ປະຫວັດ ສາມຫມື່ນເມືອງເຟືອງ ຜາທໍ້ຫນໍ່ຄຳ (ມີຄລິບ)

ສາມໝື່ນ ເມືອງເຟືອງ ເປັນເມືອງໜື່ງທີ່ຂື້ນກັບ ແຂວງວຽງຈັນ ມີຕຳນານມາແຕ່ດືກດຳບັນວ່າ: ສາມໝື່ນຕູບເຟືອງ ທີ່ມາຂອງສາມໝື່ນ ເມືອງເຟືອງມີຄື: ໃນສະໄໝກ່ອນ ຢູ່ໃນສະຕະວັດໃດກໍ່ບໍ່ຮູ້ ໄດ້ມີສຽງຊ່າລືຂອງຄົນ ແຕ່ເໜືອຮອດໃຕ້ກ່າວຂານກັນມາວ່າ: ຜາທໍ່ໜໍ່ຄຳ ໃນຄາວນັ້ນບໍ່ມີໃຜຮູ້ວ່າ ຜາທໍ່ໜໍ່ຄຳ ຕັ້ງຢູ່ໃສ່? ບັງເອີນມີກຸ່ມຄົນຈຳນວນຫຼວງຫຼາຍເດີນທາງມາແຕ່ພາກໃຕ້ຫວັງຊອກຄົ້ນຫາ ຜາທໍ່ໜໍ່ຄຳ ວ່າຕັ້ງຢູ່ແຫ່ງຫົນໃດແທ້ ການເດີນທາງແມ່່ນກຳນົດເອົາສາຍນ້ຳເປັນຫຼັກ, ເປັນເຂັມຊີ້ທິດບອກ.

ເລີ່ມຕົ້ນເລາະລ່ອງຂື້ນມາຕາມສາຍແມ່ນ້ຳຂອງຕໍ່ໃສ່ສາຍນ້ຳງື່ມ-ນ້ຳລີກ, ຈຳນວນຂະບວນດັ່ງກ່າວເດີນທາງຮອດປາກນ້ຳບ່ອນໃດກໍ່ມີການພັກຜ່ອນດູມໍ, ຈັບຕົງລົງຫວ່າງ, ສ່ຽງດູໄປພ້ອມ ແຕ່ລະບ່ອນຜ່ານມາເຫັນວ່າບໍ່ທັນຈັບຕົງໄດ້ເທື່ອ, ຈິ່ງສ່ຽງອີກເລີຍຈັບຕົງໄດ້, ຫົວໜ້າດູມໍເວົ້າອອກມາວ່າ: ໄດ້ແລ້ວ, ແມ່ນແລ້ວຈັບຕົງໄດ້ແລ້ວພວກເຮົາທັງໝົດຕ້ອງເລາະຕາມນ້ຳຕົງນີ້ຂື້ນໄປຕ້ອງພົບ ຜາທໍ່ໜໍ່ຄຳ ຢ່າງແນ່ນອນ. ຂະບວນກໍ່ສືບຕໍ່ເຄື່ອນຍ້າຍ ບໍ່ພໍເທົ່າໃດກໍ່ພົບ ຜາທໍ່ໜໍ່ຄຳ ແທ້ຈິງ. ເມື່ອພົບແລ້ວກໍ່ພາກັນພັກຜ່ອນຢູ່ຕີນຜາ ຢູ່ເປັນກຸ່ມເປັນກອງຫຼາຍໆກຸ່ມ, ຊື່ງບ່ອນນັ້ນໄດ້ເອີ້ນວ່າ ຫາດຫີນກ້ອນ ຍ້ອນຄົນມາພັກເຊົາຢູ່ ເປັນຫຼາຍກຸ່ມຫຼາຍກອງ.


ຈາກນັ້ນ, ຫົວໜ້າຂະບວນການໄດ້ຊີ້ນຳວາງແຜນປຸກຕູບ ເພື່ອເປັນບ່ອນພັກພາອາໄສຢູ່ບໍລິເວນນັ້ນ ເປັນຈຳນວນ ສາມໝື່ນຕູບເຟືອງ ເພາະເອົາເຟືອງມາມຸງແຕ່ຈຳນວນຄົນແມ່ນບໍ່ຮູ້ເພາະວ່າບໍ່ກ່າວໄວ້ໃນຕຳນານ, ແຕ່ບໍລິເວນແຫ່ງນີ້ພັດມີ 3 ຜາຄ້າຍຄືກ້ອນເສົ້າ, ຕອນນັ້ນບໍ່ທັນຮູ້ວ່າໃສ່ຊື່ຜາແຕ່ລະໜ່ວຍແນວໃດ, ບັງເອີນມີນົກອິນຊີໃຫຍ່ໂຕໜື່ງບິນມາຈັບຜາໜ່ວຍທຳອິດເຮັດໃຫ້ ໜ່ວຍຜາເດື່ອງໄປເດື່ອງມາຄືຊິລົ້ມ ເລີຍໃສ່ຊື່ຜາໜ່ວຍທຳອິດວ່າຜາເດື່ອງ, ແຕ່ດຽວນີ້ເອີ້ນວ່າ:

ຜາເລືອງ, ນົກອິນຊີບິນໄປຈັບຜາໜ່ວຍທີສອງໜັ້ນຕື້ງບໍ່ເໜັງບໍ່ສະເທືອນຫຍັງເລີຍ ເອີ້ນວ່າ: ຜາຕື້ງ ເວລານົກອິນຊີຕົວນັ້ນບິນຈັບຜາຕື້ງຫາງກ່າຍຜາເລືອງ, ຈາກນັ້ນກໍ່ບິນມາຈັບຜາໜ່ວຍທີສາມຄືືວ່າທໍ່ໆກັນກັບຜາຕື້ງຈື່ງເອີ້ນວ່າ: ຜາທໍ່ໜໍ່ຄຳ ເພາະວ່າມີສິ່ງປະຫຼາດຄ້າຍຄືກັບຄຳເປັນ 2 ໜໍ່ໃຫ້ທຸກຄົນໄດ້ເບິ່ງໄດ້ແຍງ ຈົນເຖິງທຸກມື້ນີ້.

ໃນໄລຍະທີ່ນົກອິນຊີບິນມາຈັບຜາແຕ່ລະໜ່ວຍນັ້ນ ໄດ້ສົ່ງສຽງຮ້ອງເປັນຕາອອນຊອນຟັງແລ້ວມ່ວນເບື່ອບໍ່ເປັນຫົວໜ້າຂະບວນໃນຄາວນັ້ນຈື່ງມີຄຳເຫັນວ່າ ພວກເຮົາທຸກຄົນຄວນສ້າງສິ່ງໃດສິ່ງໜື່ງໄວ້ເພື່ອເປົ່າທົດແທນໃຫ້ຄ້າຍຄືກັບສຽງນົກອິນຊີຕົວນັ້ນໄວ້ໃຫ້ລຸ້ນລູກລຸ້ນຫຼານໄດ້ອະນຸລັກຕໍ່ໄປພາຍໜ້າ, ຜູ້ທີ່ມີຫົວຄິດປັນຍາກໍ່ໄດ້ເຮັດເປັນປີ່, ເປັນຂຸ່ຍ, ກະຈັບປີ່ ແລະ ອື່ນໆນຳມາເປົ່າ, ມາຕ່ວຍໃສ່ກັນກໍ່ບໍ່ມີສຽງຫຍັງຄ້າຍຄື, ອີກຜູ້ໜື່ງຈື່ງມີຫົວຄິດເຮັດແຄນຂື້ນມາເປົ່າທຽບກັບສຽງນົກອິນຊີຮ້ອງ ເມື່ອຫຼາຍຄົນໄດ້ຟັງກໍ່ເວົ້າເປັນສຽງດຽວກັນວ່າ ອັນນີ້ແຄນ ຄ້າຍຄືສຽງນົກອິນຊີຮ້ອງຈື່ງໃສ່ຊື່ວ່າ ແຄນ ຈົນມາເຖິງປະຈຸບັນນີ້.

ເມື່ອໄດ້ຊື່ຜາແຕ່ລະໜ່ວຍຄົບຖ້ວນແລ້ວ ປວງຊົນທີ່ມາປອງເອົາໜໍ່ຄຳກໍ່ນັບມື້ນັບຫຼາຍຂື້ນມາແຕ່ເໜືອ ແລະ ໃຕ້ກໍ່ມີ. ຕອນທຳອິດໜໍ່ຄຳແມ່ນຢູ່ລຸ່ມ, ມີພໍ່ເຖົ້າຜູ້ໜື່ງໄປອະທິຖານສັນຍາວ່າ ຈະເປັນຜູ້ບົວຜັດສີປົກປັກຮັກສາໜໍ່ຄຳໃຫ້ເຫຼືອງງາມ ຢູ່ຕະຫຼອດເວລາ, ແຕ່ລະເຊົ້າ ແລະ ແລງໄດ້ເອົາຫີນຊາມາຜັດຖູໜໍ່ຄຳ ເຮັດໃຫ້ຄຳນັ້ນຂຸລົ່ນອອກເທື່ອລະນ້ອຍ, ຍ້ອນຄວາມສັກສິດຂອງເຈົ້າພໍ່ ຜາທໍ່ໜໍ່ຄຳ ໃນປາງນັ້ນໜໍ່ຄຳໄດ້ຫາຍຕົວ, ຢູ່ຕໍ່ມາ ຈິ່ງໄດ້ເຫັນໜໍ່ຄຳພົ້ນຂື້ນຈອມຜາ ເຮັດໃຫ້ຄົນຂື້ນໄປບົວລະບັດຜັດສີ ຄືຜ່ານມາບໍ່ໄດ້.

ຫົວໜ້າຂະບວນການ ຜູ້ມີຄວາມຄຶດໄວ້ແລ້ວ ຫວັງມາເອົາໜໍ່ຄຳໃຫ້ມັນໄດ້ ກໍ່ມີແຜນການໃຫ້ສະມາຊິກທັງໝົດອອກແຮງຕັດໄມ້ໄຜ່ ເພື່ອສ້າງເປັນຂັ້ນໄດດົ່ງໄປຫາໜໍ່ຄຳ. ຈຸດທີ່ຕັ້ງຂັ້ນໄດໄປຫາໜໍ່ຄຳແມ່ນທົ່ງນາດົ່ງ ໃກ້ກັບບ້ານດອນ. ທຸກຄົນໄດ້ມີຄວາມສາມັກຄີກັນອອກແຮງ ຕັດໄມ້ໄຜ່ໃຫ້ໄດ້ຫຼາຍເຮັດຂັ້ນໄດໃຫ້ສຳເລັດ ປອງເອົາໜໍ່ຄຳໃຫ້ໄດ້ເພາະໜໍ່ຄຳເປັນຊັບສົມບັດອັນລ້ຳຄ່າ.

ຫຼາຍມື້ຫຼາຍເດືອນຕໍ່ມາຂັ້ນໄດທີ່ສ້າງຂື້ນດົ່ງໄປຫາໜໍ່ຄຳເກືອບສຳເລັດເລີຍຄ່ຳກ່ອນ, ຫົວໜ້າຂະບວນເວົ້າຂື້ນວ່າ: ມື້ນີ້ພວກເຮົາພັກຜ່ອນກ່ອນ, ມື້ອື່ນເຊົ້າຈິ່ງພ້ອມກັນຂື້ນມາປັນເອົາໜໍ່ຄຳ. ຍ້ອນຄົນເຮົາມີແນວຄິດບໍ່ຄືກັນ ມີແນວຄິດໂລບມາກ ໂລພາ ຢາກໄດ້ແຕ່ໂຕ, ຟ້າບໍ່ທັນແຈ້ງຄັກຕ່່າງຄົນຕ່າງຍາດຊິງກັນຂື້ນຢ້ານບໍ່ໄດ້ໜໍ່ຄຳນຳໝູ່ເຮັດໃຫ້ຂັ້ນໄດຮັບນ້ຳໜັກບໍ່ລ້ອນໄມ້ໄຜ່ທີ່ນຳມາເຮັດຂັ້ນໄດນັ້ນຫຼາຍເດືອນມັນກໍ່ໂດກ, ເຄືອຫວາຍ ແລະ ເສັ້ນຕອກທີ່ເອົາມາມັດຂັ້ນໄດ ກໍ່ຂຸລົ່ນ ເກີດມີສິ່ງອັດສະຈັນຄື:

ຂອດຕອກເກີດເປັນຂີງເຂັບ, ແມງງອດ, ເປັນງູໄລ່ຕອດຄົນ, ຂັ້ນໄດໄດ້ຫັກລົງມາຍ້ອນຝູງຄົນຈັບພ້າໄລ່ຟັນແມງສາລະຜິດຮ້າຍຈຳນວນຄົນທີ່ຂື້ນຂັ້ນໄດໄດ້ຕົກລົງມາ, ເກີດມີນ້ຳຖ້ວມບໍລິເວນນັ້ນພັດເອົາຄົນຈຳນວນຫຼວງຫຼາຍ ໄຫຼໜີ ຍັງເຫຼືອແຕ່ສອງຄົນແມ່ໝາຍທີ່ເຂົາບໍ່ບອກໃຫ້ຮູ້ບໍ່ໄດ້ຂື້ນຂັ້ນໄດຈິ່ງບໍ່ຕາຍ ໄດ້ເປັນຜູ້ທຳບຳເພັນກຸສົນ ກໍ່ທາດກວມດູກຈຳນວນໜື່ງໄວ້ແຄມນ້ຳຕົງ (ໃກ້ກັບດິນສວນຂອງພໍ່ເຖົ້າສິວິໄລ ຈັນໂທ) ໃນປະຈຸບັນຍັງມີຮອງຮອຍປະກົດການໃຫ້ເຫັນຢູ່.

ມາເຖິງດຽວນີ້ໄດ້ຢັ້ງຢືນໄວ້ວ່າ: ທີ່ມາຂອງບ້ານນາທົ່ວແມ່ນຈຳນວນຄົນຕົກຢູ່ບໍລິເວນນັ້ນຈົນທົ່ວ, ບ້ານນາແຍງແມ່ນບ່ອນນັ່ງຊົມນັ່ງແຍງໜໍ່ຄຳທັງເຊົ້າ ແລະ ແລງ, ບາ້ນທ່າແມ່ນມີທ່ານ້ຳ ແລະ ເປັນບ່ອນນັດໝາຍ ເຕົ້າໂຮມລໍຖ້າກັນ, ບ້ານດອນແມ່ນເປັນດອນໜື່ງຂອງຈຸດເລີ່ມຕົ້ນຂອງການສ້າງຂັ້ນໄດ.

ແຕ່ມື້ນັ້ນມາ ເຖິງມື້ນີ້ກໍ່ບໍ່ທັນຮັບຂ່າວອັນແນ່ນອນວ່າແມ່ນໜໍ່ຄຳແທ້ ຫຼື ບໍ່ເພາະຢູ່ສູງຫຼາຍທາງຈະຂື້ນໄປຫາໜໍ່ຄຳ ກໍ່ບໍ່ມີ, ບໍ່ມີຜູ້ໃດຈະປີນຂື້ນໜ້າຜາ ໄປຫາໜໍ່ຄຳໄດ້ມີແຕ່ຄຳຊ່າລືກັນມາແຕ່ບູຮານນະການວ່າ: ຜາທໍ່ໜໍ່ຄຳ.

ຄຳວ່າ: ສາມໝື່ນ-ຕູບເຟືອງ ໃນເມື່ອກ່ອນ, ປ່ຽນມາເປັນ ສາມໝື່ນ-ເມືອງເຟືອງ ໃນປັດຈຸບັນເຖິງທຸກວັນນີ້.

ຄຳຂວັນເມືອງເຟືອງ:

ຜາທໍ່ໜໍ່ຄຳລືຊາ ທົ່ງນາແສນກວ້າງໃຫຍ່

 

ປ່າໄມ້ດົກໜາ ພູຜາອ້ອມບັງ

ສຽງດັງທົ່ວແຄວ້ນ ແດນເຊື້ອວິລະຊົນ.

ຂອບໃຈພາບຈາກ: บอลพาเที่ยว

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *