ກອງປະຊຸມລັດຖະບານ ປືກສາຫາລືກ່ຽວກັບການຂໍອະນຸມັດສ້າງຕັ້ງ ນະຄອນຫຼວງພະບາງ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ຕຸລາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ຢູ່ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້ ລັດຖະບານຈະໄດ້ຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 9 ບັນຫາ ດັ່ງນີ້:
1. ບົດລາຍງານສະພາບພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ;
2. ທິດທາງ ແລະ ວິທີການແກ້ໄຂບັນຫາການຂົນສົ່ງທາງບົກ ແລະ ດ່ານສາກົນພາຍໃນປະເທດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ;
3. ບົດລາຍງານກ່ຽວກັບບັນຫາທີ່ດິນ;
4. ຮ່າງແຜນແມ່ບົດທີ່ດິນແຫ່ງຊາດ;
5. ບົດລາຍງານກ່ຽວກັບການຂໍອະນຸມັດສ້າງຕັ້ງ ນະຄອນ ຫຼວງພະບາງ;
6. ບົດລາຍງານກ່ຽວກັບແຜນງົບປະມານຮັບໃຊ້ໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ;
7. ຮ່າງດໍາລັດ ວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ;
9. ບົດລາຍງານກ່ຽວກັບ ສະພາບການປັບປຸງບັນຍາກາດຂອງການດໍາເນີນທຸລະກິດ ຢູ່ໃນ ສປປ ລາວ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.

ໃນໂອກາດກ່າວເປີດກອງປະຊຸມໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ບັນດາເນື້ອໃນສໍາຄັນທີ່ນໍາມາປຶກສາຫາລືໃນຄັ້ງນີ້ ມີຄວາມຄົບຖ້ວນ, ສົມບູນ, ຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃນວຽກງານຕົວຈິງໄດ້.
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວາລາ 02 ວັນເຕັມ ຄື: ແຕ່ວັນທີ 24-25 ຕຸລາ 2017.

ລັດພິຈາລະນາທຶນ 1.300 ກວ່າຕື້ເພື່ອພັດທະນາຄວາມທຸກຍາກໃນປີ 2018

ລັດຖະບານໄດ້ພິຈາລະນາງົບປະມານເບື້ອງຕົ້ນ 1.300 ກວ່າຕື້ີກີບເຂົ້າໃສ່ວຽກພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກໃນປີ 2018 ລວມເກືອບ 1.200 ໂຄງການ ໃນນີ້ຍັງບໍ່ລວມເງິນກູ້ດອກເບ້ຍຕໍ່າຈາກທະນາຄານນະໂຍບາຍ.

ລັດຖະບານມີຄວາມມຸ້ງໝັ້ນທີ່ຈະແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນໃຫ້ໝົດໄປໂດຍໄວທີ່ສຸດ ປີ 2018 ນີ້ຈິ່ງຈັດສັນງົບປະມານອີກ 1364,49 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນການວຽກງານພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ ໃນນັ້ນເປັນທຶນພາຍໃນ 593,35 ຕື້ກີບ ແລະທຶນຕ່າງປະເທດ 771,44 ຕື້ກີບ.

ສະເພາະທຶນພາຍໃນແມ່ນໄດ້ແບ່ງງົບປະມານເປັນແຕ່ລະໂຄງການຄື: ທຶນສຳລັບພັດທະນາຊາຍແດນລາວ-ຫວຽດນາມ 95 ໂຄງການເປັນມູນຄ່າ 28,80 ຕື້ກີບ, ທຶນຈັດສັນພູມລຳເນົາ ແລະບ່ອນທຳມາຫາກິນທີ່ຖາວອນໃຫ້ແກ່ປະຊາຊົນບັນດາເຜົ່າຈຳນວນ 53 ໂຄງການທຶນພາຍໃນ 15,3 ຕື້ກີບ, ກອງທຶນຫຼຸດຜ່ອນຄວາມທຸກຍາກບ້ວງສູນກາງຄຸ້ມຄອງມີ 38 ໂຄງການທຶນພາຍໃນ 11 ຕື້ກີບ, ທຶນແກ້ໄຂຄວາມທຸກຍາກ 71 ຈຸດສຸມ ມີ 337 ໂຄງການເປັນທຶນພາຍໃນ 72 ຕື້ກີບ, ທຶນຈັດສັນພູມລໍາເນົາ 145 ຈຸດສຸມ ມີ 129 ໂຄງການ ທຶນພາຍໃນ 33,66 ຕື້ກີບ ທຶນສຳລັບການຄ້ຳປະກັນສະບຽງອາຫານມີ 61 ໂຄງການເປັນທຶນພາຍໃນ 150 ຕື້ກີບ.

ສຳລັບປີ 2017 ນີ້ໄດ້ນຳໃຊ້ງົບປະມານເຂົ້າໃສ່ວຽກງານພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂອງປະຊາຊົນ ທັງໄດ້ລົງທຶນຄ້ຳປະກັນສະບຽງອາຫານ ແລະທຶນຈາກໂຄງການນ້ຳເທິນ2 ລວມເປັນເງິນທັງໝົດ1.540 ຕື້ກີບໃນຈຳນວນນີ້ເປັນທຶນພາຍໃນ 335 ຕື້ກີບ. ການລົງທຶນສ່ວນໃຫຍ່ແມ່ນສຸມໃສ່ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ສົ່ງເສີມວິຊາການຜູ້ຈະລົງໃຫ້ການຊ່ວຍເຫຼືອການຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ປະຊາຊົນໃນເຂດຊົນນະບົດແລະຫ່າງໄກສອກຫຼີກ ເພື່ອສາມາດຫຼຸກພົ້ນອອກຈາກຄວາມທຸກຈົນໄດ້ເທື່ອລະກ້າວ.

ປະທານປະເທດ ເນັ້ນໃຫ້ຈຳປາສັກເອົາໃຈໃສ່ບັນຫາ ການພັດທະນາ

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ປະທານປະເທດເຮົາ ພ້ອມດ້ວຍລັດຖະມົນຕີ ກະຊວງທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ຫວ່າງບໍ່ດົນມານີ້ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດກໍຄືຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ. ກ່ອນອື່ນ ທ່ານ ບຸນຍັງ ວໍລະຈິດ ແລະ ລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ໄດ້ຮັບຟັງລາຍງານສະພາບການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດ ວຽກງານຮອບດ້ານ ຂອງຄະນະພັກ-ອົງການປົກຄອງແຂວງຈຳປາສັກ ໃນ 9 ເດືອນ ປີ 2017, ລາຍງານໂດຍ ທ່ານ ບຸນຖອງ ດີວິໄຊ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈຳປາສັກ ຊຶ່ງຍົກໃຫ້ເຫັນຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຊີ້ນຳ ນຳພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ຕໍ່ມາທ່ານ ບຸນຍັງ ວໍລະຈິດ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ເນັ້ນ ໃຫ້ຄະນະພັກ – ອົງການປົກ ຄອງແຂວງ ແລະ ເມືອງເອົາໃຈ ໃສ່ຈັດຕັ້ງປະຕິບັດວຽກງານ ການສຶກສາອົບຮົມການເມືອງ- ແນວຄິດໃຫ້ ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕຳ ຫຼວດ, ນັກທຸລະກິດ ແລະ ປະ ຊາຊົນລາວບັນດາເຜົ່າຊາວ ແຂວງຈຳປາສັກທຸກທ້ອງຖິ່ນ ຮາກຖານໃຫ້ຮັບຮູ້ເຂົ້າໃຈຢ່າງ ເລິກເຊິ່ງກວ້າງຂວາງຕໍ່ແນວ ທາງນະໂຍບາຍຂອງພັກ,ລະ ບຽບກົດໝາຍຂອງລັດ ໂດຍ ນຳໃຊ້ວິທີການທີ່ຖືກຕ້ອງ ແລະ ເຮັດດ້ວຍຫຼາຍຮູບຫຼາຍສີ, ເນື້ອໃນມີຄວາມອຸດົມສົມບູນ, ມີເຫດມີຜົນ ຕົ້ນຕໍແມ່ນການ ຈັດຕັ້ງປະຕິບັດໂຄງການພັດທະ ນາທີ່ມີຜົນກະທົບຕໍ່ຊີວິດຈິດ ໃຈຂອງປະຊາຊົນ ກໍຄືບັນຫາ ທີ່ປະຊາຊົນມີຄວາມຂັດຂ້ອງ ໝອງໃຈຕ້ອງໄດ້ລົງເຄື່ອນໄຫວ ໂຄສະນາອະທິບາຍຍົກໃຫ້ ເຫັນດ້ານດີທີ່ຕັ້ງໜ້າ ແລະຜົນ ປະໂຫຍດທີ່ປະຊາຊົນຈະໄດ້ ຮັບ ເພື່ອໃຫ້ພວກເພິ່ນມີສ່ວນ ຮ່ວມໃນການຈັດຕັ້ງປະຕິບັດ ແລະ ປົກປັກຮັກສາ.

ສ່ວນ ນັກທຸລະກິດ ແລະ ຜູ້ປະກອບ ການກໍຕ້ອງຊຸກຍູ້ໃຫ້ເຂົາເຈົ້າ ດຳເນີນທຸລະກິດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດ ໝາຍ ເພື່ອປະກອບສ່ວນເຂົ້າ ໃນການສ້າງສາພັດທະນາປະ ເທດຊາດບ້ານເມືອງ. ພ້ອມນີ້ ທ່ານ ບຸນຍັງ ວໍ ລະຈິດ ຍັງໄດ້ເນັ້ນໃຫ້ຄະນະ ພັກ-ອົງການປົກຄອງແຂວງ ແລະ ເມືອງເອົາໃຈໃສ່ຂຸດຄົ້ນ, ຊຸກຍູ້ ແລະ ນຳໃຊ້ເງື່ອນໄຂ, ສະພາບຈຸດພິເສດທີ່ຕັ້ງ ແລະ ທ່າແຮງບົ່ມຊ້ອນຂອງແຂວງ- ເມືອງ ຕົ້ນຕໍແມ່ນຄວາມອຸດົມ ສົມບູນຂອງທຳມະຊາດ ທີ່ມີ ເງື່ອນໄຂໃນການພັດທະນາ ວຽກງານກະສິກຳ, ວຽກງານອຸດ ສາຫະກຳປຸງແຕ່ງ ແລະ ການ ພັດທະນາວຽກງານການທ່ອງ ທ່ຽວປະກອບສ່ວນເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ໂດຍກຳນົດເປັນແຜນງານ, ເປັນໂຄງການລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ຕາມເປົ້າໝາຍທີ່ວາງໄວ້ ເພື່ອ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງແຂວງມີການພັດທະນາ ກວ່າທີ່ຜ່ານມາ ແລະ ອື່ນໆ. (ຂ່າວ: ທູນທອງໃຈ)

ຂ່າວ: ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ 8 ໃນມື້ທີ 6

ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ 8 ໃນມື້ທີ 6

ເຈົ້າໜ້າທີ່ພາສີ ສະໜາມບິນວັດໄຕ ຢຶດນໍແຮດ ມູນຄ່າເກືອບ 2 ແສນໂດລາ

ຂປລ. ໃນວັນທີ 24 ຕຸລາ 2017 ທີ່ສະໜາມບິນສາກົນວັດໄຕ, ເຈົ້າໜ້າທີ່ພາສີ ປະຈຳດ່ານ ພາສີສາກົນວັດໄຕ ຮ່ວມກັບເຈົ້າໜ້າທີ່ປ່າໄມ້, ປກສ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມພິດ ແສງມະນີວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ໄດ້ຖະແຫລ່ງຜົນການຢຶດ ນໍແຮດ ທີ່ຊາວຈີນ ຈຳນວນ 2 ຄົນ ນ້ຳເຂົ້າມາ ສປປ ລາວ, ໂດຍຜ່ານສາຍການບິນ silkair ລວມນ້ຳ 11,10 ກິໂລກຣາມ, ຄິດເປັນມູນຄ່າເບື້ອງຕົ້ນ ເກືອບ 2 ແສນໂດສະຫະລັດ.

ທ່ານ ບົວສອນ ໄຊຍະສຸກ ຫົວໜ້າດ່ານພາສີສາກົນ ສະໜາມບິນວັດໄຕ ຖະແຫລ່ງວ່າ:​ ໃນວັນທີ 23 ຕຸລາ 2017 ໄດ້ຮັບການລາຍງານວ່າ ຈະມີການລັກລອບນໍາເຂົ້າ ສິ່ງຂອງຜິດກົດໝາຍປະເພດ ນໍແຮດ ໂດຍຜ່ານສາຍການບິນ silkairline ຖ້ຽວບິນ MI 788 ເຊິ່ງຕົ້ນທາງມາຈາກ ສິງກະໂປ ໂດຍມີຈຸດໝາຍປາຍທາງ ທີ່ແຂວງຫລວງພະບາງ, ໂດຍຜ່ານສະໜາມບິນ ສາກົນວັດໄຕ ດັ່ງນັ້ນ, ທາງເຈົ້າໜ້າທີ່ພາສີ ຈຶ່ງໄດ້ປະສານສົມທົບກັບ ບັນດາພາກສ່ວນກ່ຽວຂ້ອງຕິດຕາມ ຢ່າງໃກ້ຊິດພາຍຫລັງເຄື່ອງບິນ ມາຮອດສະໜາມບິນສາກົນວັດໄຕ, ຈຶ່ງໄດ້ພົບຜູ້ຕ້ອງສົງໃສ ຈຳນວນ 2 ຄົນ (ສັນຊາດຈີນ) ຜ່ານການກວດກາ ແລະ ສືບສວນສອບສວນເບື້ອງຕົ້ນ ຜູ້ຕ້ອງຫາ ແລະ ໄດ້ທຳການກວດຄົ້ນ ກະເປົາພົບເຫັນສິ່ງຂອງຜິດກົດໝາຍ ປະເພດນໍແຮດ ຈຳນວນ 5 ຊິ້ນລວມນ້ຳໜັກ 11,10 ກິໂລກຣາມ ແລະ ຈາກການປະເມີນມູນຄ່າເບື້ອງຕົ້ນ ຈາກອົງການສັດນ້ຳ-ສັດປ່າສາກົນ, ນໍແຮດດັ່ງກ່າວ, ມີມູນຄ່າ 1 ກິໂລລະ 16.000 ໂດລາສະຫະລັດ, ຖ້າຄິດໄລ່ມູນຄ່າ ລວມທັງໝົດປະມານ 170.000 ໂດລາສະຫະລັດ.

ປັດຈຸບັນ ທາງເຈົ້າໜ້າພາສີສາກົນ ປະຈຳສະໜາມບິນວັດໄຕ ໄດ້ຢຶດຂອງກາງປະເພດ ນໍແຮດ ແລະ ກັກຕົວຜູ້ຕ້ອງຫາພ້ອມ ທັງໄດ້ມອບໃຫ້ເຈົ້າໜ້າທີ່ ຕໍາຫລວດສິ່ງແວດລ້ອມ ກະຊວງ ປກສ ເພື່ອທຳການ ສືບສວນ-ສອບສວນ ຕາມວິຊາສະເພາະ ແລະ ລະບຽບການ ເພື່ອທໍາການ ສືບສວນ-ສອບສວນ ຫາຜູ້ຮ່ວມຂະບວນການ ມາດໍາເນີນຄະດີ ຕາມລະບຽບກົດໝາຍຕໍ່ໄປ.

ສ່ວນນໍແຮດ ທາງເຈົ້າໜ້າພາສີສາກົນ ສະໜາມບິນວັດໄຕ ໄດ້ຢຶດເປັນການຊົ່ວຄາວ ເພື່ອທຳການ ສືບສວນສອບສວນ ດຳເນີນຄະດີທາງພາສີ, ພາຍຫລັງສຳເລັດ ການດຳເນີນຄະດີ ທາງພາສີແລ້ວ ຈະໄດ້ມອບຂອງກາງ ຈຳນວນດັ່ງກ່າວ ໃຫ້ພາກສ່ວນກ່ຽວຂ້ອງດຳເນີນການ ໃນຂັ້ນຕອນຕໍ່ໄປຕາມລະ ບຽບກົດໝາຍ.

ພາບ-ຂ່າວ: ນັກຂ່າວກະຊວງການເງິນ
ເນື້ອໃນ: ຂປລ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນມາ ມີຄວາມເຫັນຕໍ່ຄໍາເຈາະຈີ້ມ ຂອງຄະນະເລຂາທິການ ສະພາແຫ່ງຊາດ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງແຮງງານລາວ ຢູ່ພາຍໃນ, ຕ່າງປະເທດ ແລະ ແຮງງານຕ່າງປະເທດ ຢູ່ ສປປ ລາວ ຕໍ່ກອງປະຊຸມສະພາແຫ່ງຊາດ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ
ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນມາ ມີຄວາມເຫັນຕໍ່ຄໍາເຈາະຈີ້ມ ຂອງຄະນະເລຂາທິການ ສະພາແຫ່ງຊາດ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງແຮງງານລາວ ຢູ່ພາຍໃນ, ຕ່າງປະເທດ ແລະ ແຮງງານຕ່າງປະເທດ ຢູ່ ສປປ ລາວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້ວ່າ:
1. ນິຕິກຳກ່ຽວກັບການຄຸ້ມຄອງແຮງງານ
ເພື່ອເປັນການຈັດຕັ້ງຄຸ້ມຄອງ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານລາວຢູ່ພາຍໃນ, ຕ່າງປະເທດ ແລະ ແຮງງານຕ່າງປະເທດ ຢູ່ ສປປ ລາວ, ລັດຖະບານກໍ່ຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກນິຕິກຳ ຈຳນວນໜຶ່ງ ເຊິ່ງມີກົດໝາຍ 1 ສະບັບ, ດຳລັດ 2 ສະບັບ, ຄຳສັ່ງຂອງນາຍົກລັດຖະມົນຕີ 1 ສະບັບ, ຂໍ້ຕົກລົງຂອງກະຊວງ ຮສສ 5 ສະບັບ, ຂໍ້ກຳນົດຂອງກະຊວງ ຮສສ 1 ສະບັບ, ບົດແນະນຳຂອງກະຊວງ ຮສສ 1 ສະບັບ ແລະ ແຜນງານແຫ່ງຊາດ 1 ສະບັບ (ເອກະສານຊ້ອນທ້າຍຄັດຕິດມາພ້ອມນີ້).
2. ກົນໄກການຄຸ້ມຄອງແຮງງານ
ເພື່ອເຮັດໃຫ້ການປະສານງານ ໃນວຽກງານຄຸ້ມຄອງແຮງງານ ມີຄວາມກົມກຽວກັນ, ພວກເຮົາໄດ້ສ້າງຕັ້ງກົນໄກການເຮັດວຽກ ຕາມລະບົບໄຕພາຄີ ເຊິ່ງຕາງໜ້າລັດຖະບານ ແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າໃຫ້ຜູ້ອອກແຮງງານ ແມ່ນສູນກາງສະຫະພັນກຳມະບານລາວ ແລະ ຕາງໜ້າໃຫ້ ຜູ້ໃຊ້ແຮງງານ ແມ່ນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໂດຍມີລະບົບການປະຊຸມປຶກສາຫາລື 3 ເດືອນ ຕໍ່ຄັ້ງ ທີ່ພັດປ່ຽນກັນເປັນເຈົ້າພາບ. ພ້ອມກັນນັ້ນ, ຍັງໄດ້ສ້າງຕັ້ງຄະນະກຳມະການສາຍພົວພັນແຮງງານຂັ້ນສູນກາງ ແລະ ຂັ້ນແຂວງຂຶ້ນ ເພື່ອເຮັດວຽກຮ່ວມກັນໃນການແກ້ໄຂບັນຫາທີ່ກ່ຽວຂ້ອງກັບສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ.
ໃນດ້ານອື່ນ, ໂດຍປະຕິບັດຕາມທິດເຮັດທົດລອງວຽກງານ 3 ສ້າງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ປະຕິບັດ 5 ພາລະບົດບາດມະຫາພາກ ແລະ ຫັນວຽກ, ມອບຄວາມຮັບ ຜິດຊອບໃຫ້ແຂວງ, ເມືອງ ແລະ ບ້ານ ຕາມທິດ 3 ສ້າງ. ເພື່ອເປັນບ່ອນອີງທາງດ້ານນິຕິກໍາໃນການ ຈັດຕັ້ງປະຕິບັດ, ຄະນະຮັບຜິດຊອບສາມສ້າງຂອງຂະແໜງແຮງງານຂັ້ນສູນກາງ ໄດ້ຄົ້ນຄວ້າສ້າງຄູ່ມືແນະນໍາ ໃນການແບ່ງຄວາມຮັບຜິດຊອບລະຫວ່າງກະຊວງ, ພະແນກ ຮສສ ແຂວງ, ຫ້ອງການ ຮສສ ເມືອງ ແລະ ຜູ້ຮັບຜິດຊອບວຽກງານແຮງງານ ຢູ່ຂັ້ນບ້ານ ເຊັ່ນ:
ມອບໃຫ້ພະແນກ ຮສສ ແຂວງ ແລະ ຫ້ອງການ ຮສສ ເມືອງ ສ້າງແຜນດຸນດ່ຽງແຮງງານໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂັ້ນຂອງຕົນ, ຮ່ວມກັບຫົວໜ່ວຍແຮງງານຂຶ້ນແຜນຄວາມຕ້ອງການນໍາໃຊ້ແຮງງານ ນັບທັງແຮງງານພາຍໃນ ແລະ ຕ່າງປະເທດ, ໃນນີ້: ສໍາລັບແຮງງານຕ່າງປະເທດ ແມ່ນສະເໜີຂໍອະນຸ ມັດໂກຕ່າລວມສູນຢູ່ຂັ້ນກະຊວງ, ສະເພາະການນໍາເຂົ້າ, ອອກບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດ ຕາມໂກຕ່າທີ່ໄດ້ຮັບການອະນຸມັດ, ການເກັບຄ່າທໍານຽມ, ການຄຸ້ມຄອງ, ການຕິດຕາມກວດກາສະພາບແຮງງານຕາມຫົວໜ່ວຍແຮງງານຕ່າງໆນັ້ນ ກໍແມ່ນຂຶ້ນກັບຄວາມຮັບຜິດຊອບຂອງແຕ່ລະທ້ອງຖິ່ນ.
ໄດ້ມອບຄວາມຮັບຜິດຊອບໃຫ້ຂັ້ນທ້ອງຖິ່ນເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງການພັດທະນາສີມືແຮງງານ ແຕ່ລະດັບ 1-3 (ສີມືແຮງງານຂັ້ນພື້ນຖານ, ສີມືແຮງງານລະດັບເຄິ່ງຊໍານານງານ ແລະ ລະ ດັບນາຍຊ່າງຊໍານານງານ) ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານຢູ່ທ້ອງຖິ່ນ.
ເພື່ອຫລຸດຜ່ອນການເຄື່ອນຍ້າຍແຮງງານຈາກຊົນນະບົດເຂົ້າສູ່ຕົວເມືອງ, ໄດ້ສົມທົບກັບອໍານາດການປົກຄອງທ້ອງຖິ່ນ, ຫົວໜ່ວຍແຮງງານ,ໂຄງການລົງທຶນ ແລະ ຜູ້ປະກອບການ ຈັດຕັ້ງການ ຝືກ ແລະ ພັດທະນາສີມືແຮງງານເຄື່ອນທີ່, ຝຶກກ່ອນເຂົ້າສູ່ຕໍາແໜ່ງງານໃຫ້ແກ່ກຳລັງແຮງງານ ໂດຍສຸມໃສ່ກຸ່ມເປົ້າໝາຍຜູ້ດ້ອຍໂອກາດ, ຜູ້ທຸກຍາກ ໃນບັນດາແຂວງທົ່ວປະເທດ.
3. ສະພາບການຄຸ້ມຄອງ
3.1 ການຄຸ້ມຄອງແຮງງານພາຍໃນ
ໃນໄລຍະຜ່ານມາ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ນັບແຕ່ສູກາງ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ຄຸ້ມຄອງແຮງງານພາຍໃນ ທັງໃນລະບົບ ແລະ ນອກລະບົບ ຕາມກົດໝາຍວ່າດ້ວຍແຮງງານ ໂດຍການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການດ້ານແຮງງານ, ໃຫ້ຄຳປຶກສາ, ແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ, ຊຸກຍູ້ສົ່ງເສີມໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຮັບຮູ້ກົດໝາຍ ແລະ ລະບຽບການຕ່າງໆ ເຊັ່ນ: ຄຸ້ມຄອງທາງດ້ານຄ່າແຮງງານ, ເງິນເດືອນ, ສ້າງສັນຍາແຮງງານ, ສ້າງກົດລະບຽບພາຍໃນກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແຮງງານຂອງຫົວໜ່ວຍແຮງງານ, ການກຳນົດສະພາບແວດລ້ອມທີ່ດີໃນການເຮັດວຽກ, ການນຳໃຊ້ແຮງງານຕາມກົດໝາຍວ່າດ້ວຍແຮງງານ, ກຳນົດໜ້າວຽກເບົາ ແລະ ໜ້າວຽກທີ່ເປັນອັນຕະລາຍສຳລັບຜູ້ອອກແຮງງານໄວໜຸ່ມ, ການເຂົ້າເປັນສະມາຊິກປະກັນສັງຄົມ ແລະ ສະຫວັດດີການອື່ນໆ ທາງດ້ານແຮງງານ.
ໃນ 9 ເດືອນຂອງ ປີ 2017 ຜ່ານມາ, ສາມາດລົງຕິດຕາມກວດກາຫົວໜ່ວຍແຮງງານໃນຂອບເຂດທົ່ວປະເທດໄດ້ທັງຫມົດ 2,778 ຫົວໜ່ວຍ, ລວມມີແຮງງານລາວ ແລະ ແຮງງານຕ່າງປະ ເທດທັງໝົດ 47,162 ຄົນ, ຍິງ 16,831 ຄົນ, ເງິນເດືອນສະເລ່ຍ ຫຼື ຄ່າແຮງງານຂອງຜູ້ອອກແຮງງານຂະແໜງກະສິກຳ 1,100,000 ກີບ/ຄົນ/ເດືອນ, ຂະແໜງອຸດສາຫະກຳ 1,200,000 ກີບ/ຄົນ/ເດືອນ, ຂະແໜງບໍລິການ 2,500,000 ກີບ/ຄົນ/ເດືອນ.
3.2 ການຄຸ້ມຄອງແຮງງານໄປອອກແຮງງານຢູ່ຕ່າງປະເທດ
ການຄຸ້ມຄອງແຮງງານລາວທີ່ໄປອອກແຮງງານຕ່າງປະເທດ ແມ່ນໄດ້ພະຍາຍາມ ຮ່ວມມືກັບປະເທດໃກ້ຄຽງ ໃນການສ້າງບົດບັນທຶກຄວາມເຂົ້າໃຈສອງຝ່າຍ ແລະ ໄດ້ມີບົດບັນທຶກການຈັດສົ່ງແຮງງານໄປ ສ.ເກົາຫລີ; ບົດບັນທຶກວ່າດ້ວຍການຮ່ວມມືດ້ານແຮງງານລາວ-ຍີ່ປຸນ; ບົດບັນທຶກວ່າດ້ວຍການຮ່ວມມືດ້ານແຮງງານລາວ-ໄທ; ຂໍ້ຕົກລົງວ່າດ້ວຍການຈ້າງງານ ລາວ-ໄທ.
ສຳລັບການປົກປ້ອງສິດຜົນປະໂຫຍດຂອງແຮງງານລາວທີ່ສົ່ງໄປເຮັດວຽກແບບຖຶກຕ້ອງຕາມ ກົດໝາຍຕາມ (MOU), ທາງຂະແໜງແຮງງານ ແລະ ສະຫວັດດີການສັງຄົມໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ (ກະຊວງການຕ່າງປະເທດ, ກະຊວງ ປກສ) ມີກົນໄກການຄຸ້ມຄອງນັບແຕ່ຕົ້ນທາງຈົນເຖິງປາຍທາງ. ອັນສຳຄັນໜຶ່ງ, ແມ່ນໄດ້ສົ່ງຜູ້ຮັບຜິດຊອບວຽກງານແຮງງານໄປປະຈຳຢູ່ສະຖານເອກອັກຄະລັດຖະທູດລາວປະຈຳຣາຊະອານາຈັກໄທ ເພື່ອຊ່ວຍວຽກດ້ານແຮງງານໃນການຕິດຕາມຄຸ້ມຄອງ, ໃຫ້ການຊ່ວຍເຫລືອທາງດ້ານກົດໝາຍ ໃນກໍລະນີແຮງງານເກີດມີບັນຫາຕ່າງໆ ໃຫ້ທັນກັບສະພາບການ. ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນ 2017 ຜ່ານມາ, ສາມາດສົ່ງແຮງງານ ໄປອອກແຮງງານຖືກຕາມກົດໝາຍ ຢູ່ປະເທດໄທ 17,372 ຄົນ, ຍິງ 8,321 ຄົນ; ຍີ່ປຸ່ນ 350 ຄົນ ແລະ ໄປ ສ.ເກົາຫລີ ແມ່ນກຳລັງຢູ່ໃນຂັ້ນຕອນການຄັດເລືອກ ບົນພື້ນຖານຂໍ້ຕົກລົງ ຂອງສອງຝ່າຍ ແລະ ມາດຕະຖານດ້ານແຮງງານ ຂອງ ສ. ເກົາຫລີ.
ສ່ວນແຮງງານລາວທີ່ຂ້າມໄປອອກແຮງງານຢູ່ຕ່າງປະເທດ ໂດຍສະເພາະແມ່ນປະເທດໃກ້ຄຽງ(ປະເທດໄທ) ສ່ວນຫຼາຍແມ່ນໄປດ້ວຍຕົນເອງ, ໄປຕາມການຊັກຊວນຂອງໝູ່ເພື່ອນ ຫຼື ຍາດພີ່ນ້ອງ ແລະ ແຮງງານເຫຼົ່ານັ້ນສ່ວນຫຼາຍໄປແບບບໍ່ມີເອກະສານຖືກຕ້ອງ, ຈຳນວນໜຶ່ງມີເອກະສານເດີນທາງແບບທ່ອງທ່ຽວ ແລະ ອີກຈຳນວນໜຶ່ງໄປແບບບໍ່ມີເອກະສານ ຈິ່ງເຮັດໃຫ້ການຫັນເອົາແຮງງານເຫຼົ່ານັ້ນ ເຂົ້າສູ່ກົນໄກການຄຸ້ມຄອງດ້ວຍລະບຽບກົດໝາຍ ແລະ ບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍມີຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍ່ຕາມ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ມີການປະສານສົມທົບກັບປະເທດໃກ້ຄຽງ ໂດຍສະເພາະປະເທດໄທ ໃນການແກ້ໄຂບັນຫາແຮງງານທີ່ໄປອອກແຮງງານແບບບໍ່ຖຶກຕ້ອງ ໂດຍໄດ້ມີການປະຊຸມປຶກສາຫາລືກັນໃນຫລາຍລະດັບ ເພື່ອຊອກຫາທາງແກ້ໄຂ ໃນການຫັນເອົາແຮງງານເຫລົ່ານັ້ນ ໄປຄຸ້ມຄອງໃຫ້ຖືກກົດໝາຍ ແລະ ບົດບັນທຶກທີ່ໄດ້ຕົກລົງຮ່ວມກັນ. ປັດຈຸບັນ ໂດຍໄດ້ຮັບການເຫັນດີຈາກລັດຖະບານ, ໄດ້ສົ່ງເຈົ້າຫນ້າທີ່ຂອງລາວ ຈາກ 5 ພາກສ່ວນກ່ຽວຂ້ອງ ໄປປະຕິບັດໜ້າທີ່ ຊົ່ວຄາວ ຢູ່ປະເທດໃກ້ຄຽງເພື່ອຄົ້ນຄວ້າອອກເອກະສານໃຫ້ແຮງງານລາວທີ່ໄປເຮັດວຽກບໍ່ຖຶກຕ້ອງດັ່ງກ່າວ ທັງສອດຄ່ອງກັບນິຕິກຳຂອງທາງການໄທ ເພື່ອໃຫ້ພວກເຂົາໄດ້ຮັບເອກະສານທີ່ຖຶກຕ້ອງ ແລະ ສາມາດເຮັດວຽກແບບຖຶກຕ້ອງ ຕາມການຕົກລົງຂອງສອງຝ່າຍ. ໂດຍອີງຕາມຂໍ້ມູນຢັ້ງຢືນຈາກເຈົ້າໜ້າທີ່ຝ່າຍໄທ, ແຮງງານລາວ ທີ່ເຮັດວຽກບໍ່ຖືກຕ້ອງ ມີປະມານ 158 ພັນຄົນ, ໃນນີ້: ແຮງງານທີ່ມີໜັງສືນາຍຈ້າງຮັບຮອງ ມີ 87 ພັນຄົນ ແລະ ແຮງງານທີ່ກະຊວງແຮງງານໄທສາມາດຢັ້ງຢືນໃຫ້ປັບສະຖານະພາບໃຫ້ອອກແຮງງານຖືກຕ້ອງຕາມກົດໝາຍ(ກຸ່ມບັດສີຊົມພູ) ມີ 71 ພັນກວ່າຄົນ ແລະ ຜ່ານການຈັດຕັ້ງປະຕິບັດ ຂອງເຈົ້າໜ້ທີ່ລາວເຮົາ ແຕ່ເດືອນສິງຫາ ເຖິງ ວັນທີ 12 ຕຸລາ 2017 ສາມາດອອກເອກະສານຢັ້ງຢືນສະຖານະບຸກຄົນໄດ້ 6,460 ຄົນ, ໃນນີ້: ຜູ້ອອກແຮງງານ 6,076 ຄົນ, ຍິງ 3,115 ຄົນ ແລະ ຜູ້ຕິດຕາມ 384 ຄົນ, ຍິງ 179 ຄົນ.
3.3 ການຄຸ້ມຄອງແຮງງານ ແລະ ຄົນຕ່າງປະເທດທີ່ມາອອກແຮງງານ ແລະ ທຳມາຫາກີນ ຢູ່ ສປປ ລາວ.
ການຄຸ້ມຄອງແຮງງານຕ່າງປະເທດທີ່ມາເຮັດວຽກ ຢູ່ ສປປ ລາວ ໄດ້ພະຍາຍາມປະຕິບັດຕາມກົດໝາຍວ່າດ້ວຍແຮງງານ ໃນອັດຕາ 15 ສ່ວຍຮ້ອຍ ສຳລັບ ຜູ້ມີວິຊາສະເພາະທີ່ອອກແຮງງານ ທາງດ້ານຮ່າງກາຍ ແລະ 25 ສ່ວນຮ້ອຍ ສຳລັບຜູ້ອອກແຮງງານດ້ວຍມັນສະໝອງ ຂອງຈຳນວນຜູ້ອອກແຮງງານ ລາວທັງໝົດ ໃນຫົວໜ່ວຍແຮງງານນັ້ນ; ສຳລັບໂຄງການຂະໜາດໃຫຍ່ ມີໄລຍະ 5 ປີລົງມາ ແມ່ນປະຕິບັດຕາມສັນຍາ ລະຫວ່າງລັດຖະບານ ແລະ ເຈົ້າຂອງໂຄງການ, ເຊິ່ງການນຳເຂົ້າແຮງງານຕ່າງປະທດທີ່ມາເຮັດວຽກຕາມຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຂະໜາດໃຫຍ່ ແມ່ນ ໄດ້ມີການຂຶ້ນທະບຽນ, ອອກອະນຸຍາດໃຫ້ແຮງງານຕ່າງປະເທດມາເຮັດວຽກຢູ່ ສປປ ລາວ ຕາມ ມາດຕາ 18 ຂອງຂໍ້ຕົກລົງ 5418/ຮສສ ວ່າດ້ວຍການອະນຸຍາດນຳເຂົ້າແຮງງານຕ່າງປະເທດມາເຮັດວຽກ ຢູ່ ສປປ ລາວ, ເຊິ່ງມີກຳນົດເວລາເຮັດວຽກຢູ່ ສປປ ລາວ ໃນເວລາ 2 ປີ ສາມາດຕໍ່ໄດ້ອີກ 2 ປີ ແຕ່ສູງສຸດບໍ່ເກີນ 4 ປີ, ຖ້າຮອດກຳນົດ 4 ປີແລ້ວ ຕ້ອງໄດ້ກັບຄືນປະເທດ ໂດຍບໍ່ຮັບການພິຈາລະນາຕໍ່ບັດອະນຸຍາດເຮັດວຽກ ຢ່າງເດັດຂາດ, ພາຍຫລັງທີ່ຜູ້ອອກແຮງງານໄດ້ກັບຄືນປະເທດໄປແລ້ວ ເປັນເວລາ 2 ປີ ຈິ່ງສາມາດດຳເນີນເອກະສານເຂົ້າມາເຮັດວຽກ ຕາມລະບຽບການດ້ານແຮງງານ. ສັງລວມແລ້ວ ຄວາມໝາຍຂອງຄຳວ່າ ແຮງງານຕ່າງປະເທດ ໝາຍເຖິງ ຄົນຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ຕາມຫົວໜ່ວຍແຮງງານ, ໂຄງການ, ສະຖານທີຕ່າງໆ ຢູ່ ສປປ ລາວ ທີ່ໄດ້ຮັບວີຊາ ແຮງງານ ( LA B2 ) ຈາກກະຊວງການຕ່າງປະເທດ ຫລື ສະຖານກົງສູນ ຂອງ ສປປ ລາວ ທີ່ຕ່າງປະເທດ ແລະ ຕ້ອງມີບັດອະນຸຍາດເຮັດວຽກ ຈາກຂະແໜງແຮງງານ ແລະ ສະຫວັດີການສັງຄົມ.
ລວມຄວາມວ່າ, ແຮງງານຕ່າງປະເທດທີ່ມາອອກແຮງງານ ຢູ່ ສປປ ລາວ ແມ່ນໄດ້ຮັບການຄຸ້ມຄອງເລີ່ມແຕ່ການອະນຸຍາດນຳເຂົ້າ, ການອອກບັດອະນຸຍາດເຮັດວຽກ, ການຕິດຕາມກວດກາ ການເຄື່ອນໄຫວເປັນປົກກະຕິຈາກເຈົ້າຫນ້າທີ່ກວດກາແຮງງານ ບົນພື້ນຖານກົດໝາຍ, ລະບຽບ ການດ້ານແຮງງານຂອງ ສປປ ລາວ ແລະ ບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍ.
ສຳລັບການແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວແບບບໍ່ຖືກຕ້ອງຕາມກົດ ໝາຍ ແລະ ລະບຽບການດ້ານແຮງງານ ຂອງ ສປປ ລາວນັ້ນ ແມ່ນໄດ້ປະສານສົມທົບກັບຂະແໜງປ້ອງກັນຄວາມສະຫງົບ ຈັດຕັ້ງປະຕິບັດຕາມຄຳສັ່ງ ເລກທີ 62/ນຍ, ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດຊົ່ວຄາວໃຫ້ຄົນຕ່າງປະເທດ ເຊິ່ງຜ່ານການຈັດຕັ້ງປະຕິບັດໄລຍະທີ 1 (ຮອດວັນທີ 12 ທັນວາ 2016) ສາມາດຂຶ້ນທະບຽນຊົ່ວຄາວ ຄົນຕ່າງປະເທດ ໄດ້ທັງໝົດ 24,172 ຄົນ, ຍິງ 6,996 ຄົນ, ໃນນັ້ນ: ສັນຊາດຫວຽດນາມ 19,707 ຄົນ,ຍິງ 5,817 ຄົນ; ຈີນ 3,650 ຄົນ,ຍິງ 1,173 ຄົນ; ໄທ 690 ຄົນ,ຍິງ 131 ຄົນ ແລະ ອື່ນໆ 125 ຄົນ, ຍິງ 13 ຄົນ. ແຮງງານເຫລົ່ານັ້ນ ເປັນຜູ້ຕົກຢູ່ໃນເງື່ອນໄຂຕ້ອງຊໍຳລະສະສາງ 16,827 ຄົນ, ຕ້ອງໄດ້ປັບສະຖານະພາບ 7,345 ຄົນ. ປັດຈຸບັນ ກຳລັງຈັດຕັ້ງປະຕິບັດ ໄລຍະທີ 2 ໂດຍສ້າງຄວາມເຂົ້າ ໃຈກ່ຽວກັບການຂຶ້ນທະບຽນ ແລະ ອອກບັດອະ ນຸຍາດເຄື່ອນໄຫວຊົ່ວຄາວຂອງຄົນຕ່າງປະເທດ ຢູ່ ໃນ ສປປ ລາວ ໃນຂອບເຂດທົ່ວປະເທດ ແລະ ຈະໄດ້ສະຫລຸບການຈັດຕັ້ງປະຕິບັດວຽກງານ ຕາມຄຳສັ່ງ 62/ນຍ ດັ່ງກ່າວ ໃນທ້າຍປີ 2017 ແລະ ມອບໃຫ້ແຕ່ລະພາກສ່ວນຄຸ້ມຄອງຕາມຂະແໜງການ.

(ໂດຍ: ເພັດສະໄໝ )

ລັດຖະບານໃຫ້ບຸລິມະສິດຂະແໜງສາທາລະນະສຸກ ເພື່ອໃຫ້ປະຊາຊົນມີສຸຂະພາບດີຂຶ້ນ

ປັດຈຸບັນພັກ-ລັດຖະບານ ໄດ້ຖືເອົາວຽກງານຂະແໜງ ສາທາລະນະສຸກ ເປັນບຸລິມະ ສິດ ເວົ້າລວມເວົ້າສະເພາະ ແມ່ນການສັກຢາກັນພະຍາດ, ການຮັກສາສຸຂະພາບຂອງແມ່ ແລະ ເດັກ. ສະນັ້ນ, ລັດຖະ ບານ ກໍຄືກະຊວງການເງິນໄດ້ ມີການຈັດສັນງົບປະມານແຕ່ ລະປີໃຫ້ພຽງພໍກັບບັນດາໂຄງ ການຕ່າງໆທີ່ຈຳເປັນຂອງຂະ ແໜງສາທາລະນະສຸກ ແລະ ຕາມທີ່ສະພາໄດ້ຮັບຮອງເອົາ ເພື່ອໃຫ້ປະຊາຊົນລາວບັນດາ ເຜົ່າມີສຸຂະພາບດີຂຶ້ນເທື່ອລະ ກ້າວ. ທ່ານ ສົມດີ ດວງດີ ຮອງ ນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ ໄດ້ໃຫ້ສຳ ພາດຕໍ່ນັກຂ່າວການເງິນໃນ ວັນທີ 16 ຕຸລາຜ່ານມານີ້ວ່າ: ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການສະໜັບສະໜູນ ຢ່າງຕໍ່ເນື່ອງໃນວຽກງານສັກຢາ ກັນພະຍາດບໍ່ວ່າຈະເປັນທາງ ດ້ານງົບປະມານ, ວັກຊິນ, ວັດ ຖຸອຸປະກອນ, ພາຫະນະ ແລະ ການເຄື່ອນໄຫວວຽກງານ ແມ່ ແລະ ເດັກ, ການສັກຢາ ກັນພະຍາດໃນຂັ້ນທ້ອງຖິ່ນ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍ, ຄຽງຄູ່ກັນນີ້ ພັກ – ລັດຖະບານ ຍັງໄດ້ຈັດສັນງົບປະມານໃຫ້ ຂະແໜງສາທາລະນະສຸກໃຫ້ ບັນລຸເປົ້າໝາຍທີ່ວາງໄວ້ໃນ ແຜນງົບປະມານ, ໃນແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ລັດຖະບານກໍໄດ້ຖືເອົາວຽກ ງານສາທາລະນະສຸກ ເປັນບຸລິ ມະສິດ ເນື່ອງຈາກວ່າວຽກງານ ສາທາລະນະສຸກ ເປັນຂະແໜງ ການໜຶ່ງທີ່ຈະຊ່ວຍໃຫ້ ສປປ ລາວ ຫຼຸຸດພົ້ນອອກຈາກຄວາມ ດ້ອຍພັດທະນາ ແລະ ຮອດປີ 2030 ປະເທດຊາດໃຫ້ບັນລຸ ດ້ານສະຫັດສະວັດ. ດັ່ງທີ່ໄດ້ຮັບຊາບແລ້ວວ່າ ປັດຈຸບັນເສດຖະກິດມະຫາ ພາກຂອງ ສປປ ລາວ ມີຄວາມ ໝັ້ນທ່ຽງ ແລະ ເຕີບໂຕຢ່າງ ຕໍ່ເນື່ອງສະເລ່ຍ 6-7%, ອີງໃສ່ ການເພີ່ມຂຶ້ນຂອງເສດຖະກິດ ຈີດີພີ ກໍເພີ່ມຂຶ້ນ ແລະ ການ ຊ່ວຍເຫຼືອການສະໜັບສະໜູນ ຂອງຄູ່ຮ່ວມພັດທະນາຈະຫຼຸຸດ ລົງໃນຕໍ່ໜ້າ ໂດຍສະເພາະອົງ ການກາວີ (Global Allinamce for Vaccines and Immunizations) ຈະໄດ້ຄ່ອຍ ຫຼຸຸດຜ່ອນການຊ່ວຍເຫຼືອວຽກ ງານຂະແໜງສາທາລະນະສຸກ ເທື່ອລະໜ້ອຍ, ລັດຖະບານ ໄດ້ຖືເອົາວຽກງານສາທາລະ ນະສຸກເປັນບຸລິມະສິດ ແລະ ມີຄວາມພະຍາຍາມເພີ່ມທຶນ ຮອນເຂົ້າໃນວຽກງານດັ່ງກ່າວ ໃຫ້ພຽງພໍກັບບັນດາໂຄງການ ຕ່າງໆ… ທີ່ຈຳເປັນຂອງຂະ ແໜງສາທາລະນະສຸກ ຕາມ ມະຕິຕົກລົງຂອງສະພາແຫ່ງ ຊາດຣັບຮອງເອົາ 9% ຂອງ ລາຍຈ່າຍງົບປະມານ. ນອກຈາກນີ້, ຂະແໜງ ການກ່ຽວຂ້ອງຍັງໄດ້ມີແຜນ ຍຸດທະສາດໄລຍະຍາວຂອງ ການພັດທະນາຂະແໜງສາທາ ລະນະສຸກ ທີ່ເຮັດໃຫ້ບັນລຸ ເປົ້າໝາຍດ້ານສະຫັດສະວັດ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ສຸມ ທຶນຮອນໃສ່ວຽກງານດັ່ງກ່າວ ເຂົ້າໃນການພັດທະນາເວົ້າ ລວມເວົ້າສະເພາະແມ່ນການ ສັກຢາກັນພະຍາດ, ການຮັກ ສາສຸຂະພາບຂອງແມ່ ແລະ ເດັກ ເພື່ອໃຫ້ປະຊາຊົນລາວ ບັນດາເຜົ່າມີສຸຂະພາບດີຂຶ້ນ ເທື່ອລະກ້າວ. ທ່ານຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງ ການເງິນກ່າວຕື່ມວ່າ: ຄຽງຄູ່ ກັບການສະໜອງທຶນລັດຖະ ບານຍັງຈະຕ້ອງໄດ້ເອົາໃຈໃສ່ ປັບປຸງລະບົບກອງທຶນຂອງ ຂະແໜງສາທາລະນະສຸກ ເພື່ອເປັນການປະກອບສ່ວນ ເຂົ້າໃນວຽກງານສາທາລະນະ ສຸກໃຫ້ກວ້າງຂວາງ ແລະ ໃຫ້ ປະຊາຊົນທຸກຊົນຊັ້ນຄົນເຂົ້າ ເຖິງທຸກກຸ່ມເປົ້າໝາຍ ແລະ ຈະ ໄດ້ນຳໃຊ້ທຶນຮອນທີ່ມີຢ່າງມີ ປະສິດທິຜົນ ແລະ ໃຫ້ເຂົ້າເຖິງ ກຸ່ມເປົ້າໝາຍ. ສຳລັບກະຊວງການເງິນ ມີຄວາມພະຍາຍາມສະໜັບ ສະໜູນວຽກງານສາທາລະນະ ສຸກ ໂດຍການຈັດສັນງົບປະ ມານ ແຕ່ລະປີໃຫ້ພຽງພໍຕາມທີ່ ສະພາແຫ່ງຊາດໄດ້ຮັບຮອງ ແລະ ໄດ້ຈັດສັນງົບປະມານ ປະຕິບັດບັນດາໂຄງການຕ່າງໆ ທີ່ຈຳເປັນຂອງຂະແໜງສາທາ ລະນະສຸກ ແລະ ອີກດ້ານໜຶ່ງ ກະຊວງການເງິນຈະໄດ້ສະ ໜອງທຶນໃຫ້ຄົບຕາມແຜນ ແລະ ຈະໄດ້ມີການຕິດຕາມ ເອົາໃຈໃສ່ການປະຕິບັດໂຄງ ການດັ່ງກ່າວວ່າ: ໄດ້ນຳໃຊ້ງົບ ປະມານຖືກຕ້ອງຕາມເປົ້າໝາຍ ແລະ ມີປະສິດທິຜົນ ຫຼື ບໍ່? ແລະ ທຶນຈຳນວນດັ່ງກ່າວ ໄປ ເຖິງກຸ່ມເປົ້າໝາຍບໍ່? ໂດຍສະ ເພາະແມ່ນຂົງເຂດຊົນນະບົດ. ຢ່າງໃດກໍຕາມທ່ານຮອງ ນາຍົກລັດຖະມົນຕີ ຍັງສະເໜີ ບັນດາປະເທດຄູ່ຮ່ວມພັດທະ ນາໃຫ້ການຊ່ວຍເຫຼືອສະໜັບ ສະໜູນທຶນຮອນ, ຊ່ວຍຍົກລະ ດັບທາງດ້ານບຸກຄະລາກອນ, ວັດຖຸອຸປະກອນທີ່ຈຳເປັນ ແລະ ວຽກງານອື່ນໆ ຢ່າງມີປະສິດ ທິຜົນ.

ນາຍົກ ຊີ້ແຈງເລື່ອງທີ່ດິນຕໍ່ ສສຊ

ໃນວັນທີ 23 ຕຸລາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຊີ້ແຈງວ່າ: ສຳລັບການຄຸ້ມຄອງທີ່ດິນ, ການນຳໃຊ້ທີ່ດິນທີ່ເປັນຊັບສົມບັດແຫ່ງຊາດຂອງພວກເຮົາ ໃນໄລຍະທີ່ຜ່ານມາ ມີຫຼາຍອັນທີ່ສັບສົນ ແລະ ຜິດພາດ. ຄວາມຈິງແລ້ວ ພວກເຮົາມີກົດໝາຍ ມີນິຕິກຳລຸ່ມກົດໝາຍ ແລະ ມີນະໂຍບບາຍຈະແຈ້ງ ແຕ່ການປະຕິບັດກົດໝາຍ ນິຕິກຳ ກ່ຽວກັບບັນຫາທີ່ດິນມີຊ່ອງວ່າງຫຼາຍເຮັດໃຫ້ມີການສວຍໃຊ້ໂອກາດ ເອົາລະບຽບການຕ່າງໆມາປັບປ່ຽນແອບແຝງໃຫ້ເປັນຜົນປະໂຫຍດແກ່ບຸກຄົນ ຫຼື ກຸ່ມຄົນ ທຸລະກິດຈຳນວນໜຶ່ງ ໄດ້ຮັບຜົນປະໂຫຍດ ແຕ່ວ່າລັດ ແລະ ປະຊາຊົນ ຈຳນວນໜຶ່ງບໍ່ໄດ້ຮັບຜົນປະໂຫຍດ ຕໍ່ການປະຕິບັດດັ່ງກ່າວ.

ດັ່ງນັ້ນ, ລັດຖະບານຈະໄດ້ນຳເອົາມະຕິກ່ຽວກັບທີ່ດິນ ມາຜັນຂະຫຍາຍໃຫ້ເປັນອັນລະອຽດ ເພື່ອຄຸ້ມຄອງທີ່ດິນໃຫ້ໄປຕາມກົດໝາຍຢ່າງເຂັ້ມງວດ ແລະ ບໍ່ໃຫ້ສວຍໃຊ້ທີ່ວ່າຫັນທີ່ດິນເປັນທຶນ ຫັນຊັບພະຍາກອນໃຫ້ເປັນທຶນ ໄປໃນທາງທີ່ຜິດ ແລະ ເປັນການສວຍໂອກາດ ເຮັດໃຫ້ທີ່ດິນທີ່ເປັນຊັບສົມບັດຂອງຊາດ ເປັນວົງຄະນາຍາດແຫ່ງຊາດ ໄດ້ການນຳໃຊ້ຢ່າງສົມເຫດສົມຜົນ ແລະ ມີປະສິດທິຜົນສູງ ນຳຄຸນຄ່າມາສູ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.
ພ້ອມນີ້ກໍ່ຕ້ອງສ້າງກົນໄກໃຫ້ຮັດກຸມເພື່ອພັດທະນາທຸກການຊື້-ຂາຍດິນ, ການຊຳປະທານ, ການຈັບຈອງ ຕະຫຼອດເຖິງການທຳລາຍຄຸນນະພາບຄວາມອຸດົມສົມບູນຂອງດິນ, ປ່າໄມ້, ແຫຼ່ງນ້ຳ ເຮັດສາມາດແກ້ໄຂໄປເທື່ອລະກ້າວ. ສະນັ້ນ, ໃນໄວ້ໆ ລັດຖະບານຈະອອກຂໍ້ກົດນົດການນຳໃຊ້ທີ່ດິນໃຫ້ຈະແຈ້ງ ລະອຽດກວ່າເກົ່າ. ຕ່າງປະເທດມາສຳປະທານຈະຕ້ອງໄດ້ເບິ່ງຄືນອັນໃດຜິດ ຫຼື ອັນໃດຖືກ ຖ້າຜິດຈະຕ້ອງໄດ້ແກ້ໄຂ ສ່ວນອັນທີ່ຖືກຕ້ອງຕາມກົດໝາຍຈະຕ້ອງໃຫ້ສືບຕໍ່ ນຳໃຊ້ຕໍ່ໄປ ແຕ່ຕ້ອງມີການຄວບຄຸມ-ຄຸ້ມຄອງດັ່ງນີ້ເປັນຕົ້ນ.
ຂ່າວ: ຫນັງສືພິມເສດຖະກິດ-ການຄ້າ

ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ 8

ມື້ທີ 5 ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ 8

ຄຳເຫັນຂອງພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ຕໍ່ຄຳຊັກຖາມສະມາຊິກສະພາແຫ່ງຊາດໃນຕອນບ່າຍຂອງວັນນີ້

ຄຳເຫັນຂອງພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ຕໍ່ຄຳຊັກຖາມສະມາຊິກສະພາແຫ່ງຊາດໃນຕອນບ່າຍຂອງວັນນີ້: “ພວກເຮົາບໍ່ສາມາດປະປ່ອຍໃຫ້ມີບັນຫາຊຳເຮື້ອອີກຕໍ່ໄປແລ້ວ, ບໍ່ປະປ່ອຍໃຫ້ໄຜເຮັດຕາມລຳພັງ, ບໍ່ປະປ່ອຍໃຫ້ຄົນຜິດລອຍນວນ, ບໍ່ປະປ່ອຍໃຫ້ກົງຈັກການຈັດຕັ້ງອ່ອນເພຍ ແລະ ຂາດຄວາມຮັບຜິດຊອບ, ເພື່ອເປັນການຍົກສູງປະສິທິພາບ ແລະ ປະສິດຖິຜົນຂອງການບໍລິຫານລັດ”  23 ຕຸລາ 2017 ນະຄອນຫຼວງວຽງຈັນ ສປປລາວ