ລາວຄົ້ນພົບບໍ່ແຮ່ທາດເກືອບ 600 ຈຸດ.

ສປປ ລາວ ເປັນປະເທດທີ່ຂຶ້ນຊື່ວ່າມີຄວາມອຸດົມສົມບູນທາງດ້ານສັບໃນດິນທີ່ມີການຂຸດຄົ້ນ ແລະ ຍັງມີຈຳນວນຫນຶ່ງທີ່ຍັງບໍ່ທັນໄດ້ຂຸດຄົ້ນຕົ້ນຕໍແມ່ນແຮ່ທາດຕ່າງໆ, ໂດຍຜ່ານການສໍາຫຼວດໃນຂອບເຂດທົ່ວປະເທດຈົນຮອດປັດຈຸບັນ ສາມາດພົບເຫັນຈຸດທີ່ປະກົດມີແຮ່ທາດແລ້ວເກືອບ 600 ຈຸດ ໃນເນື້ອທີ່ທັງໝົດ 68,46% ຂອງເນື້ອທີ່ທົ່ວປະເທດ ລັດຖະບານໄດ້ອະນຸມັດໃຫມີການຊອກຄົ້ນ ແລະ ສໍາຫຼວດ, ປຸ່ງແຕ່ງແຮ່ທາດແລ້ວ 646 ບໍລິສັດ ລວມມີ 942 ກິດຈະການ.
ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເຜີຍໃຫ້ຮູ້ວ່າ: ບໍ່ແຮ່ເປັນຂະແໜງໜຶ່ງ ທີ່ລັດຖະບານກຳນົດໃຫ້ເປັນທ່າແຮງໃນການດຶງດູດເອົານັກລົງທຶນຂອງຕ່າງປະເທດ ອັນເປັນແຮງຂັບເຄື່ອນໃນການພັດທະນາເສດຖະກິດສັງຄົມຂອງປະເທດ ຈາກການຂຸດຄົ້ນ, ສໍາຫຼວດ ແລະ ປຸງແຕ່ງແຮ່ທາດ ປະຈຸບັນ ສປປ ລາວ ໄດ້ຄົ້ນພົບຈຸດປະກົດແຮ່ທາດໄດ້ຫລາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ 162,104 ກິໂລຕາເມັດ ເທົ່າກັບ 68,46% ຂອງເນື້ອທີ່ທົ່ວປະເທດ ແລະ ມີ 649 ບໍລິສັດ ຈໍານວນ 942 ກິດຈະການທີ່ພວມດຳເນີນ ກິດຈະການຊອກຂຸດຄົ້ນ ແລະ ສໍາຫຼວດ, ປູງແຕ່ງແຮ່ທາດ, ໃນນັ້ນຂັ້ນສູນກາງອະນຸຍາດໃຫ້ 219 ບໍລິສັດ ເຊິ່ງມີ 379 ກິດຈະການ ແລະ ຂັ້ນທ້ອງຖິ່ນອະນຸມັດ 430 ບໍລິສັດ ມີ 552 ກິດຈະການ ໃນຈໍານວນ 219 ບໍລິສັດທີ່ສູນກາງ ອະນຸຍາດນັ້ນມີ 149 ບໍລິສັດທີ່ດຳເນີນການຊອກຄົ້ນ, ສໍາຫຼວດ ແລະ ສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ມີ 77 ບໍລິສັດທີ່ດໍາເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ສ່ວນປະເພດແຮ່ທາດທີ່ອະນຸຍາດຂຸດຄົ້ນມີ 28 ປະເພດ.


ສໍາລັບ ການບລົງທຶນເພື່ອການພັດທະນາດ້ານບໍ່ແຮ່ໃນ ສປປ ລາວ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ໂດຍສະເພາະການລົງທຶນຂອງ ຈີນ ຢູ່ ລາວ ແມ່ນນັບມື້ນັບເພີ່ມຂຶ້ນ ເຫັນໄດ້ຈາກການລົງທຶນໃນປັດຈຸບັນມີ 52 ໂຄງການຂອງຜູ້ລົງທຶນ ຈາກ ສປ ຈີນ ທີ່ໄດ້ຮັບອະນຸມັດຈາກລັດຖະບານລາວທີ່ພວມດຳເນີນການຂຸດຄົ້ນ ແລະ ປຸງແຕ່ງ. ນອກນັ້ນ ກໍ່ຍັງມີຕື່ມ 20 ກວ່າໂຄງການທີ່ຢູ່ໃນໄລຍະການດຳເນີນ ການຊອກຄົ້ນ. ສໍາຫຼວດ, ສຶກສາ ໃນຄວາມເປັນໄປໄດ້ທາງທາງດ້ານເສດຖະກິດ-ເຕັກນິກ ແລະ ການພັດທະນາເປັນໄປຕາມສັນຍາ ແລະ ລະບຽບກົດໝາຍຂອງ ສປປ ລາວ, ທີ່ໄດ້ນໍາເອົາຜົນປະໂຫຍດມາສູ່ 2 ຝ່າຍ.(ຈາກໜັງສືພິມເສດຖະກິດ-ສັງຄົມ)

ພະຍາກອນອາກາດປະຈຳວັນທີ 21 ກຸມພາ 2018

ຄວາມກົດດັນອາກາດສູງຂອງອາກາດເຢັນມີກໍາລັງອ່ອນຍັງປົກຄຸມຢູ່ພາກເໜືອຂອງປະເທດລາວ, ສ່ວນພາກກາງ ແລະ ພາກໃຕ້ຍັງປົກຄຸມດ້ວຍຄວາມກົດດັນອາກາດຕໍ່າ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ. ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຍັງຮ້ອນໃນແຕ່ລະພາກຕື່ມອີກ ແລະ ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ບາງທ້ອງຖິ່ນ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ.

ມອບ-ຮັບ ຕຳແໜ່ງຜູ້ອຳນວຍການ ສະໜາມກິລາແຫ່ງຊາດ ຫຼັກ 16 ຜູ້ເກົ່າ-ຜູ້ໃໝ່ ຢ່າງເປັນທາງການ

ພິທີມອບ-ຮັບຕຳແໜ່ງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ ຜ່ານມາ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ, ລະຫວ່າງ ທ່ານ ສີທາ ຈູຢາປະເສີດ ຮັກສາການຜູ້ອຳນວຍການສະໜາມກິລາແຫ່ງຊາດ ທີ່ຮັກສາການແທນ ທ່ານ ຄູນເພັງ ຄຳມັງ ຜູ້ອຳນວຍການສະໜາມກິລາແຫ່ງຊາດ ຄົນເກົ່າ ທີ່ເຂົ້າຮັບເບ້ຍບຳນານໄປແລ້ວ ແລະ ທ່ານ ສຸລິວັນ ເຊີນວິໄລ ຮອງຫົວໜ້າກົມກິລາລະດັບສູງ ທີ່ຍ້າຍໄປເປັນຜູ້ອຳນວຍການສະໜາມກິລາແຫ່ງຊາດ ຜູ້ໃໝ່ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ບົວຄຳ ດາວສະຫວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຄະນະອຳນວຍການ, ຫົວໜ້າຂະແໜງ, ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ.


ໂອກາດດັ່ງກ່າວ, ທ່ານ ສີທາ ຈູຢາປະເສີດ ໄດ້ກ່າວອຳລາຕຳແໜ່ງ ແລະ ຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງເຄື່ອນໄຫວໄລຍະຜ່ານມາໃຫ້ຮູວ່າ: ສະໜາມກິລາແຫ່ງຊາດ (ຫຼັກ 16) ແມ່ນໄດ້ເລີ່ມກໍ່ສ້າງຂຶ້ນໃນວັນທີ 3 ເມສາ 2007 ເປັນຕົ້ນມາ ດ້ວຍທຶນຂອງລັດຖະບານ ສປປ ລາວ ໂດຍມອບໃຫ້ກຸ່ມບໍລິສັດ ວິສາວະກຳ ຢູນນານ ສປ ຈີນ ເປັນຜູ້ຮັບຜິດຊອບ ໂຄງການກໍ່ສ້າງທັງໝົດ ແລະ ໄດ້ສຳເລັດລົງພ້ອມມອບ-ຮັບ ນຳໃຊ້ຢ່າງເປັນທາງການ ໃນວັນທີ 22 ກັນຍາ 2009 ໂດຍພາຍໃຕ້ການຄຸ້ມຄອງຂອງຄະນະກຳມະການກິລາ-ກາຍະກຳແຫ່ງຊາດ (ຄກຊ) ໃນເມື່ອກ່ອນ ເພື່ອກະກຽມ ແລະ ຮອງຮັບໃຫ້ແກ່ງານມະຫາກຳກິລາຊີເກມ ຄັ້ງທີ 25 ປີ 2009 ທີ່ສປປ ລາວເຮົາ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງລວມມີເນື້ອທີ່ທັງໝົດ 125 ເຮັກຕາ ປະກອບມີສະໜາມແຂ່ງຂັນກິລາປະເພດຕ່າງໆ ປະກອບມີ: ສະໜາມກິລາບານເຕະ 2 ສະໜາມ, ສະໜາມກິລາລອຍນ້ຳ 3 ສະໜາມ, ສະໜາມກິລາເທັນນິສ 1 ສະໜາມ, ສະໜາມກິລາໃນຮົ່ມ I ສະໜາມ (ດອກປີກໄກ່) 1 ສະໜາມ, ສະໜາມກິລາໃນຮົ່ມ II (ບານສົ່ງໃນຮົ່ມ) 1 ສະໜາມ, ສະໜາມກິລາບານສົ່ງຫາດຊາຍ 1 ສະໜາມ, ສະໜາມກິລາຍິງປືນ 1 ສະໜາມ ແລະ ສະໝາມກິລາຍິງທະນູ 1 ສະໜາມ. ສ່ວນການເຄື່ອນໄຫວໄລຍະຜ່ານມາ ພາຍຫຼັງສິ້ນສຸດງານແຂ່ງຂັນກິລາຊີເກມ ຄັ້ງທີ 25 ປີ 2009 ສະໜາມກິລາແຫ່ງຊາດ ໄດ້ຮອງຮັບໃຫ້ແກ່ງານສະເຫຼີມສະຫຼອງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ໃນປີ 2010 ແລະ ມາຮອດເດືອນມີນາ ປີ 2011 ໄດ້ມີບົດບັນທຶກການມອບ-ຮັບການຄຸ້ມຄອງນຳໃຊ້ສະໜາມກິລາປະເພດຕ່າງໆ ລະຫວ່າງ ຄກຊ ແລະ ບັນດາສະຫະພັນກິລາແຫ່ງຊາດ ປະເພດຕ່າງໆ ເຂົ້າມາຄຸ້ມຄອງ ແລະ ນຳໃຊ້ສະໜາມ, ພ້ອມທັງປົກປັກຮັກສາຊັບສິນຂອງພັກ-ລັດ ທີ່ໄດ້ປະກອບໄວ້ໃຫ້ ຢູ່ໃນແຕ່ສະໜາມ ໃຫ້ຢູ່ໃນສະພາບປົກກະຕິ, ຫຼັກເວັ້ນການຕົກເຮ່ຍເສຍຫາຍ ແລະ ຮັບຜິດຊອບຕໍ່ຄ່າໃຊ້ຈ່າຍບໍລິຫານຕ່າງໆ, ຕະຫຼອດໄລຍະທີ່ໄດ້ມອບໃຫ້ບັນດາສະຫະພັນກິລາແຫ່ງຊາດ ເຂົ້າມາຄຸ້ມຄອງ ແລະ ນຳໃຊ້ສະໜາມ ພວກເຮົາສັງເກດເຫັນວ່າ ບັນດາສະຫະພັນກິລາດັ່ງກ່າວ ແມ່ນບໍ່ສາມາດຮັບພາລະ ໃນການຊຳລະສະສາງຄ່າໄຟຟ້າ, ຄ່ານ້ຳປະປາ, ການປົກປັກຮັກສາ, ການບູລະນະສ້ອມແປງ ຕະຫຼອດຮອດການອະນາໄມຕຶກອາຄານສະຖານທີ່ຕ່າງໆ ເວົ້າລວມ, ເວົ້ສະເພາະແມ່ນເຮັດບໍ່ໄດ້ເທົ່າທີ່ຄວນ ຊ້ຳພັດເປັນການສ້າງໜີ້ສິນຄຸມເຄືອແກ່ຍາວ ຄ້າງຈ່າຍໄວ້ເປັນຈຳນວນຫຼວງຫຼາຍ ໂດຍສະເພາະຄ່າໄຟຟ້າ ແລະ ນ້ຳປະປາ ຈົນມາຮອດປັດຈຸບັນນີ້.


ຂະນະທີ່, ທ່ານ ສຸລິວັນ ເຊີນວິໄລ ກ່າວວ່າ: ສຳລັບແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ກໍ່ຄື ແຜນງານ ແລະ ໂຄງການ ແຕ່ນີ້ເຖິງປີ 2022 ໂດຍສະເພາະແຜນວຽກຈຸດສຸມປະຈຳປີ 2018 ທີ່ຈະເລັ່ງໃຫ້ສຳເລັດ ປະກອບມີ: ການອະນາໄມອາຄານສະລອຍນ້ຳ, ສະນ້ຳທັງໝົດ ແລະ ບຳບັດນ້ຳ ໃຫ້ສາມາດນຳໃຊ້ໄດ້ ພ້ອມທັງເປີດບໍລິການໃນເດືອນມີນາ 2018, ຮັບໃຊ້ງານແຂ່ງຂັນກິລາແຫ່ງຊາດ ຄັ້ງ 11 ໃນເດືອນພະຈິກ 2018 ແລະ ການເຝິກສອນນັກກິລາລອຍນ້ຳເຍົາວະຊົນ ພ້ອມທັງຮັບໃຊ້ການເຝິກແອບນັກກິລາທີມຊາດ, ສ້ອມແປງແກ້ໄຂ ລະບົບນ້ຳປະປາ ທີ່ເປ່ເສຍຫາຍ ເພື່ອຮັບປະກັນການໃຊ້ຈ່າຍຄ່າໃຫ້ປະຢັດ ແລະ ໄຟຟ້າແສງສະຫວ່າງພາຍໃນສະໜາມກິລາຈຳນວນໜຶ່ງ, ຕັດຫຍ້າສະໜາມກິລາທັງໝົດ ບົວລະບັດສະໜາມຫຍ້າ ແລະ ສວນດອກໄມ້ໃຫ້ມີສີຂຽວກາຍເປັນສວນສຸຂະພາບ ພ້ອມທັງສາມາດຈັດກິດຈະກຳຕ່າງໆດ້ານກິລາ ເພື່ອສ້າງລາຍຮັບວິຊາການອີກດ້ານໜຶ່ງ ແລະ ຂຶ້ນແຜນປັບປຸງອາຄານສະໜາມກິລາສ່ວນທີ່ເປ່ເພໃຫ້ສາມາດນຳໃຊ້ໄດ້.


ນອກຈາກນັ້ນ, ຍັງມີໂຄງການບຸລິມະສິດ ທີ່ຈະເລັ່ງໄດ້ພ້ອມກັນ ປະກອບມີ ສ້ອມແປງແກ້ໄຂ ລະບົບໄຟຟ້າພາຍໃນສະໜາມກິລາທັງໝົດໃຫ້ມີແສງສະຫວ່າງງາມຕາ ແລະ ປອດໄພ, ສົມທົບກັບບັນດາສະຫະພັນກິລາແຫ່ງຊາດ ທີ່ມີສະໜາມກິລາປະເພດຕ່າງໆ ຮ່ວມສ້າງກິດຈະກຳຈັດການແຂ່ງຂັນເພື່ອພັດທະນາກິລາຂອງຕົນ ແລະ ນຳໃຊ້ສະໜາມໃຫ້ເກີດປະໂຫຍດສູງສຸດ ແລະ ເປີດກ້ວາງການບໍລິການສັງຄົມໃນການສ້າງກິດຈະກຳຕ່າງໆ ເພື່ອສ້າງລາຍຮັບດ້ານວິຊາການໃຫ້ໄດ້ 40 ເປີເຊັນຂອງແຜນງົບປະມານທີ່ໄດ້ຮັບ. ພ້ອມກັບຈະສຸມໃສ່ວຽກງານໃໝ່ຢ່າງຕັ້ງໜ້າ ແລະ ໃຫ້ປະສົບຜົນສຳເລັດ.


ຂ່າວຈາກ: ອໍາໄພວັນ ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

ກະຊວງແຮງງານ ເປີດເຜີຍ! ຄົນລາວເຮັດວຽກຢູ່ໄທ 46 ພັນຄົນ ຕ້ອງຂຶ້ນທະບຽນໃຫ້ແລ້ວໃນເດືອນນີ້

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມຂຶ້ນທີ່ຫ້ອງປະຊຸມໃຫຍ່ ຂອງກະຊວງດັ່ງກ່າວໃນວັນທີ 20 ກຸມພາ ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນກອງປະຊຸມໄດ້ມີການລາຍງານໃຫ້ຮູ້ວ່າ: ຫຼັງຈາກທາງການລາວໄດ້ສົ່ງພະນັກງານເຂົ້າໄປປັບສະຖານະພາບໃຫ້ແກ່ແຮງງານລາວ (ກຸ່ມບັດສີຊົມພູ) ທີ່ຍັງເຫຼືອຈຳນວນ 71 ພັນກວ່າຄົນຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 448/ຫສນຍ,ກສວ, ລົງວັນທີ 23 ມີນາ 2017 ຊຶ່ງໜ່ວຍງານປັບສະຖານະພາບແຮງງານລາວໄດ້ຕັ້ງຢູ່ຫ້າງ IT Square ເຂດຫຼັກ 4 ກຸງເທບມະຫານະຄອນປະເທດໄທ.

ຜ່ານການຈັດຕັ້ງປະຕິບັດວຽງານ ແຕ່ວັນທີ 28 ສິງຫາ 2017 ຮອດວັນທີ 31 ມັງກອນ 2018 (5 ເດືອນ) ສາມາດອອກໜັງສືຢັ້ງຢືນສະຖານະພາບບຸກຄົນ (CI) ແລະ ບັດອະນຸຍາດເຮັດວຽກໃຫ້ແຮງງານຜູ້ທີ່ມີບັດສີບົວ ໄດ້ຈຳນວນທັງໝົດ 24,684 ຄົນ, ໃນນັ້ນ ເປັນແຮງງານ ຈຳນວນ 22,422 ຄົນ( ຍິງ 11,525 ຄົນ), ຜູ້ຕິດຕາມ 2,262 ຄົນ( ຍິງ 1,062 ຄົນ), ຍັງອີກຈໍານວນ 46 ພັນກວ່າຄົນທີ່ຕ້ອງໄດ້ປະຕິບັດໃຫ້ສຳເລັດພາຍໃນວັນທີ 31 ມີນາ 2018.
ທ່ານ  ຄຳແພງ ໄຊສົມແພງ ກ່າວວ່າ: ອີງໃສ່ຂໍ້ມູນ ປີ 2016 ທີ່ຝ່າຍໄທໄດ້ແຈ້ງໃຫ້ຝ່າຍລາວຮູ້ວ່າ ມີແຮງງານທີ່ມີບັດສີຊົມພູປະມານ 71 ພັນກວ່າຄົນ ຊຶ່ງຈະໝົດອາຍຸ ວັນທີ 31 ມີນາ 2018 ໃຫ້ຝ່າຍລາວຮີບຮ້ອນເຂົ້າມາດຳເນີນການປັບສະຖານະພາບໃຫ້ຖືກຕ້ອງ


ນອກນີ້ ລັດຖະບານໄທ ຍັງໄດ້ອອກຂໍ້ກຳນົດການບໍລິຫານຈັດການການເຮັດວຽກຂອງຄົນຕ່າງດ້າວປີ 2017 ຊຶ່ງໄດ້ຕັ້ງສູນຮັບແຈ້ງແຮງງານຕ່າງດ້າວ 3 ສັນຊາດ ກຳນົດ 15 ວັນ ໃຫ້ຂຶ້ນທະບຽນມີແຮງງານລາວມາຂຶ້ນທະບຽນກັບຄູ່ນາຍຈ້າງ ກັບ ລູກຈ້າງ ມີທັງ ໝົດ 100,740 ຄົນ, ໃນນັ້ນ ແຮງງານລາວທີ່ໄດ້ຮັບການຢັ້ງຢືນວ່າເປັນຄົນລາວທີ່ທາງການໄທອອກໃບຈັບຄູ່ໃຫ້ຈຳນວນ 87,442 ຄົນ ມີກຳນົດຮອດວັນທີ 31 ທັນວາ 2017 ຊຶ່ງບໍ່ສາມາດຈັດຕັ້ງປະຕິບັດຕາມກຳນົດເວລາໄດ້. ສະນັ້ນ ມີແຮງງານລາວສອງກຸ່ມນີ້ຕົກຄ້າງປະມານ 130,000 ພັນກວ່າຄົນ.

ນາຍົກສັ່ງກວດຄືນການກຳນົດຕຳແໜ່ງງານຂອງການຈັດຕັ້ງ ຫຼັງຈຳນວນລັດຖະກອນເພີ່ມຂຶ້ນທຸກປີ

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ອອກ ຄຳສັ່ງ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ເລກທີ 03/ນຍ ລົງວັນທີ 9 ກຸມພາ 2018 ໂດຍສັ່ງກວດຄືນການກຳນົດຕຳແໜ່ງງານຂອງການຈັດຕັ້ງຕ່າງໆ ເພາະໃນທີ່ຜ່ານມາມີລັກສະນະເພີ່ມຈຳນວນລັດຖະກອນຂຶ້ນທຸກໆປີ; ສັ່ງໃຫ້ ກົມໃດ, ພະແນກໃດ ຫຼື ກົງຈັກການຈັດຕັ້ງໃດມີຈຳນວນລັດຖະການຫຼາຍ ແລະ ບໍ່ສົມຄູ່ກັບໜ້າວຽກທີ່ມີ ຕ້ອງສັບຊ້ອນພະນັກງານ-ລັດຖະກອນເຂົ້າກັບກົມ, ພະແນກ ຫຼື ກົງຈັກການຈັດຕັ້ງທີ່ພະນັກງານ-ລັດຖະກອນບໍ່ພໍໃຫ້ມີຈຳນວນເໝາະສົມ ແລະ ໃຫ້ທຸກອົງການຈັດຕັ້ງໃນລະບົບການເມືອງທຸກຂັ້ນ ໂຈະການສ້າງຕັ້ງກົງຈັກໃໝ່ທີ່ບໍ່ຈຳເປັນ.
ຜ່ານມາການປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງຂັ້ນຕ່າງໆ, ການກຳນົດຕຳແໜ່ງງານ ຍັງມີລັກສະນະເພີ່ມຂຶ້ນເລື້ອຍໆ ເຊິ່ງບໍ່ສອດຄ່ອງກັບທິດຊີ້ນຳຂອງພັກທີ່ວ່າ: ການປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງຕ້ອງກະທັດຮັດ, ໂປ່ງໃສ, ໜັກແໜ້ນ ແລະ ສອດຄ່ອງກັບສະພາບຕົວຈິງ ສ່ວນ ການສອບເສັງຂັດເລືອກລັດຖະກອນໃໝ່ຢູ່ບາງກະຊວງ, ອົງການ ແລະ ທ້ອງຖິ່ນ ມີລັກສະນະເຮັດເປັນພຽງແຕ່ຮູບການຍັງບໍ່ທັນເນັ່ນໜັກດ້ານຄຸນນະພາບເທົ່າທີ່ຄວນເຮັດໃຫ້ມີການສິ້ນເປືອງງົບປະມານ, ສັງຄົມຈົ່ມວ່າ ແລະ ອື່ນໆ; ການກຳນົດຕຳແໜ່ງງານຍັງມີລັກສະນະລວມໆ ບໍ່ແທດເໝາະກັບຕົວຈິງ; ລະດັບຄວາມຮູ້, ບົດຮຽນປະສົບການ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນທີ່ເຮັດວຽກດັ່ງກ່າວຍັງບໍ່ທັນສູງເທົ່າທີ່ຄວນ.
ຄຳສັ່ງເລກທີ 03 ດັ່ງກ່າວ ຍັງກຳນົດໃຫ້ ການສອບເສັງລັດຖະກອນໃໝ່ຕ້ອງອີງໃສ່ຕຳແໜ່ງງານວ່າງທີ່ຕ້ອງການຕົວຈິງ ແລະ ຜົນການສອບເສັງຕ້ອງຕິດປະກາດເປີດເຜີຍ ແລະ ໃຫ້ຄັດເລືອກເອົາຜູ້ທີ່ສອບເສັງໄດ້ຕາມມາດຕະຖານ, ຖືກຕ້ອງຕາມວິຊາສະເພາະ ແລະ ເງື່ອນໄຂທີ່ກຳນົດໄວ້ໃນຕຳແໜ່ງງານ.

ແຫລ່ງຂ່າວ: ຂປລ

ເປັນຫຍັງຈຶ່ງມີການປັບລາຄານ້ຳມັນເຊື້ອໄຟຕື່ມ?

ກົມການຄ້າພາຍໃນ ໄດ້ເຜີຍເຖິງເຫດຜົນຂອງການປັບລາຄານໍ້າມັນເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງຮຽກຮ້ອງໃຫ້ເປັນເຈົ້າການຕິດຕາມການຂາຍນ້ຳມັນເຊື້ອໄຟບໍ່ຖືກກັບລາຄາທີ່ລັດກຳນົດ ສາມາດແຈ້ງມາຍັງສາຍດ່ວນທັນທີ.
ສະພາບລາຄານ້ຳມັນຢູ່ຕະຫຼາດໂລກ ເວົ້າສະເພາະລາຄານ້ຳມັນສຳເລັດຮູບເໜັງຕີງປັບເພີ່ມຂຶ້ນຢ່າງຕໍ່ເນື່ອງເມື່ອສົມທຽບລາຄາສະເລ່ຍຕະຫຼາດໂລກ ລະຫວ່າງວັນທີ 29/1 – 2/2/2018 ກັບລາຄານຳເຂົ້າ ( CIF ) ປະຕິບັດຄັ້ງວັນທີ 27/1/2018 ເຫັນວ່າລາຄາສະເລ່ຍຕະຫຼາດໂລກຍັງມີລາຄາສູງກວ່າລາຄາປະຕິບັດຄັ້ງວັນທີ 27/1/2018 ຄື: ລາຄານ້ຳມັນແອັດຊັງ ( 95 ) ເພີ່ມຂຶ້ນ 0.0191$/ລິດ ( 159 ກີບ/ລິດ ), ນ້ຳມັນແອັດຊັງ ( 92 ) ເພີ່ມຂຶ້ນ 0.0305 $/ລິດ ( 253 ກີບ/ລິດ ) ແລະ ກາຊວນ ( 0.05 ) ເພີ່ມຂື້ນ 0.0426 $/ລິດ ( 354 ກີບ/ລິດ ).
ຕໍ່ສະພາບການເໜັງຕີງເພີ່ມຂຶ້ນຂອງລາຄານ້ຳມັນເຊື້ອໄຟຢູ່ຕະຫຼາດໂລກ ດັ່ງທີ່ກ່າວມາຂ້າງເທິງຈຶ່ງເຮັດໃຫ້ລາຄາຂາຍຍ່ອຍໜ້າປ້ຳ ( ເວົ້າສະເພາະນະຄອນຫຼວງວຽງຈັນ ) ເໜັງຕີງເພີ່ມຂຶ້ນຈາກລາຄາປະຕິບັດຄັ້ງວັນທີ 27/1/2018 ສູງສົມຄວນ ແລະ ສູງເກີນ 5% ໂດຍສະເພາະນ້ຳມັນແອັດຊັງ ( 92 ) ແລະ ກາຊວນ ( 0.05 ) ເຊິ່ງຈະສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດ.
ດ້ວຍເຫດນັ້ນກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ ຈຶ່ງໄດ້ຄົ້ນຄວ້າເອກະພາບກັນປັບຂຶ້ນລາຄາຂາຍຍ່ອຍໃນຄັ້ງວັນທີ 13/02/2018 ຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດ = 12,210 ກີບ/ລິດ, ແອັດຊັງທຳມະດາ = 9,120 ກີບ/ລິດ ແລະ ກາຊວນ = 8,100 ກີບ/ລິດ ຫຼື ເພີ່ມຂຶ້ນ 200,180 ແລະ 200 ກີບ/ລິດ ຕາມລຳດັບ.
ເນື່ອງຈາກເຮົາເປັນປະເທດທີ່ນຳເຂົ້ານ້ຳມັນເຊື້ອໄຟ 100%, ແຕ່ລະປີລັດຖະບານໄດ້ນຳໃຊ້ເງິນຕາຈຳນວນມະຫາສານເພື່ອສະໜອງໃຫ້ຜູ້ປະກອບການຊຳລະຄ່ານ້ຳມັນເຊື້ອໄຟ. ສະນັ້ນ, ກົມການຄ້າພາຍໃນ ກໍ່ຄືກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທະຫານ ແລະ ຕຳຫຼວດ ຈົ່ງຊົມໃຊ້ນ້ຳມັນເຊື້ອໄຟຢ່າງປະຢັດ.
ພ້ອມນັ້ນ, ກໍ່ຮຽກຮ້ອງມາຍັງບັນດາທ່ານທີ່ພົບເຫັນການຂາຍນ້ຳມັນເຊື້ອໄຟບໍ່ຖືກກັບລາຄາທີ່ລັດກຳນົດ ຫຼື ມີເບາະແສການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການປະເພດນ້ຳມັນເຊື້ອໄຟ ຫຼື ສິນຄ້າປະເພດອື່ນ ສາມາດແຈ້ງມາຍັງສາຍດ່ວນ 1510 ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ກໍ່ຄືຂອງທ່ານເອງ.
ຂອບໃຈຂໍ້ມູນຈາກ: © ເສດຖະກິດ ການຄ້າ

ພະຍາກອນອາກາດປະຈຳວັນທີ 14 ກຸມພາ 2018

ມວນອາກາດໜາວເຢັນຍັງມີກຳລັງອ່ອນ ຫາ ປານກາງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ແລະ ສົມທົບກັບກະແສລົມຕາເວັນຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ທົ່ວໄປໃນຕອນເຊົ້າໃນແຕ່ລະພາກ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖີ່ນແຂວງພາກເໜືອ, ແຂວງໄຊສົມບູນ, ແລະ ເຂດພູພຽງບໍລະເວນ, ສ່ວນຕອນກາງເວັນອາກາດຮ້ອນຂື້ນເລັກນ້ອຍ.

ກອງປະຊຸມວຽກງານສາທາລະນະສຸກ ທົ່ວປະເທດ ປະຈຳປີ

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານສາທາ ລະນະສຸກທົ່ວປະເທດ ປະຈຳ ປີ 2017 ແລະ ວາງທິດທາງ ແຜນການປີ 2018 ຂຶ້ນໃນວັນ ທີ 6-7 ກຸມພານີ້ ທີ່ຫ້ອງປະຊຸມ ສູນ ICTC ນະຄອນຫຼວງວຽງ ຈັນ ໂດຍການເປັນປະທານ ຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະ ນະສຸກ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງ, ຫົວໜ້າພະແນກສາທາລະນະ ສຸກແຂວງໃນທົ່ວປະເທດ ພ້ອມ ແຂກຖືກເຊີນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ສະ ຫຼຸບຕີລາຄາການຈັດຕັ້ງປະຕິ ບັດວຽກງານພັດທະນາສາທາ ລະນະສຸກ ປະຈຳປີ 2017, ຜ່ານແຜນການພັດທະນາສາ ທາລະນະສຸກ ປະຈຳປີ 2018 ແລະ 2019. ພ້ອມດຽວກັນ ຍັງໄດ້ສະຫຼຸບການຈັດຕັ້ງປະຕິ ບັດຍຸດທະສາດປະຕິຮູບສາ ທາລະນະສຸກ ໄລຍະທີ I (2013-2015) ແລະ ແຜນຍຸດ ທະສາດປະຕິຮູບສາທາລະນະ ສຸກ ໄລຍະ II (2016-2020). ຜ່ານການຈັດຕັ້ງປະຕິບັດວຽກ ງານໃນໜຶ່ງປີຜ່ານມາ ເຫັນວ່າ ຂະແໜງການສາທາລະນະສຸກ ຍາດໄດ້ຜົນງານເດັ່ນຈຳນວນ ໜຶ່ງ ໂດຍສະເພາະແມ່ນອັດຕາ ການຕາຍຂອງເດັກນ້ອຍລຸ່ມ 1 ປີ ໄດ້ຫຼຸຸດລົງຈາກ 57/1000 ໃນປີ 2015 ມາເປັນ 41/1000, ອັດຕາການຕາຍຂອງແມ່ຫຼຸຸດ ລົງຈາກ 206 ໃນປີ 2015 ມາ ເປັນ 179/100.000. ອັດຕາ ສ່ວນປະຊາຊົນໄດ້ຊົມໃຊ້ນ້ຳ ສະອາດໄດ້ເພີ່ມຂຶ້ນຈາກ 85,7% ໃນປີ 2015 ມາເປັນ 86,6% ໃນປີ 2017. ອັດຕາ ສ່ວນເດັກນ້ອຍລຸ່ມ 5 ປີທີ່ມີ ນ້ຳໜັກຕ່ຳກວ່າມາດຕະຖານ ຫຼຸດລົງຈາກ 25,5% ໃນປີ 2015 ມາເປັນ 22% ໃນປີ 2017, ອັດຕາສ່ວນເດັກນ້ອຍ ລຸ່ມ 5 ປີ ເຕ້ຍ ຫຼຸຸດລົງຈາກ 35,6% ໃນປີ 2015 ມາເປັນ 34% ໃນປີ 2017. ສາມາດ ສ້າງບ້ານສາທາລະນະສຸກ ແບບຢ່າງ ກວມເອົາ 71%ຂອງ ຈຳນວນບ້ານເປົ້າໝາຍ, ຄັງ ປະກັນສຸຂະພາບໄດ້ກວມເອົາ 75% ຂອງຈຳນວນປະຊາຊົນ ທັງໝົດ ແລະ ວຽກງານອື່ນໆ. ກອງປະຊຸມດັ່ງກ່າວ ຍັງ ໄດ້ປຶກສາຫາລື ແລະ ກວດກາ ແຜນການ 2018 ແລະ 2019 ເພື່ອບັນລຸ 10 ຄາດໝາຍທີ່ສະ ພາແຫ່ງຊາດ ຮັບຮອງເອົາເປັນ ຕົ້ນການສືບຕໍ່ເຮັດໃຫ້ອັດຕາ ການຕາຍຂອງແມ່ ແລະ ເດັກ ຫຼຸຸດລົງ, ການປັບປຸງສະພາບ ໂພຊະນາການຂອງເດັກນ້ອຍ ລຸ່ມ 5 ປີ, ການເອົາໃຈໃສ່ສະ ໜອງນ້ຳສະອາດ ແລະ ນຳໃຊ້ ວິດຖ່າຍ, ການເພີ່ມອັດຕາສັກ ຢາກັນພະຍາດ ແລະ ການຂະ ຫຍາຍຄັງປະກັນສຸຂະພາບ ເພື່ອເຮັດໃຫ້ທຸກຄົນສາມາດ ເຂົ້າເຖິງການຮັກສາສຸຂະພາບ.

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມວົງແຄບ ຂອງລັດຖະມົນຕີຕ່າງປະເທດອາຊຽນ

ໃນວັນທີ 6 ກຸມພາ 2018 ທີ່ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງ ປະຊຸມວົງແຄບຂອງລັດຖະ ມົນຕີຕ່າງປະເທດອາຊຽນ ພາຍ ໃຕ້ຄຳຂວັນທີ່ສິງກະໂປ ໄດ້ ກຳນົດໃນການເປັນປະທານ ອາຊຽນຂອງຕົນ ໃນປີ 2018 ຄື: “ເຂັ້ມແຂງ” ແລະ “ນະວັດ ຕະກຳ” ຮ່ວມກັບບັນດາລັດຖະ ມົນຕີຕ່າງປະເທດອາຊຽນ, ເຈົ້າໜ້າທີ່ອາວຸໂສ ແລະ ເລຂາ ທິການໃຫຍ່ອາຊຽນ. ກອງປະ ຊຸມຄັ້ງນີ້ ແມ່ນກອງປະຊຸມຄັ້ງ ທຳອິດຂອງລັດຖະມົນຕີຕ່າງ ປະເທດອາຊຽນ ພາຍໃຕ້ການ ເປັນປະທານອາຊຽນຂອງສິງ ກະໂປ ໃນປີ 2018.

ກອງປະຊຸມໄດ້ຮັບຊາບ ຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດຄຳຕົກລົງຂອງຜູ້ນຳ ອາຊຽນໃນກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 31 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດບັນດາ ເອກະສານແຜນແມ່ບົດ ສຳລັບ ສາມເສົ້າຄ້ຳປະຊາຄົມອາຊຽນ 2025, ແຜນງານຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີສາມ ແລະ ແຜນແມ່ ບົດສຳລັບການເຊື່ອມຈອດ ອາຊຽນ 2025. ກອງປະຊຸມໄດ້ເຫັນດີ ຮັບຮອງເອົາບຸລິມະສິດ ສຳລັບ ການເປັນປະທານອາຊຽນຂອງ ສິງກະໂປເຊັ່ນ: ຮ່າງວິໄສທັດ ຜູ້ນຳອາຊຽນ ເພື່ອຄວາມເຂັ້ມ ແຂງ ແລະ ນະວັດຕະກຳອາ ຊຽນ, ຮ່າງຖະແຫຼງການຜູ້ນຳ ອາຊຽນ ວ່າດ້ວຍຄວາມໝັ້ນຄົງ ທາງຄອມພິວເຕີ ແລະ ເອກະ ສານແນວຄວາມຄິດ ວ່າດ້ວຍ ການສ້າງເຄືອຂ່າຍຕົວເມືອງ ພັດທະນາອາຊຽນ. ພ້ອມນີ້, ກອງປະຊຸມ ກໍ ໄດ້ປຶກສາຫາລືກ່ຽວກັບການ ຮ່ວມມືລະຫວ່າງອາຊຽນກັບ ພາຍນອກ ໃນທ່າມກາງໂຄງ ສ້າງພາກພື້ນທີ່ພວມຜັນແປ ແລະ ໃນໂອກາດນີ້ ບັນດາລັດ ຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນຄວາມຄິດ ຄວາມເຫັນກ່ຽວກັບສະພາບ ການເມືອງ ແລະ ເສດຖະກິດ ຂອງພາກພື້ນ ແລະ ສາກົນ ທີ່ ພວມສືບຕໍ່ຜັນແປ, ບັນຫາທີ່ ເປັນສິ່ງທ້າທາຍຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງ ພາກພື້ນ ແລະ ຂອງໂລກເຊັ່ນ: ບັນຫາການກໍ່ການຮ້າຍ, ໄພພິ ບັດທຳມະຊາດ ແລະ ອາດຊະ ຍາກຳຂ້າມຊາດ ແລະ ອື່ນໆ ແລະ ສະພາບການໃນຕາເວັນ ອອກກາງ, ແຫຼມເກົາຫຼີ ແລະ ທະເລຈີນໃຕ້. ໃນກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນຢ້ຳເຖິງ ຄວາມສຳຄັນຂອງການເພີ່ມ ທະວີການຮ່ວມມື ເພື່ອຮັດແຄບ ຄວາມແຕກໂຕນທາງດ້ານ ການພັດທະນາລະຫວ່າງປະ ເທດສະມາຊິກອາຊຽນ ແລະ ການເຊື່ອມຈອດພາກພື້ນ ເພາະສອງໜ້າວຽກດັ່ງກ່າວ ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ ການເຊື່ອມໂຍງເສດຖະກິດ ພາກພື້ນ. ພ້ອມນີ້ ທ່ານ ກໍຍັງ ຢ້ຳເຖິງການສົ່ງເສີມບົດບາດ ຄວາມເປັນແກນກາງຂອງອາ ຊຽນ ໃນການພົວພັນກັບພາຍ ນອກ ແລະ ໃນໂຄງສ້າງພາກ ພື້ນທີ່ພວມຜັນແປ.

ຂ່າວ: ນສພ ປະຊາຊົນ

ພົງຊັບທະວີ ແລະ ຫວຽດນາມ ຮ່ວມມືຊື້ຂາຍພະລັງງານໄຟຟ້າ

ພິທີ​ເຊັນ​ບົດ​ບັນທຶກ​ຄວາມເຂົ້າໃຈ​ໂຄງການ​ກໍ່ສ້າງ​ສາຍ​ສົ່ງໄຟຟ້າ​ແຮງ​ສູງ 500 ກິ​ໂລ​ໂວນ (KV) ຈຳນວນ 5.000 ເມັກ​ກາວັດ (MW) ຈາກ​ພາກ​ເໜືອ​ຂອງລາວ​ຫາ​ພາກ​ໃຕ້ ​ສສ ຫວຽດນາມ ແລະ ໂຄງການ​ຊື້-ຂາຍພະລັງງານ​ໄຟຟ້າ​ຈາກ​ເຂື່ອນ​ໄຟຟ້າ​ເຊ​ກອງ 3A ແລະ 3B ຢູ່ແຂວງ​ເຊ​ກອງ ໂຄງການ​ເຂື່ອນໄຟຟ້າ​ນ້ຳ​ຊຳ 1A ແລະ 1B ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ຊຳ 3 ແລະ 3A ຢູ່​ແຂວງ​ຫົວພັນ ແລະ ໂຄງການ​ເຂື່ອນ​ໄຟຟ້ານ້ຳ​ໂມ້ 2 ຢູ່ແຂວງ​ຊຽງ​ຂວາງ ໄດ້​ຈັດ​ຂຶ້ນ​ທີ່​ສຳນັກ​ງານ​ນາຍົກລັດຖະມົນຕີ ໃນວັນ​ທີ 5 ກຸມພາ 2018 ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດຖະມົນຕີ ແຫ່ງ ​ສປປ ລາວ ແລະ ທ່ານ ຫງວຽນ ຊວັນ​ຟຸກ ນາຍົກລັດຖະມົນຕີ ແຫ່ງ ​ສສ ຫວຽດນາມ ພ້ອມ​ດ້ວຍ​ການ​ນຳຂັ້ນ​ສູງ​ຂອງ​ສອງ​ປະເທດ​ລາວ ແລະ ຫວຽດນາມ.

ລົງ​ນາມ​ໃນ​ເອກະສານ​ສັນຍາ​ດັ່ງກ່າວ​ຄັ້ງ​ນີ້ ຝ່າຍ​ລາວໂດຍທ່ານ ພົງ​ສະ​ຫວັດ ເສນາ​ພວນ ປະທານ​ບໍລິສັດ ພົງ​ຊັບ​ທະວີ​ກໍ່ສ້າງ​ຂົວ​ທາງ ເຄຫາ​ສະຖານ ແລະ ຊົນລະປະທານ ຈຳກັດ ແລະ ຝ່າຍ​ຫວຽດນາມ​ໂດຍ​ທ່ານ Duong Quang Thanh ປະທານ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າຫວຽດນາມ (EVN) ຈຸດປະສົງ​ການ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ສອງ​ຝ່າຍ​ຄັ້ງ​ນີ້ ແມ່ນ​ເປັນ​ການ​ຮ່ວມ​ມື​ພັດທະນາໂຄງການ​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ ແລະ ການ​ຊື້-ຂາຍ​ພະລັງງານ​ໄຟຟ້າ​ລະຫວ່າງ​ປະເທດ ເຮັດ​ໃຫ້ປະຊາຊົນ​ທັງ​ສອງ​ປະເທດ ໄດ້​ມີວຽກ​ເຮັດ​ງານ​ທຳ ແລະ ມີ​ໄຟຟ້າຊົມໃຊ້​ຢ່າງ​ພຽງພໍ ພ້ອມ​ທັງ​ເປັນການ​ສ້າງ​ລາຍ​ຮັບ​ໃຫ້​ງົບປະມານຂອງ​ລັດຖະບານ​ສອງ​ປະເທດ​ຕື່ມອີກ​ໃນ​ອະນາຄົດ ສຳລັບ​ແຜນການ​ພັດທະນາ​ໂຄງການ​ດັ່ງກ່າວນີ້ ​ຄູ່​ສັນຍາ​ສອງ​ຝ່າຍ​ຍັງ​ຄາດ​ຄະເນ​ໄວ້​ວ່າ ຈະ​ສຶກ​ສາ​ສຳ​ຫຼວດຄວາມ​ເປັນ​ໄປ​ໄດ້​ທາງ​ດ້ານ​ເສດຖະ​ກິດ ແລະ ສິ່ງແວດລ້ອມ​ຂອງໂຄງການ.