ຂຸນນ້ຳກອງແລງ(ແຂວງຄໍາມ່ວນ).

ຂຸນນ້ຳກອງແລງ: ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານນາຄື, ເມືອງຫີນບູນ ຂຶ້ນລົດຕາມເສັ້ນທາງເລກ 13 ໃຕ້, ຫ່າງຈາກຕົວ ເມືອງ 19 ກິໂລແມັດ. ຂຸນນ້ຳກອງແລງເປັນບ່ອນກຳເນີດຂອງນ້ຳກອງແລງ ຊຶ່ງເປັນສາຂາຂອງນ້ຳຄອນແກ້ວ, ເປັນວັງນ້ຳສີຟ້າເຂັ້ມກວ້າງ 1960-1970 ແມັດ, ເລິກກວ່າ 25 ແມັດ, ນ້ຳໃນຂຸນກອງໃນປີໜຶ່ງຈະປ່ຽນເປັນ 3 ສີຄື: ສີຂຽວມໍລະກົດ, ແດງ ແລະ ສີຟ້າໃສ. ລັກສະນະຂອງນ້ຳຂຸນ ກອງແລງເປັນວົງຮູບຫນ່ວຍມົນຄືກັບກອກສູບຢາ. ພື້ນລຸ່ມນ້ຳມີແປວນ້ຳຢູ່ 1 ແປວ ຍາວ 22 ແມັດ (ສະເພາະບ່ອນທີ່ສາມາດເຂົ້າໄດ້) ອ້ອມຮອບ ​​ວົງນີ້ເຕັມໄປດ້ວຍຕົ້ນຂະມ້າ. ຂຸນກອງແລງ ແມ່ນເອີ້ນຕາມຕຳນານວ່າ: ຮອດເວລາແລງວັນສິນມາ ສະໃຫມກ່ອນຈະໄດ້ຍິນສຽງດັງຕຶ່ງໆ ຄືກັບສຽງ ກອງແລງ ທີ່ຄູບາຕີຢູ່ວັດໃນຍາມແລງ, ຕາມຄວາມເຊື່ອແມ່ນຄົນບັງບົດເປັນຜູ້ຕີ.

ຂຸນນ້ຳນີ້ຫ້າມຫາປາ ແລະ ຫ້າມອາບນ້ຳ. ນິທານພື້ນບ້ານກ່ຽວກັບຂຸນນ້ຳກອງແລງ: ກ່ອນຫນ້ານີ້ຫຼາຍຮ້ອຍປີຜ່ານມາທີ່ວັດບ້ານນາຄືມີພະອາຈານ ອົງຫນຶ່ງຊື່ວ່າ: ຍາຄູປາກບ້ຽວ ແລະ ສຳມະເນນນ້ອຍອົງຫນຶ່ງ (ບໍ່ປະກົດມີຊື່) ທັງສອງໄດ້ມາອາບນ້ຳຢູ່ໃນຂຸນແຫ່ງນີ້ ອາບນ້ຳແລ້ວກໍ່ນັ່ງງອຍງ່າໄມ້ ສູບຢາ ພໍດີກອກຢາຫຼຸດມືຕົກລົງພື້ນນ້ຳ ເພື່ອຊອກຫາກອກຢາ ສ່ວນອ້າຍຈົວນ້ອຍກໍ່ຢູ່ເທິງຖ້າຕໍ່ສົ້ນໄໝໃສ່ຫຼອດອື່ນຈົນຫມົດ 7 ຫຼອດ ພໍດີຍາຄູກໍ່ເຖິງ ພື້ນນ້ຳຢູ່ຈຸດໃຈກາງຂອງຂຸນນັ້ນ ຍາຄູໄດ້ພົບທໍ່ແກ້ວໃຫຍ່ອັນຫນຶ່ງ ເປັນສີມໍລະກົດໃສງາມແຕ່ມີນ້ຳຢູ່ໃນ ໃຫຍ່ເທົ່າກັບກອງ (ກອງດຶກ, ກອງເພນ ຫຼື​ ກອງແລງ) ທີ່ຄູບາໃຊ້ຕີຢູ່ວັດກໍ່ເລີຍຮ້ອງຂຸນແຫ່ງນີ້ວ່າ: ຂຸນກອງແລງ ຫຼື ຂຸນນ້ຳກອງແລງ ມາຮອດປະຈຸບັນນີ້.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ

ການຄົບງັນໃນບຸນນະມັດສະການຜາສາດຫີນວັດພູປີນີ້ຈະຈັດຢ່າງຍິ່ງໃຫຍ່ເພື່ອຕ້ອນຮັບປີທ່ອງທ່ຽວລາວ.

ບຸນນະມັດສະການຜາສາດຫີນວັດພູຈຳປາສັກ ມໍລະດົກໂລກແຫ່ງທີ 2 ຂອງລາວປີນີ້ເຈົ້າຂອງງານແຂວງຈຳປາສັກກະກຽມຫຼາຍກິດຈະກຳທີ່ພິເສດ,ຈົບງາມ ແລະ ເຕັມໄປດ້ວຍເນື້ອໃນເພື່ອຄົບງັນ ໂດຍສະເພາະແມ່ນການສະແດງສິລະປະວັນນະຄະດີທີ່ສ່ອງແສງ ແລະ ຮັກສາເອກະລັກວັດທະນະທຳຂອງລາວ.


ທ່ານ ສີວອນ ວັງກອນວິໄລ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ທັງເປັນຫົວໜ້າອະນຸກຳມະການຄົບງັນ ແລະ ແສງ-ສີ-ສຽງ ໃນງານບຸນນະມັດສະການຜາສາດຫີນວັດພູຈຳປາສັກປະຈຳປີ 2018 ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມຈຳປາໃໝ່ໃນວັນທີ 17 ມັງກອນ 2018 ນີ້ວ່າ:

ງານບຸນນະມັດສະການຜາສາດຫີນວັດພູປະຈຳປີ 2018 ແມ່ນຈະໄດ້ເລີ່ມຄົບງັນແຕ່ວັນທີ 29-31 ມັງກອນ 2018 ໂດຍມີຫຼາຍກິດຈະກຳຄົບງັນເຮັດໃຫ້ງານດັ່ງມີຄວາມພິເສດ ແລະ ຍິ່ງໃຫຍ່ກ່າວປີທີ່ຜ່ານໆມາ ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ ຫວັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມໃຫ້ຫຼາຍຂຶ້ນ.

ກິດຈະກຳຄົບງັນທີ່ສຳຄັນແມ່ນການສະແດງສິລະປະວັນນະຄະດີຈາກກອງສິລະປະກອນຂອງແຂວງຈຳປາສັກ, ສິລະປະຈາກສູນວັດທະນະທຳເດັກ, ຈາກສະຖາບັນການສຶກສາພາຍໃນແຂວງ ແລະ ສິລະປະຈາກບັນດາຕົວເມືອງພາຍໃນແຂວງ ທີ່ໄດ້ປັບປຸງທັງດ້ານເນື້ອໃນ,ບົດຟ້ອນ,ການແຕ່ງກາຍໃຫ້ມີຄວາມສວຍງາມ, ຮັບຊົມຮັບຟັງລຳສີພັນດອນ ຈາກໝໍລຳ ທີ່ມີຊື່ສຽງຂອງແຂວງຈຳປາສັກ,ໝໍລຳເລື່ອງ ທີ່ພ້ອມໃຈກັນມາໃຫ້ຄວາມບັນເທີງຫຼາຍກວ່າ 1.000 ຊີວິດ; ທີ່ສຳຄັນແມ່ນສ່ອງແສງ, ບົ່ງບອກ ແລະ ຮັກສາໄວ້ເອກະລັກ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງານຂອງຊາດລາວ ກໍຄືຂອງແຂວງຈຳປາສັກ. ພິເສດພາຍໃນງານທາງເຈົ້າພາບຍັງໄດ້ເຊື້ອເຊີນນັກຮ້ອງ,ນັກສະແດງທີ່ມີຊື່ສຽງຈາກປະເທດໄທມາຮ່ວມສະແດງຄອນເສີດໃນເວທີກາງຕະຫຼອດ 3 ວັນ.ທັງນີ້ກໍ່ເພື່ອຮັບປະກັນເຮັດໃຫ້ການຄົບງັນພາຍໃນງານໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.


ທ່ານ ສີວອນ ວັງກອນວິໄລ ໃຫ້ຮູ້ຕື່ມວ່າ: ນອກຈາກການກະກຽມກິດຈະກຳຄົບງັນທີ່ກ່າວມາ ທາງຄະນະກຳມະການຮັບຜິດຊອບຍັງໄດ້ປະດັບປະດາໄຟແສງ-ສີ ແລະ ສຽງ ໃຫ້ມີຄວາມຈົບງາມຕະຫຼອດພື້ນທີ່ວັດພູຈຳປາສັກ ໄປຄຽງຄູ່ກັບຫຼາຍໆກິດຈະກຳທີ່ແຕ່ລະອະນຸກຳມະການໄດ້ກະກຽມເຊັ່ນ: ງານຕະຫຼາດນັດ, ການແຂ່ງຂັນກິລາ, ການໃສ່ບາດ, ວຽນທຽນ ແລະ ກິດຈະກຳອື່ນໆ ເພື່ອເຮັດໃຫ້ແຂກຄົນກໍຄືນັກທ່ອງທ່ຽວທີ່ມາທ່ຽວເກີດຄວາມປະທັບໃຈຄຶດຢາກຫວນກັບຄືນມາທ່ຽວວັດພູຈຳປາສັກມໍລະດົກໂລກແຫ່ງທີ 2 ຂອງລາວອີກເທື່ອໃໝ່.


*** ຂ່າວ-ພາບ: ຄຳຫຼ້າ ໜັງສືພິມຈໍາປາໃໝ່ ໜັງສືພິມຈໍາປາໃໝ່ ***

ຄ່າຝາກລົດ ໃນບຸນວັດພູປີ 2018 ນີ້ລົດຈັກ 20 ພັນກີບ, ລົດທົ່ວໄປ 60 ພັນກີບ, ລົດບັດ ແລະ ລົດໂດຍສານ 80 ພັນກີບ.

ທ່ານ ນາງ ສົມເລັດ ໂພສາລາດ ປະທານກຸ່ມບໍສັດ ຍິ່ງໂຊກໄຊ ຜູ້ສຳປະທານວັດພູຈຳປາສັກ ມໍລະດົກໂລກແຫ່ງທີ 2 ຂອງລາວ ໃຫ້ຂໍ້ມູນວ່າ: ງານນະມັດສະການຜາສາດຫີນວັດພູ ປີ 2018 ຈະຈັດຂຶ້ນພ້ອມໆກັບງານເປີດປີທ່ອງທ່ຽວລາວຂອງແຂວງ ແລະ ຈະບໍ່ເກັບຄ່າເຂົ້າຊົມ 3 ວັນ ຄື: ແຕ່ວັນທີ 29-31/1/2018 ແລະ ຈະບໍ່ມີການຕິດປ້າຍວົງກົມ ມີແຕ່ເກັບຄ່າຝາກລົດ, ໃນນັ້ນ ລົດຈັກ 20 ພັນກີບ, ລົດທົ່ວໄປ 60 ພັນກີບ, ລົດບັດ ແລະ ລົດໂດຍສານ 80 ພັນກີບ.

ຂໍ້ມູນ: ທູນທອງໃຈ

ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດງານເທດສະການຊ້າງ – ບຸນນະມັດສະການສະຖານບູຮານພູອາສາ

ຕອນບ່າຍຂອງມື້ວານນີ້ ( 17 ມັງກອນ 2018 ) ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດງານເທດສະການຊ້າງ – ບຸນນະມັດສະການສະຖານບູຮານພູອາສາ ເນື່ອງໃນໂອກາດປີ ທ່ອງທ່ຽວລາວ 2018.

ງານນີ້ຈັດຂຶ້ນທີ່ຕີນພູອາສາ ຂອງບ້ານກຽດໂງ້ງ ເມືອງປະທຸມພອນ. ໃນງານມີແຂກການນຳຂັ້ນສູງຂອງແຂວງ ແລະ 10 ຕົວເມືອງເຂົ້າຮ່ວມ. ພາຍໃນງານມີຂະບວນ ແຫ່ຂອງມວນຊົນ ແລະ ແຫ່ຊ້າງ. ຈາກນັ້ນມີການສະແດງສິລະປະວັນນະຄະດີ, ການກ່າວ ເປີດງານຢ່າງເປັນທາງການ ຕໍ່ດ້ວຍການສູ່ຂວັນຊ້າງ ແລະ ນຳຝ້າຍໄປຜູກໃຫ້ຊ້າງ.


ຫຼັງເລີກງານ ມວນຊົນຈຳນວນຫຼາຍຍັງໄດ້ຂຶ້ນໄປ ທ່ຽວຊົມສະຖານບູຮານພູອາສາ ຊຶ່ງສາມາດຂຶ້ນໄປຢ່າງສະດວກສະບາຍທັງດ້ວຍການຍ່າງ ແລະ ການໃຊ້ລົດໃຫຍ່. ຢູ່ເທິງພູ ອາສາ ນອກຈາກໄດ້ເບິ່ງຄວາມງາມຂອງສະຖານບູຮານພູອາສາແລ້ວ ຍັງເຫັນວິວທິວ ທັດຂອງ ບ້ານກຽດໂງ້ງ, ບຶງພະໂພ ແລະ ບັນດາບ້ານຕ່າງໆໃນແຖບນັ້ນ. ໃນຍາມແລງໆ ບັນຍາກາດ ຂຶ້ນພູອາສາຊົມຄວາມງາມທິວທັດບຶງພະໂພແມ່ນງົດງາມທີ່ສຸດ. ຂໍເຊີນທ່ານຜູ້ອ່ານໄປທ່ຽວຊົມ ໄດ້ ຮັບຮອງວ່າທ່ານຈະຕິດໃຈ!!!

ພາບ-ຂ່າວ: ນສພ ຈຳປາໃຫ່ມ

ຕາດໄຟໄໝ້ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ໜ້າທ່ຽວຊົມແຫ່ງໜຶ່ງຂອງແຂວງເຊກອງ

ແຂວງເຊກອງ ເປັນແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາ ທີ່ສວຍສົດງົດງາມ ແລະມີສື່ສຽງ ອັນທີ່ພົ້ນເດັ່ນແມ່ນແຫຼ່ງທ່ອງທ່ຽວທາງທໍາມະຊາດເປັນຕົ້ນ: ຕາດແຟກ, ຕາດຫົວຄົນ, ຕາດໄຟໄໝ້, ຕາດຊຽງຍືນ ແລະອື່ນໆ.
ໃນນັ້ນ, ນໍ້າຕົກຕາດໄຟໄໝ້ ເປັນໜຶ່ງໃນຈໍານວນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງຂອງແຂວງເຊກອງ ກໍຄືເມືອງທ່າແຕງ ເໝາະແກ່ການພັກຜ່ອນຢ່ອນໃຈຂອງຄົນທຸກເພດທຸກໄວ ເຊິ່ງເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ມີຄວາມສວຍສົດງົດງາມ ແລະຮັກສາຄົງເດີມຄວາມເປັນທໍາມະຊາດທີ່ສຸດ ເປັນຕາດທີ່ຕັ້ງຢູ່ສາຍນໍ້າຫ້ວຍລະວັນບໍລິເວນເຂດບ້ານປະແຫຼງໃຕ້ ເມືອງທ່າແຕງ ແຂວງເຊກອງ ເຊິ່ງຫ່າງຈາກເທດສະບານເມືອງດັ່ງກ່າວໄປທາງທິດເໜືອ ປະມານ 8 ກິໂລແມັດ, ມີຄວາມສູງປະມານ 100 ແມັດ ແລະກວ້າງ 20 ແມັດ. ເຊິ່ງໄດ້ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວ ແລະເປັນທີ່ນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ແຕ່ປີ 2008 ເປັນຕົ້ນມາ.
ອີງຕາມການບອກເລົ່າໄດ້ໃຫ້ຮູ້ວ່າ: ແຕ່ກີ້ແຕ່ກ່ອນມີບ່າວສາວຄູ່ໜຶ່ງມາຫຼິ້ນນໍ້າຢູ່ບໍລິເວນຕາດແຫ່ງນີ້ຈົນເຄື່ອງນຸ່ງປຽກໝົດ ທັງສອງຈຶ່ງໄດ້ພາກັນດັງໄຟຝີງ ແລະຕາກເຄື່ອງນຸ່ງປະໄວ້ ຕໍ່ມາບັງເອີນມີລົມພັດແຮງ ພັດເອົາເຄື່ອງນຸ່ງຂອງທັງສອງຄົນເຂົ້າກອງໄຟເຮັດໃຫ້ເຄື່ອງນຸ່ງຂອງທັງສອງໄໝ້ຈົນກ້ຽງ ສະນັ້ນຈຶ່ງເປັນທີ່ມາຂອງຊື່ ຕາດໄຟໄໝ້ ຈົນເທົ່າທຸກວັນນີ້.

ສະຖານທີ່ດັ່ງກ່າວເໝາະແກ່ການທ່ອງທ່ຽວທາງທໍາມະຊາດ ເພື່ອຜ່ອນຄາຍຄວາມອິດເໝື່ອຍຈາກການເຮັດວຽກ ເປັນຕົ້ນສາມາດຍ່າງເລາະທ່ຽວຊົມທໍາມະຊາດ, ຟັງສຽງນົກໜູປູປີກທີ່ສົ່ງສຽງອິ່ນອ້ອຍສະໜັ່ນກ້ອງຫູ ທີ່ອາໄສຢູ່ໃນອ້ອມແອ້ມບໍລິເວນດັ່ງກ່າວ ບໍ່ວ່າຈະພາຄອບຄົວ ຫຼືຄົນຮັກພົບປະສັງສັນກິນເຂົ້າປ່າສາມັກຄີ ສູດດົມກິ່ນອາຍອາກາດອັນບໍລິສຸດ ບວກກັບອາກາດທີ່ເຢັນສົດຊື່ນຕະຫຼອດປີ. ສະຖານທີ່ດັ່ງກ່າວຈະແວດລ້ອມໄປດ້ວຍທິວທັດທໍາມະຊາດທີ່ຂຽວສະອຸ່ມສູ່ຍາມ, ມີສາຍລົມທີ່ໂຊຍພັດອາຍນໍ້າທີ່ເປັນລະອອງ ເຮັດໃຫ້ຜູ້ຄົນທີ່ໄດ້ສໍາຜັດຮູ້ສຶກເຖິງຄວາມສົດຊື່ນລືມເຖິງຄວາມອິດເໝື່ອຍ ແຕ່ໄດ້ຮັບຄວາມສຸກຄວາມສະບາຍຕົວ, ສະບາຍໃຈ ຈາກການໄດ້ສໍາຜັດບັນຍາກາດ, ອາກາດອັນບໍລິສຸດໃນສະຖານທີ່ແຫ່ງນັ້ນແທນ.
ສະນັ້ນ, ປີທ່ອງທ່ຽວລາວ 2018 ນີ້ ຖ້າຫາກວ່າທ່ານໃດບໍ່ຮູ້ວ່າຈະໄປທ່ຽວສະຖານທີ່ໃດທີ່ຈະສໍາຜັດກັບທໍາມະຊາດ, ອາກາດເຢັນສະບາຍ, ສະຖານທີ່ສວຍງາມ ຫ່າງໄກມົນລະພິດ ຄິດຫາແຫຼ່ງທ່ອງທ່ຽວຕ້ອງ ຕາດໄຟໄໝ້ ເມືອງທ່າແຕງ ແຂວງເຊກອງ ຜູ້ຂຽນຮັບຮອງວ່າ ໄດ້ໃຈ ໄດ້ອາລົມທ່ານຢ່າງແນ່ນອນ.

ໂດຍ: ນາລີວັນ

ໄປທ່ຽວບຸນວັດພູທັງໄດ້ໄປເບິ່ງງານເປີດປີທ່ອງທ່ຽວ

ວັນທີ 29-31 ມັງກອນ 2018 ນີ້ ເປັນມື້ຈັດງານບຸນນະມັດສະການຜາສາດຫີນວັດພູ ຊຶ່ງພາຍໃນງານບຸນນະມັດສະການຜາສາດຫີນວັດພູປີນີ້ ນອກຈາກມີກິດຈະກຳຕ່າງໆທີ່ກ່ຽວກັບຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາແລ້ວ ພິເສດປີນີ້ແມ່ນມີງານເປີດປີທ່ອງທ່ຽວລາວ ທ່ອງທ່ຽວແຂວງຈຳປາສັກ ຊຶ່ງງານເປີດປີທ່ອງທ່ຽວຈະຈັດຂຶ້ນໃນວັນທີ 29 ມັງກອນ 2018 ເລີ່ມເວລາ 16:00 ໂມງເປັນຕົ້ນໄປ. ພາຍໃນ ງານຈະມີຂະບວນແຫ່ຂອງບັນດາກ້ອນກຳລັງຈາກ 10 ຕົວເມືອງ, ມີຂະບວນຟ້ອນອັບສະລາ ຂອງນັກຮຽນ ເມືອງຈຳປາສັກ. ສຳລັບການຄົບງັນໃນເວທີກາງເລີ່ມແຕ່ 20:00 ໂມງເປັນຕົ້ນໄປ ແມ່ນມີການສະແດງສິລະ ປະວັນນະຄະດີຈາກພາກສ່ວນຕ່າງໆ ທັງເມືອງ ແລະ ແຂວງ. ພ້ອມນີ້ ຍັງມີຄອນເສີດ ໂດຍມີນັກຮ້ອງທີ່ມີຊື່ ສຽງຈາກ ນະຄອນຫຼວງວຽງຈັນ ແລະ ນັກຮ້ອງຈາກໄທ ທີ່ຈະມາໃຫ້ທ່ານໄດ້ສຳຜັດແບບໃກ້ຊິດ. ແຕ່ກ່ອນ ຈະຮອດມື້ບຸນ ນະມັດສະການຜາສາດຫີນວັດພູ ຜູ້ຂຽນຈະພາທ່ານຜູ້ອ່ານໄດ້ຮູ້ກ່ຽວກັບສະຖານບູຮານທີລືຊື່ ແລະ ເປັນມໍລະດົກໂລກແຫ່ງທີ 2 ຂອງລາວແຫ່ງນີ້ຕື່ມ ເພື່ອໃຫ້ການທ່ອງທ່ຽວ ແລະ ກາບໄຫວ້ສັກກາລະບູຊາ ຢູ່ສະຖານບູຮານວັດພູ ໄດ້ທັງຄວາມມ່ວນຊື່ນເບີກບານ ແລະ ຮູ້ຄວາມເປັນມາຂອງສະຖານທີ່ສຳຄັນນີ້ ໄປພ້ອມ.
ກຸ່ມສະຖານບູຮານວັດພູຕັ້ງຢູ່ບົນເປີ້ນພູເກົ້າ ປິ່ນໜ້າໃສ່ທົ່ງພຽງຈຳປາສັກ ແລະ ແມ່ນ້ຳຂອງ. ຕົວວິຫານເອງແມ່ນປະດິດສະຖານຢູ່ບົນຖ້ານເທິງສຸດຂອງເປີ້ນພູ ຊຶ່ງມີຄວາມສູງຈາກລະດັບນ້ຳທະເລປະມານ 200 ແມັດ ແລະ ເປັນບ່ອນທີ່ມີບໍ່ນ້ຳທຳມະຊາດໄຫຼລິນອອກມາຈາກເງີບຫີນ. ສ່ວນວ່າໂຄງສ້າງອື່ນໆຂອງກຸ່ມສະຖານບູຮານທັງໝົດຖືກຈັດວາງຕາມແຜນຜັງແບບຢຶດແນວເສັ້ນແກນຕາເວັນອອກ-ຕາເວັນຕົກເປັນຫຼັກ ມີລວງຍາວທັງໝົດປະມານ 1.400 ແມັດ ຊຶ່ງເຊື່ອມຕໍ່ພື້ນທີ່ຮາບຂອງທົ່ງພຽງຈຳປາສັກຂຶ້ນຫາເປີ້ນພູ.


ຢູ່ຖ້ານລຸ່ມສຸດໂດຍເລີ່ມຈາກທິດຕາເວັນອອກ ມີໜອງສະຂະໜາດ 200 x 600 ແມັດ ອາດຈະຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 10-11, ຂອບສະດ້ານຕາເວັນຕົກມີການກໍ່ສ້າງເປັນແຖ່ນລະບຽງຫີນທີ່ຈັດວາງຢ່າງປານີດ ແຕ່ປັດຈຸບັນຖືກເພພັງ ແລະ ເຕັມໄປດ້ວຍສິ່ງສະຫຼັກຫັກພັງຢັງຢາຍບໍ່ເປັນລະບຽບຈາກການສ້າງສາລາໃນປີ 1958. ຢູ່ດ້ານເໜືອຍັງມີໜອງສະໃຫຍ່ອີກສອງໜອງທີ່ຖືກສ້າງດ້ວຍວິທີການປ້ານຄັນຄູກັ້ນດິນ( ບໍ່ໄດ້ໃຊ້ວິທີຂຸດ ). ໜຶ່ງໃນນີ້ ໜ່ວຍທີ່ຕິດກັບໜອງສະໃຫຍ່ແມ່ນຖືກສ້າງຂຶ້ນໃນລະຫວ່າງທ້າຍສະຕະວັດທີ 11 ຫາຕົ້ນສະຕະວັດທີ 12 . ຈາກແຖ່ນຫີນຂອບໜອງສະເປັນຈຸດເລີ່ມຕົ້ນຂອງເສັ້ນທາງເດີນຈົງກົມ ຊຶ່ງປະດັບດ້ວຍເສົາເສລຽງລາຍຢູ່ຕາມສອງຂອກຂ້າງຂອງເສັ້ນທາງຫຼັກ.
ກຸ່ມສະຖານບູຮານວັດພູຖືກສ້າງຂຶ້ນບົນ 6 ຖ້ານທີ່ແຕກຕ່າງກັນ. ຖ້ານທີໜຶ່ງມີຄວາມກວ້າງຈາກທິດຕາເວັນອອກຫາທິດຕາເວັນຕົກຫຼາຍກວ່າ 130 ແມັດ. ດ້ານໜ້າປະກອບດ້ວຍ 2 ອາຄານໃຫຍ່ເປັນຮູບ 4 ຫຼ່ຽມທີ່ເຮັດດ້ວຍຫີນກວ້າງ 44 ແມັດ, ແຕ່ລະອາຄານເປັນຮູບ 4 ຫຼ່ຽມ ມີກົມມະລຽນອ້ອມຮອບສະໜາມຫຍ້າທີ່ມີຂະໜາດ 62 x 42 ແມັດ, ອາຄານທັງສອງຫຼັງຕັ້ງຢູ່ກົງກັນຂ້າມກັນ ແລະ ຂະໜານກັບເສັ້ນແກນ, ຫ້ອງໂຖງດ້ານໜ້າເປັນຮູບ 4 ຫຼ່ຽມເປີດໄປສູ່ສະໜາມຫຍ້າ ໂດຍມີທາງເຂົ້າສູ່ອາຄານທີ່ແກະສະຫຼັກດ້ວຍລວດລາຍ ແລະ ເປັນປະຕູເຊື່ອມຕໍ່ໄປຍັງກົມມະລຽນອີກ 3 ດ້ານ ອາຄານເຫຼົ່ານີ້ໃນເມື່ອກ່ອນເອີ້ນວ່າພະລາດຊະວັງ. ເຖິງຢ່າງໃດກໍ່ດີ ນັກຄົ້ນຄວ້າໄດ້ມີການສັນນິຖານວ່າສະຖານທີ່ແຫ່ງນີ້ອາດຖືກນຳໃຊ້ປະໂຫຍດທາງສາສະໜາ ໂດຍໃຊ້ເປັນສະຖານທີ່ຮັບຮອງພະສົງ ຫຼື ນັກສະແຫວງບຸນໃນໄລຍະດຳເນີນພິທີທາງສາສະໜາ. ຮູບແບບທາງສະຖາປັດຕະຍະກຳແບບໂກະແກ ( Koh Ker ) ຊຶ່ງເລີ່ມຕົ້ນໃນຍຸກສະຕະວັດທີ 11.


ເນື້ອທີ່ທາງທິດຕາເວັນຕົກຂອງຖ້ານທີໜຶ່ງນີ້ ເປັນພື້ນທີ່ຫວ່າງເປົ່າ ແລະ ຄ່ອຍໆລາດຊັນຂຶ້ນໄປຫາຕີນຂອງຖ້ານທີສອງ. ລຽບຕາມສອງຂ້າງຂອງທາງຍ່າງ ຖືກປະດັບດ້ວຍຫຼັກເສົາເສ ວາງເປັນໄລຍະຫ່າງທີ່ສະ ໝຳ່ສະເໝີ ແລະ ຍັງມີຮອຍຂອງໂຄງສ້າງເໝືອນກົມມະລຽນຊຶ່ງຄ້ຳດ້ວຍເສົາຫີນ ໂຄງຫຼັງຄາເຮັດດ້ວຍໄມ້ ແລະ ມຸງດ້ວຍດິນຂໍ. ຢູ່ທາງດ້ານໃຕ້ມີອາຄານຮູບ 4 ຫຼ່ຽມຂະໜາດນ້ອຍຫຼັງໜຶ່ງ ທີ່ສ້າງດ້ວຍຫີນຊາຍເປີດປະຕູສູ່ທິດເໜືອ ແລະ ໃຕ້, ປະຊາຊົນເອີ້ນວ່າ ໂຮງງົວອຸສຸພະລາດ ຖືກສ້າງຂຶ້ນໃນສະຕະວັດທີ 11.ສ່ວນຈຸດປະສົງທີ່ແທ້ຈິງໃນການສ້າງຫໍໄຫວ້ຫຼັງນີ້ນັ້ນ ຍັງບໍ່ທັນເປັນທີ່ຊັດເຈນເທື່ອ, ບາງທີອາດຈະເປັນຈຸດຕົ້ນທາງທີ່ເຊື່ອມຕໍ່ໄປສູ່ເສັ້ນທາງບູຮານໃນຍຸກນັ້ນ ເພາະທີ່ຕັ້ງຂອງອາຄານຫຼັງນີ້ແມ່ນກົງກັບສົ້ນສຸດຂອງເສັ້ນທາງບູຮານນີ້ເອງ. ອາ ຄານດ່ຽວປະເພດນີ້ ທີ່ມີໂຄງສ້າງເປັນຮູບສີ່ຫຼ່ຽມຍາວເປີດປະຕູໄປສູ່ສອງທິດ ຖືວ່າຫາຍາກທີ່ສຸດໃນສະຖາ ປັດຕະຍະກຳຂອງຊາວຂະແມ.
ລະດັບສູງຈາກຖ້ານທີໜຶ່ງຂຶ້ນໄປປະມານ 2 ແມັດ ເປັນກຳແພງກັນເຈື່ອນຂອງຖ້ານທີສອງ. ຖ້ານນີ້ປະກອບສ້າງເປັນສະພານເຊື່ອມຕໍ່ເສັ້ນທາງຫຼັກລະຫວ່າງສອງຖ້ານເຂົ້າຫາກັນ. ຢູ່ສອງຂ້າງຂອງຈຸດເຊື່ອມຕໍ່ນີ້ ມີໂຄງສ້າງຂະໜາດນ້ອຍອີກສອງແຫ່ງ ຊຶ່ງເປັນບ່ອນປະດິດສະຖານຮູບແກະສະຫຼັກຂອງທະວາຣະບານຫຼືຜູ້ຮັກສາປະຕູ ສ້າງໃນສະຕະວັດທີ 13, ໃນນີ້ມີຮູບແກະສະຫຼັກຂອງທະວາຣະບານທີ່ຍັງສົມບູນຢູ່ອົງໜຶ່ງຕັ້ງຢູ່ໃນສະພາບສົມບູນດີ ( ຊາວທ້ອງຖິ່ນເອີ້ນພະຍາກຳມະທາ ); ຍັງມີຮູບທະວາຣະບານບໍ່ມີສຽນອີກສອງອົງ ແລະ ຊິ້ນສ່ວນອີກຈຳນວນໜຶ່ງທີ່ຢັງຢາຍຢູ່ບໍລິເວນໃກ້ຄຽງແຕ່ບໍ່ແມ່ນຈຸດທີ່ຕັ້ງເດີມ.
ຈາກນັ້ນ ມີຂັ້ນໄດອັນໜຶ່ງປະກອບສ້າງເປັນສະພານຍາວກໍ່ຍົກລະດັບ ມີຝາກຳແພງກັນເຈື່ອນທັງສອງຂ້າງ ອັນເປັນເສັ້ນທາງເຊື່ອມຕໍ່ເຂົ້າຫາພື້ນທີ່ຂອງຖ້ານທີສາມ. ເສັ້ນແກນກາງຂອງຂັ້ນໄດນີ້ມີຄວາມຍາວ 75 ແມັດ ແລະ ຄ່ອຍໆລາດຊັນຂຶ້ນໄປເປັນລຳດັບມີຄວາມສູງເຖິງ 15 ແມັດ, ສອງຟາກຂ້າງເປັນພື້ນທີ່ຫວ່າງເປົ່າ ແລະ ເປັນເນີນພູທຳມະຊາດ.
ຖ້ານທີສີ່ ມີຄວາມກວ້າງປະມານ 20 ແມັດ ກັ້ນດ້ວຍກຳແພງກັນເຈື່ອນທີ່ສູງ, ເດີມແທ້ມີຂັ້ນໄດສາມຂັ້ນຂຶ້ນຫາຖ້ານນີ້, ຂັ້ນໄດສ່ວນທາງກາງຖືກດັດແປງ ແລະ ກໍ່ເພີ່ມຕື່ມໃນຍຸກຕໍ່ມາດ້ວຍປ່ຽງຫີນທີ່ຖືກນຳໃຊ້ແລ້ວ. ຢູ່ຖ້ານນີ້ມີຫໍໄຫວ້ກໍ່ດ້ວຍດິນຈີ່ 6 ໜ່ວຍ ຢູ່ແຕ່ລະຂ້າງຂອງເສັ້ນທາງຫຼັກມີ 3 ໜ່ວຍ. ຫໍໄຫວ້ເຫຼົ່ານີ້ ຕັ້ງຢູ່ໃນແນວເສັ້ນຊື່ດຽວກັນຕາມທິດເໜືອ-ໃຕ້ ຢູ່ດ້ານໃນຂອງຫໍໄຫວ້ແຕ່ລະຫຼັງມີສີວະລິງຄະປະດິດສະຖານຢູ່. ອີງຕາມຮູບແບບການກໍ່ສ້າງຂອງຫໍໄຫວ້ ແລະ ຮູບແບບສິລະປະຂອງລິງຄະແລ້ວ ບົ່ງບອກເຖິງຍຸກສະຕະວັດທີ 11.
ຖ້ານທີຫ້າມີເນື້ອທີ່ກວ້າງປະມານ 20 ແມັດເຊັ່ນກັນ, ແຕ່ແບ່ງອອກເປັນສອງສ່ວນດ້ວຍຂັ້ນໄດຫີນຕຳ່ໆ ແລະ ຍົກລະດັບສູງຂຶ້ນຈາກຖ້ານທີສີ່ເລັກໜ້ອຍ. ມີລານປູດ້ວຍຫີນປະກອບເປັນລະບຽງນາຄະບັນພົດຢູ່ຕົງແກນກາງຂອງເສັ້ນທາງຫຼັກ.
ເລີ່ມຈາກຖ້ານທີຫ້ານີ້ເປັນຕົ້ນໄປມີກຳແພງກັ້ນດິນທີ່ສູງ 7 ຊັ້ນ ຢອງກັນເປັນລັ່ນໆ ໂດຍມີຄວາມສູງເຖິງ 15 ແມັດ. ຢູ່ແນວແກນກາງມີຂັ້ນໄດ 7 ຖ້ານ, ແຕ່ລະຖ້ານມີ 11 ຂັ້ນ.
ຂັ້ນໄດນີ້ໄປບັນຈົບຢູ່ຖ້ານທີຫົກ ຊຶ່ງເປັນຖ້ານສຸດທ້າຍ ມີລະດັບຄວາມສູງເໜືອລະດັບໜອງສະ 75 ແມັດ, ເປັນຈຸດທີ່ສາມາດຊົມທັດສະນີຍະພາບຂອງກຸ່ມເທວະສະຖານທັງໝົດ, ທົ່ງພຽງ ແລະ ສາຍນ້ຳຂອງໄດ້ຢ່າງປະທັບໃຈ. ຖ້ານເທິງສຸດນີ້ມີພື້ນທີ່ປະມານ 60 x 60 ແມັດ ເປັນທີ່ຕັ້ງຂອງຜາສາດປະທານ ( ວິຫານ ) ຫຼື ສິມສ້າງເພື່ອອຸທິດແດ່ພະສີວະເທບ ທີ່ປະດິດສະຖານຢູ່ໃຈກາງຂອງສິມ. ພື້ນທີ່ດ້ານຫຼັງຂອງສິມ ຢູ່ໃຕ້ຕີນຜາຫີນມີບໍ່ນ້ຳທຳມະຊາດທີ່ຊາວບ້ານເອີ້ນກັນວ່ານ້ຳທ່ຽງ, ບໍລິເວນນີ້ເປັນພື້ນທີ່ປິດທັງສີ່ທິດ, ຊຶ່ງຖືວ່າເປັນພື້ນທີ່ສັກສິດໃນບໍລິເວນນີ້. ນ້ຳທ່ຽງຖືກໂຕ່ງສະສົມຢູ່ໃນອ່າງທີ່ກໍ່ດ້ວຍດິນຈີ່ ແລ້ວສົ່ງຜ່ານທາງທໍ່ຮາງລິນຫີນໄປຍັງສິມ ເພື່ອຫົດສົງພະສີວະລິງຄະທີ່ປະດິດສະຖານຢູ່ດ້ານໃນ. ເພາະສະນັ້ນຈຶ່ງຖືວ່າ ລິງຄະ ແມ່ນຖືກຫົດສົງຢູ່ຕະ ຫຼອດເວລາ ດ້ວຍນ້ຳທີ່ສັກສິດທີ່ອອກບໍ່ໄຫຼລິນຢູ່ຢ່າງບໍ່ເຫືອດແຫ້ງ. ຢູ່ດ້ານໃຕ້ຂອງສິມມີຊາກໂຄງສ້າງຂະໜາດນ້ອຍຫຼັງໜຶ່ງເອີ້ນວ່າ: “ ບັນນາໄລ ” ຫຼື “ ຫໍໄຕ ” ຫຼື “ ຫ້ອງສະໝຸດສົງ ”.
ພື້ນທີ່ທາງທິດຕາເວັນຕົກຂອງຖ້ານເທິງສຸດນີ້ ປິດກັ້ນດ້ວຍກຳແພງກົມມະລຽນ, ດ້ານເໜືອມີໂຂດຫີນທຳມະຊາດຂະໜາດໃຫຍ່, ມີຫໍແຈກ ແລະ ກຸດຕິ ຊຶ່ງເປັນໂຄງສ້າງຍຸກໃໝ່. ຢູ່ຫ່າງໄປທາງທິດເໜືອອີກມີຮູບຄວັດບົນໂງ່ນຫີນທຳມະຊາດເປັນຮູບແຂ້, ຮູບຊ້າງ ແລະ ອື່ນໆ ເປັນຕົ້ນວ່າຮ່ອງຮອຍຂອງໂຄງສ້າງບູຮານບົນຫີນທຳມະຊາດປ່ຽງດຽວ ອາດເປັນຫໍເຂົ້າກຳບ່ອນວິປັດສະນາໃນສະໄໝສະຕະວັດທີ 7 ຊຶ່ງປັດຈຸບັນນີ້ໄດ້ຖືກເພພັງຍ້ອນການກິ້ງຕົວຂອງຫີນທີ່ເຈື່ອນລົງມາຈາກເທິງພູ.
ຈາກການສຶກສາເບິ່ງໂຄງສ້າງຂອງສິມ ສ່ວນທີ່ສ້າງດ້ວຍດິນຈີ່ອາດຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 10-11 ແລະ ມົນດົບສ່ວນທີ່ສ້າງດ້ວຍຫີນອາດຖືກຕໍ່ເຕີມໃນຍຸກຕໍ່ມາ ຄືຢູ່ໃນລະຫວ່າງສະຕະວັດທີ 11, ສິລະປະທາງປະຕິມາກຳທີ່ປະດັບຢູ່ຕາມມົນດົບ ແມ່ນປານີດສວຍງາມເປັນສິລະປະແບບບາພວນ ຂອງຍຸກສະຕະວັດທີ 11.
ກຸ່ມສະຖານບູຮານທັງໝົດ ແມ່ນໄດ້ຜ່ານໄລຍະການຂະຫຍາຍຕົວອັນຍາວນານ. ຄືດັ່ງໄດ້ກ່າວມາຂ້າງເທິງ ຮ່ອງຮອຍທີ່ເກົ່າແກ່ທີ່ສຸດທີ່ຄົ້ນພົບແມ່ນຢູ່ໃນຄຣິດຕະສະຕະວັດທີ 7, ແຕ່ວ່າໂຄງສ້າງສ່ວນໃຫຍ່ເທົ່າທີ່ຫຼົງເຫຼືອໃຫ້ເຫັນໃນທຸກວັນນີ້ແມ່ນຖືກສ້າງຂຶ້ນໃນຍຸກຫຼັງ. ບັນດາໂຄງສ້າງຫຼັກໆ ແມ່ນຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 11-12 ແລະ ສະຖານບູຮານແຫ່ງນີ້ແມ່ນໄດ້ຮັບການທະນຸບຳລຸງຈາກບັນດາເຈົ້າຈອມແຫ່ງນະຄອນວັດມາຈົນເຖິງສະຕະວັດທີ 14. ວັດພູໄດ້ຖືກຫັນປ່ຽນຈາກລັດທິຮິນດູມາເປັນພຸດທະສາສະນະສະຖານໃນສະຕະວັດທີ 13 ແລະ ໄດ້ສືບເນື່ອງເປັນສາສະໜາທີ່ນັບຖືສັກກາລະບູຊາໂດຍຊາວເມືອງໂດຍຕະຫຼອດມາຈົນເຖິງທຸກວັນນີ້.

ນຳສະເໜີໂດຍ: ສ. ເພັດທານີ ໜັງສືພິມຈໍາປາໃໝ່

ມະຫັດສະຈັນຖໍ້າເຊບັ້ງໄຟ

ຖ້ຳນ້ຳລອດເຊບັ້ງໄຟ: ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຖ້ຳນີ້ກໍ່ເປັນອີກແຫ່ງໜຶ່ງຂອງແຂວງຄຳມ່ວນ ທີ່ມີຄວາມສວຍງາມ ແລະ ມີຄວາມ ກ້ວາງໃຫຍ່ກ່ວາບັນດາຖ້ຳອື່ນໆ ໃນຂອບເຂດນີ້. ຖ້ຳນ້ຳລອດເຊບັ້ງໄຟໄຫຼຜ່ານ ມີຄວາມຍາວເຖິງ 9.5 ກິໂລແມັດ.

ຂຶ້ນລົດໄປຕາມເສັ້ນທາງເລກທີ 12 ເມືອງມະຫາໄຊ, ແລ້ວລ້ຽວຂວາມຸ່ງລົງສູ່ຖ້ຳນ້ຳລອດເຊບັ້ງໄຟ, ຢູ່ທາງດ້ານຕາເວັນອອກສຽງເໜືອຂອງເມືອງບົວລະພາ, ຕັ້ງຢູ່ບ້ານໜອງປີງ ຫ່າງຈາກເມືອງ 15 ກິໂລແມັດ. (ໄລຍະໃນການເດີນທາງຈາກບ້ານໜອງປີງໄປຫາສະຖານທີ່ແມ່ນຍ່າງ)

ນະຄອນຫຼວງຄາດວ່າ ປີ 2018-2020 ຈະມີນັກທ່ອງທ່ຽວ 2 ລ້ານຄົນຕໍ່ປີ

ການ​ເປັນ​ເຈົ້າພາບ​ທີ່​ດີ​ປີ​ທ່ອງທ່ຽວ​ລາວ 2018 ທີ່​ນະຄອນຫຼວງວຽງ​ຈັນ ຄາດ​ຄະເນ​ຜົນ​ໄດ້​ຮັບ​ໃນການ​ເປັນ​ເຈົ້າພາບ​ທີ່​ດີ ເພື່ອ​ເປັນການ​ກະຕຸກ​ຊຸກຍູ້ ແລະ ເພີ່ມ​ທະວີຄວາມ​ເປັນ​ເຈົ້າ​ການ ​ຍົກ​ສູງຄວາມ​ເປັນ​ແບບຢ່າງ​ໃນ​ນ້ຳໃຈຮັກ​ຊາດ ​ຮັກ​ບ້ານ​ເກີດ​ເມືອງ​ນອນ ຮັກ​ນະຄອນຫຼວງຂອງ​ປະຊາຊົນນະຄອນຫຼວງ​ວຽງ​ຈັນ ໃນ​ຄວາມເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນເຊື້ອ​ພິລະ​ອາດ​ຫານ​ຂອງ​ບັນພະບຸລຸດລາວ ໃນ​ການ​ນຳພາ​ຕໍ່ສູ້​ປົກ​ປັກຮັກສາ​ຜືນ​ແຜ່ນດິນ​ລາວ ເຊື້ອຊາດ​ລາວ ໃນ​ໄລຍະ​ປະຫວັດສາດ​ອັນ​ຍາວ​ນານ ພູມໃຈ​ຕໍ່ຄວາມ​ສວນ​ສົດ​ງົດ​ງາມ​ຂອງ​ທຳມະ​ຊາດ​ຕໍ່​ຄວາມ​ອຸດົມ​ຮັ່ງມີ ແລະ ຄວາມ​ເປັນ​ເອກະລັກ​ທາງ​ດ້ານວັດທະນະທຳ ຮີດຄອງ​ປະເພນີ ຕະຫຼອດ​ຮອດ​ອຸປະ​ນິໄສ​ໃຈຄໍ​ທີ່ອ່ອນໂຍນ​ຍິ້ມແຍ້ມ​ແຈ່ມ​ໃສ​ຂອງຄົນ​ນະຄອນຫຼວງ​ວຽງ​ຈັນ.

ເຫັນ​ເຖິງ​ພາບ​ພົດ​ແຫ່ງ​ຄວາມ​ມີສະ​ເຖຍ​ລະ​ພາບ​ທາງ​ດ້ານ​ການເມືອງ ແລະ ຄວາມ​ເຂັ້ມແຂງ​ໃນການ​ພັດທະນາ​ເສດຖະກິດ-ສັງຄົມ ຄວາມ​ເປັນ​ເອກະລັກ​ທາງດ້ານ​ວັດທະນະທຳ​ຂອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພັກ ແລະ ລັດ​ຖະບານ ຄະນະ​ພັກ ແລະ ອົງການປົກຄອງ​ນະຄອນຫຼວງ ຈະ​ເປັນ​ທີ່ຮູ້ຈັກ​ຂອງ​ຊາວ​ຕ່າງປະເທດ​ຫຼາຍຂຶ້ນ ແລະ ມີ​ຄວາມ​ເຂົ້າໃຈ​ດີ​ຕໍ່​ປະເທດ​ລາວ​ຄົນ​ລາວ​ຫຼາຍ​ຂຶ້ນ ສ້າງສິ່ງ​ຈູງ​ໃຈໃນ​ດ້ານ​ການ​ຄ້າ ແລະ ການ​ລົງທຶນ​ຂອງ​ຕ່າງປະເທດ ​ເຂົ້າສູ່​ນະຄອນຫຼວງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນນັບ​ທັງ​ຍູ້​ແຮງ​ການ​ລົງທຶນ​ຂອງພາຍ​ໃນ​ປະເທດ​ໃຫ້​ເຂັ້ມແຂງ ການ​ເປັນ​ເຈົ້າພາບ​ທີ່​ດີ​ປີ​ທ່ອງທ່ຽວ​ລາວ ຈະ​ເຮັດ​ໃຫ້​ຜົນ​ຂອງການ​ສົ່ງເສີມ​ການທ່ອງທ່ຽວ ໄດ້​ປະກອບສ່ວນ​ຊຸກຍູ້​ສົ່ງເສີມ​ຂະບວນ​ການ​ຕ່າງໆ ເປັນຕົ້ນ ການອະນຸ​ຮັກ​ປົກ​ປັກ​ຮັກສາ​ຮີດຄອງປະເພນີ​ວັດທະນະທຳ​ຂອງ​ປະຊາຊົນ​ບັນດາເຜົ່າ ໃນ​ນະຄອນຫຼວງວຽງ​ຈັນ ການ​ອະນຸ​ຮັກ​ຮັກສາ​ປ່າໄມ້ ສັດປ່າ ແລະ ສິ່ງແວດລ້ອມທາງ​ທຳ​ມະ​ຊາດ ໃຫ້​ມີ​ຄວາມ​ອຸດົມ​ສົມບູນ ຊຸກຍູ້​ການ​ຜະລິດ​ດ້ານຕ່າງໆ​ຂອງ​ປະຊາຊົນ ເຊັ່ນ: ການຜະລິດ​ທາງ​ດ້ານ​ກະສິກຳ ຫັດຖະກຳ ເຄື່ອງໃຊ້​ສອຍ​ຕ່າງໆ​ອັນ​ຈະເປັນ​ການ​ຍົກ​ລະດັບ​ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ສັງຄົມ​ເພີ່ມ​ຂຶ້ນ ກະຈາຍ​ລາຍ​ໄດ້​ໄປ​ສູ່ທ້ອງຖິ່ນເຂດ​ຫ່າງ​ໄກ​ສອກຫຼີກ ​ທີ່ມີ​ການທ່ອງທ່ຽວ​ໄປ​ເຖິງ ​ເປັນ​ການກະຕຸກ​ຊຸກຍູ້​ເຮັດ​ໃຫ້ການ​ຮ່ວມ​ມືລະຫວ່າງລັດ ແລະ ພາກ​ທຸລະກິດ ໃນ​ຂະແໜງ​ການທ່ອງທ່ຽວກັບ​ຂະແໜງການ​ປິ່ນ​ອ້ອມ ໄດ້​ມີຄວາມ​ແໜ້ນ​ແຟ້ນ ແລະ ກົມກຽວ​ກັນ​ຫຼາຍ​ຂຶ້ນ ຄາດ​ຄະເນ​ນັກທ່ອງ​ທ່ຽວ ແລະ ລາຍ​ຮັບ​ຈາກນັກ​ທ່ອງ​ທ່ຽວ​ແຕ່​ປີ 2018-2020 ໃຫ້​ໄດ້ 2 ລ້ານ​ຄົນ​ຕໍ່​ປີ ແລະ ສາມາດ​ສ້າງ​ລາຍ​ຮັບ​ທົ່ວ​ສັງຄົມຈາກ​ການທ່ອງທ່ຽວ​ໃຫ້​ໄດ້ 190-200 ລ້ານ​ໂດ​ລາ​ສະຫະລັດ.

ຂໍ້​ມູນ​ຈາກ​ແຜນ​ວຽກ​ຈຸດ​ສຸມຂອງ​ນະຄອນຫຼວງ​ວຽງ​ຈັນ ​ໃນການ​ເປັນ​ເຈົ້າພາບ​ທີ່​ດີ ປີ​ທ່ອງທ່ຽວ​ລາວ 2018.

ຂ່າວ: ນສພ ວຽງຈັນໃຫ່ມ

ນະຄອນຫຼວງຄາດວ່າ ປີ 2018-2020 ຈະມີນັກທ່ອງທ່ຽວ 2 ລ້ານຄົນຕໍ່ປີ

ການ​ເປັນ​ເຈົ້າພາບ​ທີ່​ດີ​ປີ​ທ່ອງທ່ຽວ​ລາວ 2018 ທີ່​ນະຄອນຫຼວງວຽງ​ຈັນ ຄາດ​ຄະເນ​ຜົນ​ໄດ້​ຮັບ​ໃນການ​ເປັນ​ເຈົ້າພາບ​ທີ່​ດີ ເພື່ອ​ເປັນການ​ກະຕຸກ​ຊຸກຍູ້ ແລະ ເພີ່ມ​ທະວີຄວາມ​ເປັນ​ເຈົ້າ​ການ ​ຍົກ​ສູງຄວາມ​ເປັນ​ແບບຢ່າງ​ໃນ​ນ້ຳໃຈຮັກ​ຊາດ ​ຮັກ​ບ້ານ​ເກີດ​ເມືອງ​ນອນ ຮັກ​ນະຄອນຫຼວງຂອງ​ປະຊາຊົນນະຄອນຫຼວງ​ວຽງ​ຈັນ ໃນ​ຄວາມເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນເຊື້ອ​ພິລະ​ອາດ​ຫານ​ຂອງ​ບັນພະບຸລຸດລາວ ໃນ​ການ​ນຳພາ​ຕໍ່ສູ້​ປົກ​ປັກຮັກສາ​ຜືນ​ແຜ່ນດິນ​ລາວ ເຊື້ອຊາດ​ລາວ ໃນ​ໄລຍະ​ປະຫວັດສາດ​ອັນ​ຍາວ​ນານ ພູມໃຈ​ຕໍ່ຄວາມ​ສວນ​ສົດ​ງົດ​ງາມ​ຂອງ​ທຳມະ​ຊາດ​ຕໍ່​ຄວາມ​ອຸດົມ​ຮັ່ງມີ ແລະ ຄວາມ​ເປັນ​ເອກະລັກ​ທາງ​ດ້ານວັດທະນະທຳ ຮີດຄອງ​ປະເພນີ ຕະຫຼອດ​ຮອດ​ອຸປະ​ນິໄສ​ໃຈຄໍ​ທີ່ອ່ອນໂຍນ​ຍິ້ມແຍ້ມ​ແຈ່ມ​ໃສ​ຂອງຄົນ​ນະຄອນຫຼວງ​ວຽງ​ຈັນ.

ເຫັນ​ເຖິງ​ພາບ​ພົດ​ແຫ່ງ​ຄວາມ​ມີສະ​ເຖຍ​ລະ​ພາບ​ທາງ​ດ້ານ​ການເມືອງ ແລະ ຄວາມ​ເຂັ້ມແຂງ​ໃນການ​ພັດທະນາ​ເສດຖະກິດ-ສັງຄົມ ຄວາມ​ເປັນ​ເອກະລັກ​ທາງດ້ານ​ວັດທະນະທຳ​ຂອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພັກ ແລະ ລັດ​ຖະບານ ຄະນະ​ພັກ ແລະ ອົງການປົກຄອງ​ນະຄອນຫຼວງ ຈະ​ເປັນ​ທີ່ຮູ້ຈັກ​ຂອງ​ຊາວ​ຕ່າງປະເທດ​ຫຼາຍຂຶ້ນ ແລະ ມີ​ຄວາມ​ເຂົ້າໃຈ​ດີ​ຕໍ່​ປະເທດ​ລາວ​ຄົນ​ລາວ​ຫຼາຍ​ຂຶ້ນ ສ້າງສິ່ງ​ຈູງ​ໃຈໃນ​ດ້ານ​ການ​ຄ້າ ແລະ ການ​ລົງທຶນ​ຂອງ​ຕ່າງປະເທດ ​ເຂົ້າສູ່​ນະຄອນຫຼວງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນນັບ​ທັງ​ຍູ້​ແຮງ​ການ​ລົງທຶນ​ຂອງພາຍ​ໃນ​ປະເທດ​ໃຫ້​ເຂັ້ມແຂງ ການ​ເປັນ​ເຈົ້າພາບ​ທີ່​ດີ​ປີ​ທ່ອງທ່ຽວ​ລາວ ຈະ​ເຮັດ​ໃຫ້​ຜົນ​ຂອງການ​ສົ່ງເສີມ​ການທ່ອງທ່ຽວ ໄດ້​ປະກອບສ່ວນ​ຊຸກຍູ້​ສົ່ງເສີມ​ຂະບວນ​ການ​ຕ່າງໆ ເປັນຕົ້ນ ການອະນຸ​ຮັກ​ປົກ​ປັກ​ຮັກສາ​ຮີດຄອງປະເພນີ​ວັດທະນະທຳ​ຂອງ​ປະຊາຊົນ​ບັນດາເຜົ່າ ໃນ​ນະຄອນຫຼວງວຽງ​ຈັນ ການ​ອະນຸ​ຮັກ​ຮັກສາ​ປ່າໄມ້ ສັດປ່າ ແລະ ສິ່ງແວດລ້ອມທາງ​ທຳ​ມະ​ຊາດ ໃຫ້​ມີ​ຄວາມ​ອຸດົມ​ສົມບູນ ຊຸກຍູ້​ການ​ຜະລິດ​ດ້ານຕ່າງໆ​ຂອງ​ປະຊາຊົນ ເຊັ່ນ: ການຜະລິດ​ທາງ​ດ້ານ​ກະສິກຳ ຫັດຖະກຳ ເຄື່ອງໃຊ້​ສອຍ​ຕ່າງໆ​ອັນ​ຈະເປັນ​ການ​ຍົກ​ລະດັບ​ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ສັງຄົມ​ເພີ່ມ​ຂຶ້ນ ກະຈາຍ​ລາຍ​ໄດ້​ໄປ​ສູ່ທ້ອງຖິ່ນເຂດ​ຫ່າງ​ໄກ​ສອກຫຼີກ ​ທີ່ມີ​ການທ່ອງທ່ຽວ​ໄປ​ເຖິງ ​ເປັນ​ການກະຕຸກ​ຊຸກຍູ້​ເຮັດ​ໃຫ້ການ​ຮ່ວມ​ມືລະຫວ່າງລັດ ແລະ ພາກ​ທຸລະກິດ ໃນ​ຂະແໜງ​ການທ່ອງທ່ຽວກັບ​ຂະແໜງການ​ປິ່ນ​ອ້ອມ ໄດ້​ມີຄວາມ​ແໜ້ນ​ແຟ້ນ ແລະ ກົມກຽວ​ກັນ​ຫຼາຍ​ຂຶ້ນ ຄາດ​ຄະເນ​ນັກທ່ອງ​ທ່ຽວ ແລະ ລາຍ​ຮັບ​ຈາກນັກ​ທ່ອງ​ທ່ຽວ​ແຕ່​ປີ 2018-2020 ໃຫ້​ໄດ້ 2 ລ້ານ​ຄົນ​ຕໍ່​ປີ ແລະ ສາມາດ​ສ້າງ​ລາຍ​ຮັບ​ທົ່ວ​ສັງຄົມຈາກ​ການທ່ອງທ່ຽວ​ໃຫ້​ໄດ້ 190-200 ລ້ານ​ໂດ​ລາ​ສະຫະລັດ.

ຂໍ້​ມູນ​ຈາກ​ແຜນ​ວຽກ​ຈຸດ​ສຸມຂອງ​ນະຄອນຫຼວງ​ວຽງ​ຈັນ ​ໃນການ​ເປັນ​ເຈົ້າພາບ​ທີ່​ດີ ປີ​ທ່ອງທ່ຽວ​ລາວ 2018.

ທ່ຽວຊົມຖ້ຳຕິ່ງ

ຖ້ຳ​ຕິ່ງ ​ເປັນ​ປູ​ຊະ​ນິ​ຍະ​ສະ­ຖານ­ທີ່​ ສຳ­ຄັນ ອອກ​ແບບ​ໂດຍ​ທຳ​ມະ​ຊາດ ມີ​ຄວາມ​ກົມ­ກຽວ​ກັນ​ດີ ລະ­ຫວ່າງ​ທີ່​ຕັ້ງ​ພູມ​ສັນ­ຖານ​ທີວ​ທັດ​ທາງ​ທຳ​ມະ​ຊາດ ຄື​ຕັ້ງ​ຢູ່​ຍ່ານ​ທີ່​ນ້ຳ​ອູ​ມາ​ໄຫຼ​ປ່ອງ​ໃສ່​ນ້ຳ­ຂອງ ບ້ານ​ປາກ​ອູ ແລະ ມີ​ພູ​ນ້ອຍ​ໜ່ວຍ​ໜຶ່ງ​ຕັ້ງ​ຢູ່​ຟາກ​ແມ່­ນ້ຳ​ຂອງ ຊຶ່ງ​ທຳ​ມະ​ຊາດ​ເຈາະ​ຮູ​ໃຫ້​ເປັນ​ຖ້ຳ ສອງ​ຖ້ຳ ຄື​ຖ້ຳ​ລຸ່ມ ແລະ ຖ້ຳ​ເທິງ ຫ່າງ​ກັນ​ສູງ​ປະ­ມານ​ຮ້ອຍ​ກ່ວ​າ​ແມັດ ມີ​ຕົ້ນ­ໄມ້​ສີ­ຂຽວ​ປົກ​ຫຸ້ມ​ຕະ­ຫຼອດ​ປີ ໃນ​ນັ້ນ​ພົ້ນ​ເດັ່ນ​ກ່ອນ­ໝູ່​ແມ່ນ​ຕົ້ນ​ຈຳ­ປາ ເມື່ອ​ຕົກ​ຍາມ​ໜ້າ​ຮ້ອນ ໃບ​ຈະ​ມີ​ໜ້ອຍ ແລະ ດອກ​ຈະ​ບານ​ຂາວ​ສະ­ພັ້ງ ດັ່ງ​ຈະ​ແຂ່ງ­ຂັນ​ທ້າ​ສາຍ­ຕາ​ຂອງ​ນັກ​ທ່ອງ​ທ່ຽວ ເພື່ອ​ປະ­ກາດ​ສັກ​ສີ​ແຫ່ງ​ຄວາມ​ເປັນ​ພາກ­ສ່ວນ​ໜຶ່ງ ຂອງ​ນະ­ຄອນ​ເກົ່າ​ແກ່​ຫຼວງ​ພະ​ບາງ ປາກ​ຖ້ຳ​ຕິ່ງ ມີ​ຍອຍ​ຫີນ​ບັງ ປາກ​ຖ້ຳ​ບ່ອນ​ຕ່ຳ ບ່ອນ​ສູງ ເໝືອນ​ດັ່ງ​ນັກ​ສິ­ລະ​ປິນ ບັນ­ຈົງ​ສ້າງ​ໃຫ້​ມີ​ຄວາມ​ແປກ​ແຫວກ​ແນວ ໃຫ້​ແກ່​ສະ­ຖານ­ທີ່​ດັ່ງ­ກ່າວ.

ຖ້ຳ​ຕິ່ງ ຖ້າ​ຫຼຽວ​ຈາກ​ບ້ານ​ປາກ​ອູ ກໍ​ຈະ​ເຫັນ​ຕິ່ງ​ຫີນ​ຢ່ອນ​ຢູ່​ປາກ​ຖ້ຳ ແລະ ຮາວ​ຂັ້ນ­ໄດ​ສີ­ຂາວ ລຽນ​ລັ່ນ​ຂຶ້ນ​ໄປ​ຕາມ​ວ່າງ​ຫີນ​ໄປ​ຍັງ​ຖ້ຳ​ລຸ່ມ​ຖ້ຳ​ເທິງ ໂດຍ​ສາ­ມາດ​ແນມ​ເຫັນ​ໄກ​ຈາກ​ສີ­ຂາວ​ຂອງ​ຂັ້ນ­ໄດ​ນີ້ ຊຶ່ງ​ປັດ­ຈຸ­ບັນ ເພິ່ນ​ໄດ້​ສ້າງ​ຂັ້ນ­ໄດ​ອີກ​ເບື້ອງ​ໜຶ່ງ ເພື່ອ​ລັດ​ຂຶ້ນ​ຖ້ຳ​ເທິງ​ໂດຍ​ກົງ.

ຕາມ​ການ​ບອກ­ເລົ່າ​ຂອງ​ຊາວ­ບ້ານ​ອາ­ວຸ­ໂສ​ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ຖ້ຳ​ຕິ່ງ ແຕ່​ກ່ອນ​ສາດ­ສະ­ໜາ​ພຸດ​ຈະ​ຖືກ​ເຜີຍ­ແຜ່​ມາ​ເຖິງ​ນັ້ນ ຊາວ­ບ້ານ​ແຖບ​ນັ້ນ​ນັບ­ຖື​ຜີ ແລະ ຖື​ເອົາ​ຖ້ຳ​ນັ້ນ ເຮັດ​ພິ­ທີ­ກຳ​ຕ່າງໆ ຂອງ​ການ​ເຊື່ອ​ຖື​ເວ­ລາ​ນັ້ນ ແຕ່​ເມື່ອ​ມີ​ການ​ນັບ­ຖື​ສາດ­ສະ­ໜາ​ພຸດ ຖ້ຳ​ກໍ​ປ່ຽນ­ແປງ​ມາ​ຮັບ​ໃຊ້​ການ​ເຮັດ​ພິ­ທີ­ກຳ​ທາງ​ພຸດ ແລະ ນຳ​ເອົາ​ພຸດ​ທະ​ຮູບ​ມາ​ປະ­ດິດ­ສະ­ຖານ​ໃນ​ຖ້ຳ ພະ​ພຸດ​ທະ​ຮູບ​ນຳ​ມາ​ປະ­ດິດ­ສະ­ຖານ​ຫຼາຍ​ທີ່​ສຸດ ໃນ​ສະ­ໄໝ​ພະ​ເຈົ້າ​ໄຊ​ເຊດ​ຖາ ໂດຍ​ສະ­ເພາະ​ກ່ອນ​ຈະ​ຍ້າຍ​ນະ­ຄອນ­ຫຼວງ​ໄປ​ຕັ້ງ​ຢູ່​ວຽງ​ຈັນ ເມື່ອ ຄ.ສ 1560 ຫຼັງ​ຈາກ​ນັ້ນ ກໍ​ແມ່ນ​ພະ​ອາ­ຈານ​ວັດ​ຕ່າງໆ ນຳ​ມາ​ປະ­ດິດ­ສະ­ຖານ ແລະ ການ​ນຳ​ມາ​ບວດ ແລະ ປະ­ດິດ­ສະ­ຖານ​ຂອງ​ອອກ​ຕົນ​ຍາດ​ໂຍມ​ໄວ້​ນະ​ທີ່​ນີ້ ດັ່ງ​ນັ້ງ ຖ້ຳ​ຕິ່ງ ຈຶ່ງ​ມີ​ພະ​ພຸດ​ທະ​ຮູບ​ນ້ອຍ​ໃຫຍ່​ປາງ​ຕ່າງໆ​ຫຼາຍ​ອົງ ທັງ​ໄດ້​ກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ສຳ­ຄັນ​ອີກ​ແຫ່ງ​ໜຶ່ງ ຂອງ​ແຂວງ​ຫຼວງ​ພະ​ບາງ ການ​ມາ​ທ່ຽວ​ຖ້ຳ​ຕິ່ງ ນອກ­ຈາກ​ຈະ​ເຫັນ​ທຳ​ມະ​ຊາດ ສວຍ​ງາມ ສາຍ​ນ້ຳ​ໃສ ປ່າ­ໄມ້​ຂຽວ ສາຍ­ພູ​ຍາວ ແລ້ວ ຍັງ​ເປັນ​ການ​ມາ​ທ່ຽວ ພ້ອມ​ກັບ​ການ​ເຮັດ­ບຸນ ເພື່ອ​ຄວາມ​ເປັນ​ສິ­ລິ​ມຸງ­ຄຸນ​ແກ່​ຊີ­ວິດ​ອີກ​ດ້ວຍ.

ມາ​ທ່ຽວ​ຖ້ຳ​ຕິ່ງ​ໃນ​ປັດ­ຈຸ­ບັນ ບໍ່​ເໝືອນ​ແຕ່​ກ່ອນ ຍ້ອນ​ວ່າ​ສາ­ມາດ​ມາ​ໄດ້​ທັງ​ທາງ­ນ້ຳ ແລະ ບາງ​ບົກ ທັງ​ບໍ່​ຕ້ອງ​ກັງ­ວົນ​ໃຈ​ວ່າ​ຈະ​ບໍ່​ມີ​ຮ້ານ​ອາ­ຫານ ດຽວ­ນີ້​ມີ​ທັງ​ຮ້ານ​ຕັ້ງ​ງອຍ​ຝັ່ງ ແລະ ຮ້ານ​ເຮືອນ​ແພ ພ້ອມ​ບໍ­ລິ­ການ​ແກ່​ແຂກ​ຄົນ​ຕາມ​ອັດ​ທະ​ຍາ​ໃສ ໂດຍ​ສະ­ເພາະ​ຈະ​ໄດ້​ຢູ່​ໃກ້ໆ​ກັບ​ທຳ​ມະ​ຊາດ ທີ່­ຢູ່​ທັງ​ສອງ​ແຫຼ່ງ​ນ້ຳ​ຢ່າງ​ມີ​ຄວາມ­ສຸກ.