊົນຫວຽດນາມ, ກຳປູເຈຍອ້າຍນ້ອງ, ຈັດຕັ້ງກອງໂຄສະນາປະ ກອບອາວຸດຂຶ້ນທັງໂຄ ສະນາປຸກລຸກປະຊາຊົນກໍ່ສ້າງຮາກຖານການເມືອງຈັດຕັ້ງກຳລັງປະກອບອາວຸດຂຶ້ນຢ່າງ ຕໍ່ເນື່ອງ, ຂະບວນການຕໍ່ຕ້ານໄດ້ຂະຫຍາຍກວ້າງຂວາງອອກທົ່ວປະເທດ, ຮາກຖານ ການເມືອງກໍ່ເຕີບໃຫຍ່ຂະຫຍາຍຕົວຂຶ້ນ, ຫລາຍທ້ອງຖິ່ນໄດ້ຈັດຕັ້ງກຳລັງປະກອບອາ ວຸດໃນລະດັບກອງຮ້ອຍຂຶ້ນຄື: ກອງປັດໃຈຢູ່ຊຽງຂວາງ, ກອງຟ້າງຸ່ມຢູ່ວຽງຈັນ, ກອງໄຊ ເສດຖາຢູ່ພາກກາງ, ກອງໄຊຈັກກະພັດ ຢູ່ພາກໃຕ້… ເຮັດໃຫ້ຮູບຖານສົງຄາມແບບ ຊ້ອນແຂ້ວຫວີລະຫວ່າງເຮົາກັບສັດຕູໄດ້ປະກົດຂຶ້ນຢ່າງເດັ່ນຊັດ.

ປະຕິບັດຕາມມະຕິຕົກລົງຂອງສູນກາງພັກກອມມູນິດອິນດູຈີນຢູ່ເຂດທີ່ຫມັ້ນຕາແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງ ຫົວພັນ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫລະຂຶ້ນຢ່າງເປັນ ທາງການໃນວັນທີ 20 ມັງກອນ ປີ 1949 ຊຶ່ງແມ່ນກອງທັບປະຊາຊົນລາວໃນປະຈຸບັນ ໂດຍໃສ່ຊື່ວ່າ: “ກອງລາດສະວົງ” ຊຶ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດ ແລະ ບັນຊາໂດຍກົງ. ນັບແຕ່ນັ້ນມາໄດ້ຖື ເອົາວັນທີ 20 ມັງກອນ ປີ 1949 ເປັນວັນສ້າງຕັ້ງກອງທັບປະຊາຊົນລາວ (ວັນທີ 1/10/1965 ໄດ້ປ່ຽນຊື່ມາ ເປັນກອງທັບ ປົດປ່ອຍ ປະຊາຊົນລາວ ແລະ ວັນທີ 16/7/1982 ປ່ຽນຊື່ມາເປັນ ກອງທັບປະຊາຊົນ ລາວຈົນເຖິງປະຈຸບັນ).

ກອງທັບປະຊາຊົນລາວໄດ້ກຳເນີດເຕີບໃຫຍ່ພາຍໃຕ້ການ ຊີ້ນຳ-ນຳພາ ແລະ ການສຶກສາອົບຮົມຈາກພັກ; ເປັນຂີດ ຫມາຍໃຫມ່ ແລະ ແມ່ນບາດກ້າວກະໂດດທີ່ສຳຄັນທີ່ຢັ້ງ ຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ແມ່ນການເຕີບໃຫຍ່ເຂັ້ມແຂງ ຂອງກອງກຳ ລັງປະກອບ ອາວຸດປະຕິວັດ, ເປັນການສືບທອດມູນເຊື້ອພິລະອາດຫານຂອງບັນພະບຸລຸດຂອງລາວ. ຍິ່ງຕີກໍ່ຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍ່ຍິ່ງ ເຕີບໃຫຍ່ເຂັ້ມແຂງ, ການປະຕິວັດກ້າວຂຶ້ນຮອດ ບ່ອນໃດກອງທັບເຮົາກໍ່ຂະຫຍາຍຕົວຮອດບ່ອນນັ້ນ, ເປັນກຳລັງຫລັກ ແຫລ່ງໃຫ້ ຂະບວນ ການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມສົມ ບູນພູນສຸກ ແລະ ຄວາມວັດທະນາຖາວອນຂອງປະເທດ ຊາດຢ່າງແທ້ຈິງ.

ປະຫັວດຄວາມເປັນມາຂອງຮອຍພຣະບາດໂພນສັນ.

ຮອຍພຣະບາດໂພນສັນເປັນປູສະນີຍະວັດຖຸ ອັນສຳຄັນປະການໜື່ງ ຊີ່ງພຸດທະສາຊະນິກະຊົນ ທັງພາຍໃນແລະຕ່າງປະເທດ ຕ່າງກໍ່ເຄົາລົບນັບຖື ເພື່ອລະນຶກເຖີງຄຸນຂອງພຣະພຸດທະເຈົ້າ ພະທຳມະເຈົ້າ ພະສັງຄະເຈົ້າ ເຊິ່ງເປັນຜູ້ມີອຸປະກາລະຄຸນ ໃຫ້ແກ່ມະນຸດເຮົາ ພະຍາຍາມສອນໃຫ້ພວກເຮົາທັງຫຼາຍ ໃຫ້ລຸດພົ້ນອອກຈາກຕັນຫາ ເຄື່ອງຜູກພັນຕ່າງໆ ນາໆ ທີ່ຜູ້ຮັດຈິດໃຈຊອງມະນຸດ , ສັດທັງຫຼາຍ ໃຫ້ຈົມຢູ່ໃນວັດຕະສົງສານ ແລະໃຫ້ມະນຸດຄົນ ສັບພະສັດທັງຫຼາຍ ຕ່າງໆ ນາໆ ໃດ້ມີໂອກາດ ເຮັດຄຸນງາມຄວາມດີ ທຳບຸນໃຫ້ທານ ມີເມດຕາກາລຸນາ ມຸທຸຕາອຸເປກຂາ ຕາມຄຳສອນໃນພຣະພຸດທະສາສະໜາ.


ຮອຍພຣະພຸດທະບາດໂພນສັນ ປະດິດສະຖານຢູ່ພະລານຫິນ ໂຄກຈິກວຽງງົວ ໃນເຂດບ້ານພະບາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ ອັນເປັນສິ່ງສິ່ງທີ່ນຳຄວາມເຫຼື້ອມໃສຂອງບັນດາຊາວພຸດທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າເປັນທີ່ປະດິດສະຖານ ຮອຍພຣະບາດ ຂອງພຣະພຸດທະເຈົ້າ ຄືເມື່ອຕອນພຣະອົງຊົງຍັງມີ ພຣະຊົນມາຍຸ ຢູ່ ພຣະອົງໃດ້ສະເດັດມາປະທານຮອຍພຣະບາດໃວ້ ເພື່ອໃຫ້ປະນະສັດທັງຫຼາຍ ທີ່ມີຄວາມເຫຼື້ອມໃສໃນພຣະອົງ ໃດ້ຂາບໄຫວ້ ດວ້ຍລິດເດດປາຣະມີ ຂອງພຣະພຸດທະອົງ ສະຖານທີ່ແຫ່ງນີ້ຈື່ງບໍຖືກທຳລາຍ.


ພຣະພຸດທະບາດໂພນສັນ ໝາຍຄວາມວ່າ ຮອຍພຣະບາດ ຫຼື ວ່າຮອຍຕີນທີ່ພຣະພຸດທະອົງປະທັບໃວ້ ໃນສະຖານທີ່ ທີ່ພຣະອົງ ນັ່ງສັນເຂົ້ານັ້ນເອງ ເພາະບໍລິເວນໃກ້ກັນນີ້ ມີໂພນດີນປົນຫິນ ແລະ ຊາຍສູງໃຫ່ຍ ຢູ່ແຄມແມ່ນຳ້ຂອງ ຫ່າງຈາກທີ່ປະດິດສະຖານຮອຍພຣະພຸດທະບາດ ໃປທາງທິດໃຕ້ປະມານ 2 ກິໂລແມັດ ຍູຮານນະການຈື່ງໃດ້ກ່າວເອີ້ນກັນມາວ່າ ຮອຍພຣະບາດໂພນສັນ ຮວມເອົາຊື່ທັງສອງແຫ່ງມາເຂົ້າກັນ ເພື່ອໃຫ້ຈື່ຈຳໃດ້ງ່າຍ.

ຂໍ້ມີຈາກ: ທ່າພະບາດລີວິວ

ປະຫວັດ ພະທາດອິງຮັງ

That Ing Hang, Savannakhet year 1951.
ທາດອິງຮັງ ຫຼື ຄົນທົ່ວໄປມັກຮ້ອງວ່າ ອິນຮັງ ເປັນປູຊະນິຍະສະຖານເກົ່າແກ່ທີ່ສັກສິດ ແລະ ສຳຄັນ ເປັນທີ່ເຊີດໜ້າຊູຕາທາງວັດທະນະທຳຂອງແຂວງສະຫວັນນະເຂດ ພຣະທາດໜ່ວຍນີ້ຖືກສະຫຼັກດ້ວຍລວດລາຍສິລະປະກຳສະໄໝບູຮານ ແລະ ຮັກສາໄວ້ ໂດຍບໍ່ຖືກທຳລາຍຈາກອຳນາດ ຫຼື ອິດທິພົນໃດຈັກເທື່ອ ນອກຈາກການເວລາເທົ່ານັ້ນ ແຕ່ກໍຖືກປະຕິສັງຂອນມາແລ້ວຫຼາຍຄັ້ງ.

ພຣະທາດນີ້ຖືກສ້າງສະໄໝອານາຈັກສີໂຄດຕະບອງ (ປະມານສະຕະວັດທີ 6) ໂດຍພຣະເຈົ້າສຸມິນທະຣາຊ ຣາຊາແຫ່ງອານາຈັກສີໂຄດຕະບອງ ຊຶ່ງຖືກວາງຮາກຖານຈາກການແນະນຳຂອງພຣະເຖຣະ (ຄູບາອາຈານ) ຊາວອິນເດຍເພື່ອເປັນເຄື່ອງໝາຍເຖິງການສະເດັຈປະລິນິພານຂອງພຣະພຸດທະເຈົ້າທີ່ປ່າໄມ້ຮັງ ເມືອງກຸລິນາຣາຍ ປະເທດອິນເດຍເມື່ອສ້າງສຳເລັດ ເພິ່ນໄດ້ນຳເອົາກະດູກພຣະພຸດທະເຈົ້າມາໃສ່ໄວ້ ແຕ່ໜັງສືອຸລັງຄະທາດກ່າວວ່າ ສ້າງຂຶ້ນເພື່ອເປັນເຄື່ອງໝາຍສະຖານທີ່ບ່ອນນັ່ງຂອງພຣະພຸດທະເຈົ້າຄາວເພິ່ນມາຢ້ຽມຢາມພຣະຍາສີໂຄດຕະບອງ ແຕ່ຄວາມຈິງຄົງຈະມີຈຸດປະສົງເພື່ອໃຫ້ປະຊາຊົນເຫັນຄວາມສຳຄັນຂອງພຣະທາດອົງນີ້.


ໃນລະຫວ່າງຂະເໝນມີອຳນາດພຣະທາດໜ່ວຍນີ້ ຖືກດັດແປງໃຫ້ເປັນເທວະສະຖານຂອງຊາວຮີນດູ ແລະ ໄດ້ເສີມສ້າງຕໍ່ຂຶ້ນໄປຕື່ມ ຊຶ່ງລິງລາຍຕົບແຕ່ງອອກມາໃນລັກສະນະຂອງຮີນດູ ໂດຍສະເພາະເລື່ອງເມຖຸນສັງວາດ ແລະອື່ນໆ ຈາກນັ້ນພຣະທາດອິງຮັງ ກໍ່ຕົກຢູ່ໃຕ້ອິດທິພົນຂອງຜູ້ສືບຣາຊະການສະໄໝຕ່າງໆ.


ໃນປີ ຄ.ສ 1349 ພຣະຍາຟ້າງຸ່ມ ຜູ້ທ້ອນໂຮມແຜ່ນດິນລ້ານຊ້າງ ໄດ້ຍົກທັບມາຢຶດເອົາຫົວເມືອງຕ່າງໆ ເລື່ອງຂອງພຣະທາດຈຶ່ງຖືກມອບໝາຍໃຫ້ເຈົ້າເມືອງທີ່ປົກຄອງເປັນຜູ້ບູລະນະສ້ອມແປງຮັກສາ ພໍມາເຖິງສະໄໝສົມເດັຈໂພທິສາຣາຊ ພຣະເຈົ້າໄຊເສດຖາທິຣາຊ ຈຶ່ງປະກົດວ່າ ເພິ່ນໄດ້ມາຂາບໄຫວ້ນະມັດສະການໃນເຂດເມືອງກະບອງ ຄື ພຣະທາດອິງຮັງ ແລະ ພຣະທາດສີໂຄດຕະບອງ ເມື່ອເຈົ້າໄຊເສດຖາທິຣາຊ ສະຖາປະນານະຄອນຫຼວງວຽງຈັນ ເປັນເມືອງຫຼວງ ເພິ່ນກໍ່ມີຄຳສັ່ງໃຫ້ດັດແປງພຣະທາດນີ້ ກັບຄືນເປັນເຈດີທາງພຸດທະສາດສະໜາ ສ້າງຍອດເຈດີເປັນສິລະປະແບບລາວບູຮານ ແຕ່ນັ້ນມາກໍຍັງມີການປະຕິສັງຂອນເລື້ອຍໆ ແຕ່ກໍຍັງຮັກສາຮູບແບບຂອງສະໄໝພຣະເຈົ້າໄຊເສດຖາທິຣາຊ ເອົາໄວ້.
ແທ່ນທາດມີລວງກວ້າງດ້ານລະ 9 ແມັດ ລວງສູງ 25 ແມັດ ຕັ້ງຢູ່ບ້ານທາດອິງຮັງ ແຍກອອກທາງສະຫວັນເຊໂນ ຢູ່ຫຼັກກິໂລແມັດທີ 12 ແລະ ທາງເຂົ້າໄປ 3 ກິໂລແມັດ.
ເມື່ອປີ 1949 ປະຊາຊົນຊາວ ເມືອງໄດ້ທຳການສ້ອມແປງບູລະນະຄັ້ງໃຫຍ່ໃຫ້ກວ້າງຂວາງ ຄືໄດ້ສ້າງປະຕູໂຂງປຸກກົມມະລຽນ ແລະ ສາລາໂຮງທຳຂຶ້ນ ເພື່ອໃຫ້ຜູ້ທ່ອງທ່ຽວ ແລະ ອອກຕົນຍາດໂຍມໄດ້ມາຮຽນຮູ້ຂາບໄຫວ້.
ເພິ່ນຈະຈັດງານບຸຸນສະເຫຼີມສະຫຼອງພະທາດໃນມີ້ຂນ 15 ຄໍ່າ ເດືອນຈຽງ ( ເດືອນ 1 ລາວ ) ຂອງທຸກໆປີ ( ແຕ່ກ່ອນຈັດງານເດືອນ 12 ເພັງ ພ້ອມບຸນນະມັດສະການພຣະທາດຫຼວງ ແຕ່ເນື່ອງຈາກວ່າ ພຣະເຈົ້າໄຊຍະເສດຖາທິຣາຊ ພຣະອົງມີພຣະຣາຊະກິດທີ່ພຣະທາດຫຼວງ ເພິ່ນຈຶ່ງເລື່ອນມາຈັດງານໃນເດືອນຈຽງເພັງ ) ພ້ອມນັ້ນ ຍັງມີງານຕະຫຼາດນັດ ແລະ ການຫຼິ້ນກິລາ ດັ້ງເດີມນັ້ນແມ່ນມີແຕ່ກິລາໝາກຂ່າງ ແຕ່ປັດຈຸບັນບໍ່ເຫັນມີການຫຼິ້ນພໍປານໃດແລ້ວ.

ພຣະທາຕຸຝຸ່ນ ເມືອງພວນ ຊຽງຂວາງ ກຳລັງໄດ້ຮັບການບູລະນະ ປະຕິສັງຂອນຄືນໃຫມ່ .

ໃນໄລຍະເດືອນພະຈິກ 2017 ນີ້ ພຣະທາຕຸຝູ່ນ ເຊິ່ງເປັນພຣະທາຕຸເກົ່າແກ່

ປະຫຍໍ້ຂອງ ພຣະທາຕຸຝຸ່ນ ພຣະທາຕຸນີ້ຕັ້ງຢູ່ໃຈການເມືອງຄູນ

ເມື່ອປີ ຈສ 307 ຊາວເມືອງພວນ ໄດ້ຮັບຝຸ່ນທາຕຸຂອງພຣະສັມມາສັມພຸທທະເຈົ້າ ເພາະຊາວເມືອງພວນທີ່ໄປຊົມພູທະວີບເພື່ອໄປຖວາຍພຣະເພິງພຣະສັມມາສັມພຸທທະເຈົ້າ ບໍ່ໄດ້ ສ່ວນອັດຖິທາຕຸທັງຫລາຍ ແມ່ນມີການແບ່ງປັນກັນໄປຫມົດແລ້ວ ຊາວເມືອງພວນຈຶ່ງໄດ້ແຕ່ຝຸ່ນ ເທົ່ານັ້ນ ຈຶ່ງໄດ້ນຳມາບັນຈຸແລະປະດິດສະຖານໄວ້ທີ່ພຣະທາຕຸແຫ່ງນີ້

ຕົກມາຮອດປີ ຈສ 742 ເຈົ້າຜູ້ຄອງເມືອງພວນ ອົງທີ່ 24 ໄດ້ພາປະຊາຊົນກັນສ້າງພຣະທາຕຸໃຫຍ່
ທີ່ເຫັນທຸກມີ້ນີ້ກວມເອົາພຣະທາຕຸນ້ອຍ ແລະໄດ້ນຳເອົາພຣະພຸທທະສາສະໜາເຂົ້າມາເຜີຍແຜ່ ຈົນເຮັດໃຫ້ເມືອງພວນ ຈະເຣິນຮຸ່ງເຮືອງ ມີວັດວາອາຮາມຢ່າງຫລວງຫລາຍ ແລະງົດງາມທີ່ສຸດໃນສະໄຫມນີ້

ຈົນມາຮອດປີ ຈສ 1237, ຄສ 1874 ພຣະທາຕຸອົງນີ້ ແມ່ນໄດ້ຖືກໄພສົງຄາມ ຈາກເສີກຫໍ້ທຳລາຍ
ຢ່າງຫນັກໜ່ວງ ມີການຂຸດເຈາະ ເພື່ອຊອກເອົາຊັບສົມບັດ ແລະເຄື່ອງຄ້ຳຂອງຄູນ ໃນພຣະທາຸຕອົງນີ້ ຈົນເຮັດໃຫ້ພຣະທາຕຸອົງນີ້ຊຸດໂຊມ ແລະຮ້າງ.

ຮອດສະໄຫມ ເຈົ້າແຂວງຊາຍຄຳ ຜູ້ປົກຄອງເມືອງພວນ ຈຶ່ງໄດ້ມີສັດທາ ນຳພາຣາຊດອນປົວແປງ ບູຣະນະຄືນໃຫມ່

ເມື່ອມາຮອດ ປີ ຄສ 1969 ພຣະທາຕຸຝຸ່ນ ອົງນີ້ກໍ່ຖຶກໄພສົງຄາມ ເຮັດໃຫ້ວັດວາອາຮາມ ເຮືອນຊານບ້ານຊ່ອງ ແລະ ປະຊາຊົນ ເພພັງ ແລະລົ້ມຕາຍເປັນຈຳນວນຫລາຍ ພຣະທາຕຸຝຸ່ນອົງນີ້ກໍ່ເປັນພຣະທາຕຸຮ້າງ ຂາດການເບິ່ງແຍງຮັກສາ ປົວແປງມາຮອດປີ ຄສ 2017 ນີ້ ໄດ້ມີໂຄງການບູຣະນະປົວແປງ ພຣະທາຕຸຝຸ່ນໃຫ້ຟຶ້ນຄືນມາງົດງາມ ແລະຕັ້ງສະຫງ່າ ເປັນສູນລວມທາງຈິດໃຈຂອງຄົນທີ່ນັບຖືພຣະພຸທທະສາສະໜາ ໃນດິນແດນ ເມືອງພວນແຫ່ງນີ້ສຶບຕໍ່ໄປ .

ຮູບການບູລະນະຈາກ :​Khamvieng Phommachanh
ຮູບຈາກຍັງບໍ່ບູລະນະ ຈາກ : kp.saioudom

ປະຫວັດ ພະທາດພູສີ

ແຕ່ເດີມ ວັດນີ້ສ້າງຂື້ນໂດຍ ພຣະເຈົ້າອະນຸຣຸດ ໃນປີ 1804. ຫຼັງຈາກນັ້ນໃນປີ 1914 ໄດ້ມີການບູລະນະສ້ອມແປງວັດນີ້ເປັນເທື່ອທຳອິດ, ຕໍ່ມາແມ່ນປີ 1936 ເຊີ່ງໃນໂອກາດດັ່ງກ່າວເພິ່ນໄດ້ສ້າງຂັ້ນໄດ ຈຳນວນ 328 ຂັ້ນ ໃສ່ຕື່ມ.


ແມ່ນທາດທີ່ມີການກໍ່ສ້າງໃນຜັງສີ່ຫຼ່ຽມຍາວ ຍ້ອນເຫດຜົນສະຖານທີ່ຕັ້ງທີ່ພິເສດຢູ່ເທິງຈອມພູ ອົງພຣະທາດນີ້ຕັ້ງໃສ່ຕີນຖານສາມຖ້ານ ມີໃບເສມາຍອດດອກບົວປະດັບຢູ່ແຈ. ຢູ່ແຕ່ລະມູມຂອງພາກສ່ວນຕົ້ນຕໍຂອງອົງທາດນັ້ນ ປະດັບດ້ວຍເສກກະສັດທີ່ເຮັດດ້ວຍທອງເຈັດຂັ້ນສີ່ອັນ. ຕັ້ງແຕ່ຕີນຮອດຈອມທາດ ແທກໄດ້ 21ແມັດ, ເດີ່ນລະບຽງທີ່ຍື່ນອອກມາຈາກຕີນທາດ ເຮັດໃຫ້ສາມາດຫຼຽວເຫັນທັດສະນີຍະພາບອັນງົດງາມສຸດທີ່ຈະພັນລະນາໄດ້ຂອງເມືອງຫຼວງ ພຣະບາງ.


ເປັນສະຖານທີ່ຊົມວິວທິວທັດຂອງເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມູມຂອງຫຼວງພຣະບາງ. ນອກນັ້ນ, ຍັງສາມາດເຫັນທິວທັດທຳມະຊາດ ຈຸດໄຫຼພົບຂອງສາຍນຳ້ຂອງ ແລະ ສາຍນຳ້ຄານ. ນອກນັ້ນ, ຍັງເປັນສະຖານທີ່ຊົມຕາເວັນຕົກດິນທີ່ສວຍງາມ ເຊິ່ງບໍ່ມີແຫ່ງໃດຈະທຽບໄດ້, ກຸ້ມຄ່າແທ້ກັບການທີ່ຕ້ອງຍ່າງຂື້ນໄປຕາມຂັ້ນໄດສູງຊັນເຖິງ 328 ຂັ້ນ.
ພຣະທາດພູສີ ເມືອງຫຼວງພຣະບາງ ມີການເລົ່າກັນມາວ່າມີພຣະຣືສີ ແລະ ໂຍທິກະຣືສີ ເຊີ່ງເປັນຣືສີ 2 ພີ່ນ້ອງ ໄດ້ມາຕັ້ງຫຼັກບ້ານຫຼັກເມືອງ ແລ້ວປະດິດສະຖານພຣະພຸດທະບາດ ໄວ້ທີ່ຈອມພູສີເພື່ອໃຫ້ຜູ້ມີບຸນອັນເປັນກະສັດຕີຄ້ຳຊູພຣະສາສະໜາພຣະໂຄຕະມະເຈົ້າ ເມື່ອກະສັດຕີຍັກສານັນທາມາຢູ່ ຈຶ່ງປະກົດຊື່ໄວ້ວ່າ: ພູນັນທະກາງຣີສີສັດຕະນາກ ເອົາຊື່ ພຣະຍາຍັກນັນທາ ນາງກາງຮີ ທິດາ ແລະ ນາກມາໃສ່ , ເມື່ອພຣະຍາຍັກນັນທາສິ້ນພະຊົນແລ້ວ ກໍ່ຍັງມີຜີຍັກຢູ່ຮັກສາຫຼັກເມືອງນີ້ເຊີ່ງ ທິດເພົ້າ ( ທີ່ເຄີຍບວດເປັນພຣະພິກຂຸຢູ່ວັດຫໍສ່ຽງ ) ເປັນຄົນຕີກອງຍາມ ກໍ່ເຄີຍເຫັນໃນເວລາຕີກອງທ່ຽງໝົດບາດຄ້ອນຂອງວັນບຸນ ແຮມ 15 ຄຳ່ເດືອນ 7 ປີກາບສະງ້າ ຈ.ສ 1316.
ເມື່ອນາງກາງຮີ ສິ້ນຊີວິດແລ້ວ ພຣະຣືສີກໍ່ໄດ້ແປງຮູບນາງໄວ້ທີ່ຟາກຊຽງແມນ ທີ່ຄົນຫຼວງພຣະບາງເອີ້ນກັນວ່າ ພູນາງ ແລະ ຈາກນັ້ນ ( ອ່ານຈາລຶກຮາວທຽນຂອງສົມເດັດເຈົ້າມະຫາອຸດຕະມະວົງຂົງສີສັຕຕະນາຄະນະຫຸດອຸດົມຣັດຕະນະບູຣີຣົມພະຣະມະຫາຈັກກະພັດ ມະຫານະຄອນຣາຊທານີລ້ານຊ້ານຮົ່ມຂາວຫຼວງພຣະບາງ ທົງສ້າງພຣະທາດໃສ່ຈອມພູຂື້ນແລ້ວພູໜ່ວຍນີ້ກໍ່ມີວັນນະຕັ້ງແຕ່ນັ້ນມາ ແຕ່ສະມະນະພາຫະນະຈານເສນາພິທາມາດ ຣາຊປຸໂລຫິດຮຽກວ່າ ທາດຫຼັກເມືອງ ).ແຜ່ນສີລາຈາລຶກອັນມີຢູ່ໃນພຣະທາດຈອມສີ ມີວ່າ: ຈຸນລະສັກຣາຊ 1166 ຕົວປີກາບໄຈ້ ເດືອນອະສຸຊະ 11 ອະທິກະມາດ ແຮມ 7 ຄຳ ວັນພຸດເຕົ່າສະຫ້າ ຍາມທ່ຽງຄືນ ເປັນອະພິມະລະຕະເຈຕິຍະ ເຖິງເມື່ອເດືອນອະສຸຊະຂື້ນ 9 ຄຳ່ ວັນເສົາມື້ຮວາຍສັນ ຈຶ່ງໄດ້ກໍ່ເປັນມະຫາເຈດີຍະໄວ້ ສາຍາກໍ່ລົງ ເດືອນອະສຸຊະຂື້ນ 11 ຄຳ່ ວັນຈັນ ມື້ເປີດເສັດຍາມພາດລັ່ນມື້ຄຳ່ຈຶ່ງໄດ້ສະຖາປະນາປະຣິກະທາດເຈົ້າ ປາງພຣະຍາທຳວຸທິມະຫາອຸດຕະມະວົງສະເຫວີຍຣາຊສົມບັດໃນເມືອງສີສັດຕະນາດະນະຫຸດອຸຕະມະຣາຊທານີ.
ພຣະເຈດີນີ້ໃຫຍ່ກ້ວາງຍາວ 10 ແມັດ 55 ຊັງຕີແມັດ ຕະລາງຫຼ່ຽມ ແລະ ສູງ 21 ແມັດ ພູສີສູງປະມານ 150 ແມັດ ຈາຣຶກນີ້ ເຈົ້າກົມຂຸນດວງຈັນ ອະທິບໍດີທຳມະການຫໍສະໜາມຫຼວງກ່າຍອອກຈາກແຜ່ນສີລາ ພຣະທາດຈອມສີ ທີ່ໄດ້ມ້າງ ແລະ ສ້ອມແຊມຂື້ນໃໝ່ ເມື່ອວັນຈັນ ເດືອນ 7 ຂື້ນ 15 ຄຳ່ ປິກາຍຍີ ຈ.ສ 1276 ກົງກັບວັນທິ 7 ມິຖຸນາ ປີ ຄ.ສ 1914.
ພູສີເປັນພູທີ່ຕັ້ງຢູ່ໃຈກາງເມືອງ ເປັນພູທີ່ສວຍສົດງົດງາມ ທາງທິດຕາເວັນອອກຕິດກັບຝັ່ງແມ່ນ້ຳຂອງ ບ້ານວິຊຸນ ເຊີ່ງສະໄໝບູຮານເອີ້ນວ່າ: ທົ່ງເຂົ້າຈ້າວ, ເບື້ອງຕາເວັນຕົກຕິດກັບພະລາຊະວັງເກົ່າຂອງພຣະເຈົ້າມະຫາຊີວິດ, ແຄມຝັ່ງຂອງທິດເໜືອຕິດກັບວັດແສນ, ວັດຄີລີ ແລະ ວັດປາກຄານ ເບື້ອງທິດໃຕ້ຕິດກັບ ໂຮງແຮມພູສີ, ອາຄານວັດຫໍສ່ຽງ, ວັດທາດນ້ອຍ.
ມີປະເພນີສຳຄັນອີກອັນໜຶ່ງ ຂອງຊາວນະຄອນຫຼວງພຣະບາງ ທີ່ຕິດພັນກັບພູສີນັ້ນກໍ່ຄືການຕີກອງຢູ່ເທິງຈອມພູສີກອງນີ້ເພິ່ນຕີເປັນຊົ່ວຍາມຍູຮານ ຄື ຊົ່ວຍາມໜຶ່ງຕີເທື່ອໜຶ່ງ ( 3 ຊົ່ວໂມງໃດຕີເທື່ອໜຶ່ງ ). ປະເພນີຕີກອງຢູ່ເທິງຈອມພູສີຫຼວງພຣະບາງນີ້ ຜູ້ເຖົ້າຜູ້ແກ່ເລົ່າສືບກັນມາແຕກຕ່າງກັນສ່ວນຫຼາຍແລ້ວ ແມ່ນຈິດຕະສາດກ່ຽວກັບຄວາມເຊື່ອຖື ຄື ປຸກລະດົມໃຫ້ຄົນເຊື່ອຖືໃນສາສະໜາພຸດຢ່າງເຄັ່ງຄັດ.
ພູສີໃນສະໄໝກ່ອນກໍ່ຄືປັດຈຸບັນ ເປັນສູນກາງວັດທະນະທຳປະເພນີ ແລະ ມິ່ງຂັວນຂອງຊາວນະຄອນຫຼວງພຣະບາງໂດຍແທ້ ເພິ່ນມີຄຳກ່າວຕິດປາກກັນມາວ່າ: ໄປທ່ອງທ່ຽວນະຄອນຫຼວງພຣະບາງ ຖ້າບໍ່ໄດ້ຂື້ນເບີ່ງພູສີ ຫຼື ວ່າຂື້ນໄປໄຫວ້ພະທາດຈອມສີ, ທາດຫຼັກເມືອງກໍ່ເທົ່າກັບວ່າບໍ່ເຫັນຫຼວງພຣະບາງ ນັ້ນເອງ.

ຂໍ້ມູນມາຈາກປື້ມຕຳນານ – ພົງສາວະດານ ເມືອງຫຼວງພຣະບາງ ສະຖາບັນວິທະຍາສາດສັງຄົມ
ຂຽນໂດຍ ນາງສາຍວາລິນ ບໍລະວົງ
ຮູບພາບປະກອບ ມໍລະດົກລ້ານຊ້າງ

ປະຫວັດວັດຊຽງທອງ

ວັດຊຽງທອງ ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸບປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍຂອງລາວ ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດກໍຄືການໄປຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ແມ່ນຂະໜາດ ຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາດສະຫນາແບບຫລວງພະບາງແທ້ໆ ດ້ວຍຫລັງຄາພຣະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ ສ່ວນກາງຂອງຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ “ສິມ” (ອຸໂບສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ 1-7 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາທີ່ສ່ວນຂອງໜ້າບັນມີ “ໂຫງ່” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາດສະຫນາເມື່ອຍ່າງເຂົ້າຕໍ່ມາທີ່ປະຕູພະອຸໂປສົດ ຈະສະດຸດຕາກັບລວດລາຍແກະສະຫລັກອັນສວຍງາມ ເຊັ່ນດຽວກັບທີ່ປ່ອງຢ້ຽມ ຝາພາຍໃນກໍສວຍງາມດ້ວຍລວດລາຍປິດທອງສະຫລຸເທິງພື້ນສີດຳ ເລົ່າເລື່ອງພຸດທະປະຫວັດ, ທ້າວສີທົນ, ພະເຈົ້າ10ຊາດ ແລະ ພາບນິທານເພື່ອນບ້ານ ເລິກເຂົ້າໄປຄືພະປະທານຊຶ່ງມີຊື່ວ່າ “ພະອົງຫລວງ”

ນອກຈາກວັດຊຽງທອງຈະມີພະອຸໂປສົດທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ ການຕົບແຕ່ງລວດລາຍຕາມຝາພາຍໃນກໍສວຍງາມຄືກັນ ບໍລິເວນຝາດ້ານຫລັງຂອງພະອຸໂປສົດກໍມີການຕົບແຕ່ງດ້ວຍການເອົາແກ້ວສີມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາເບິ່ງງົດງາມ ຖັດມາບໍລິເວນດ້ານຂ້າງ ແລະ ດ້ານຫລັງຂອງພະອຸໂປສົດ ເປັນທີ່ຕັ້ງຂອງວິຫານນ້ອຍໆ 2 ຫລັງ ຈຸດເດັ່ນຂອງວິຫານດ້ານໜ້າຄື ທີ່ຝາດ້ານນອກ ແຕ່ລະຫລັງຕົບແຕ່ງດ້ວຍແກ້ວສີ ຕັດເປັນຊິ້ນສ່ວນນ້ອຍໆ ແລ້ວນຳມາຕໍ່ກັນເປັນຮູບຮ່າງຕ່າງໆ ເລົ່າເປັນນິທານພື້ນບ້ານ ລົງເທິງຝາສີບົວ ເບິ່ງສວຍງາມໜ້າຮັກຕາມແບບສະບັບຫລວງພະບາງ ວິຫານຫລັງນ້ອຍດ້ານຂ້າງພະອຸໂປສົດ ທີ່ມີຊື່ວ່າ “ວິຫານແດງ” ພາຍໃນເປັນທີ່ປະດິດຖານພະພຸດທະຮູບປາງໄສຍາດທີ່ງົດງາມ ດ້ວຍພະຫັດ ທີ່ຮອງຮັບພະສຽນໄວ້ຢ່າງົດງາມ ແລະ ອອນຊອນ ພະພຸດທະຮູບນີ້ເຄີຍນຳໄປຈັດສະແດງ ທີ່ນະຄອນປາຣີ ປະເທດຝຣັ່ງ ໃນປີ ຄ.ສ.1931 ແລະ ໄປປະດິດສະຖານຢູ່ທີ່ນະຄອນວຽງຈັນ ຫລາຍສິບປີ ກ່ອນນຳກັບມາຍັງຫລວງພະບາງ ໃນປີ ຄ.ສ.1964 ສ່ວນວິຫານດ້ານຫລັງພະອຸໂປສົດຄື “ຫໍພະມ່ານ” ພາຍໃນປະດິດສະຖານ “ພະມ່ານ” ຊຶ່ງມີລັກສະນະຄ້າຍກັບ “ພະບາງ” ຈົນຫລາຍຄົນເຂົ້າໃຈຜິດຄິດວ່າເປັນອົງດຽວກັນ ໃນຊ່ວງມື້ບຸນຂຶ້ນປີໃໝ່ຂອງລາວ (ຊ່ວງມື້ສົງການ) ຈະມີການອັນເຊີນ “ພະມ່ານ” ລົງມາເພື່ອໃຫ້ປະຊາຊົນໄດ້ສົງນຳ້ແລະ ກາບໄຫວ້ ເລື່ອງພາຍໃນຝາດ້ານຫລັງວິຫານນີ້ເປັນພາບປະດັບແກ້ວສີ ເລົ່າເລື່ອງວິຖີຊີວິດຂອງຜູ້ຄົນ ສ້າງຂຶ້ນໃນປີ ຄ.ສ.1950 ເພື່ອສະເຫລີມສະຫລອງ ທີ່ໂລກກ້າວສູ່ຍຸກເຄິ່ງພຸດທະການ ດ້ານຫລັງຫໍພະມ່ານ ເປັນທີ່ຕັ້ງຂອງພະທາດສີສະຫວ່າງວົງ ຊຶ່ງເປັນທີ່ເກັບອັດຖິຂອງເຈົ້າມະຫາຊີວິດສີສະຫວ່າງວົງແລະ ດ້ານທິດຕະເວັນອອກສຽງໃຕ້ຕິດກັບຮົ້ວເປັນໂຮງເກັບເຮືອໃກ້ກັບແຄມແມ່ນຳ້ຂອງ

ສ່ວນດ້ານໜ້າພະອຸໂປສົດ ເປັນທີ່ຕັ້ງຂອງຫໍກອງມີລວດລາຍລົງຮັກປິດທອງສວຍງາມເທິງເສົາ ນອກຈາກນັ້ນໃນບໍລິເວນວັດຊຽງທອງເມື່ອທ່ານຍ່າງເຂົ້າໄປທາງດ້ານຖະໜົນໂພທິສາລາດ ດ້ານຂວາມືຈະຕ້ອງສະດຸດຕາກັບອາຄານຊົງບູຮານມີລວດລາຍແກະສະຫລັກທາສີຄຳ. ຂະໜາດໃຫຍ່ຊຶ່ງເອິ້ນວ່າ “ໂຮງມ້ຽນໂກດ” ຫລືເປັນໂລງເກັບພະໂກດ, ພະລາຊະລົດ, ລາຊະຍານຂອງເຈົ້າຊີວິດສີສະຫວ່າງວັດທະນາ ຊຶ່ງສິ້ນພະຊົນເມື່ອປີ ຄ.ສ.1959 ແລະ ໄດ້ສ້າງໂຮງມ້ຽນໂກດແຫ່ງນີ້ຂຶ້ນໃນປີ ຄ.ສ.1962 ພາຍໃນມີລັກສະນະເປັນໂຖງກວ້າງ ຝາດ້ານໜ້າຕັ້ງແຕ່ໜ້າບັນລົງມາຈົນເຖິງພື້ນສາມາດຖອດອອກເພື່ອໃຫ້ສາມາດເຄື່ອນລາຊະລົດອອກມາໄດ້ ບໍລິເວນກາງໂຮງມ້ຽນໂກດເປັນທີ່ຕັ້ງຂອງລາຊະລົດໄມ້ແກະສະຫລັກປິດຄຳແປວຮອບຄັນ ມີພະໂກດ 3 ອົງສູນກາງເປັນໂກດອົງໃຫຍ່ ຂອງເຈົ້າສີສະຫວ່າງວັດທະນາ ອົງນ້ອຍດ້ານຫລັງເປັນຂອງພະລາຊະມານດາ ສ່ວນອົງນ້ອຍດ້ານໜ້າເປັນຂອງພະເຈົ້າອາ ໂຮງມ້ຽນໂກດນີ້ອອກແບບໂດຍເຈົ້າມະນີວົງ ແລະ ແກະສະຫລັກໂດຍຊ່າງຫລວງພະບາງ ທີ່ຊື່ “ເພຍຕັນ” ເມື່ອຄັ້ງທີ່ ຮັບລາຊະການຢູ່ໃນພະມະຫາລາຊະວັງ ນັບເປັນຊ່າງຝີມືຊັ້ນເອກປະຈຳພະອົງຂອງເຈົ້າມະຫາຊີວິດສີສະຫວ່າງວັດທະນາ ມີຄວາມຊຳນານທັງດ້ານການຂຽນ ແລະ ການແກະສະຫລັກ ຈຸດເດັ່ນອີກຢ່າງໜຶ່ງຂອງໂຮງມ້ຽນໂກດ ຄືບໍລິເວນຝາດ້ານນອກທີ່ “ເພຍຕັນ” ແກະສະຫລັກໄວ້ຢ່າງງົດງາມລົງດ້ວຍສີທອງສຸກ ເລົ່າເລື່ອງພະລັກພະລາມ ຕອນສຳຄັນ ໆ ເຊັ່ນດ້ານເທິງສຸດເປັນ ຕອນພິເພກກຳລັງບອກຄວາມລັບເລື່ອງທີ່ຊ່ອນຫົວໃຈຂອງທົດສະກັນກັບພະລາມ, ພະລັກ ແລະ ນາງສີດາ ຖັດລົງມາເປັນຕອນທີ່ທົດສະກັນຖືກທະນູຂອງພະລາມສຽບເຂົ້າທີ່ຫົວໃຈເປັນຕົ້ນ ເດີມພາບແກະສະຫລັກເຫລົ່ານີ້ເປັນລັກສະນະການລົງຮັກປິດທອງທີ່ສວຍງາມຕໍ່ມາມີການບູລະນະໃໝ່ ໂດຍທາສີທອງທັບລົງໄປດັ່ງທີ່ເຫັນໃນປະຈຸບັນ ນອກຈາກນີ້ພາຍໃນວັດຊຽງທອງຍັງມີເຂດສັງຄາວາດ ປະກອບດ້ວຍກຸດຕິ, ສະຖູບເຈດີ ດັ່ງວັດທົ່ວໆໄປ ແລະ ຍັງມີພະສົງຈຳພັນສາຢູ່.

 


CR:ນາງ ສາຍວາລິນ ບໍລະວົງ