ວິຖີຊີວິດ ຂອງຄົນປ່າ ທີ່ເມືອງພຽງ, ແຂວງໄຊຍະບູລີ

ທ່ານພໍນຶກພາບອອກບໍ່ວ່າ ໃນຍຸກທີ່ໂລກມີການພັດທະນາ ໄປໄກແລ້ວ, ແຕ່ຍັງມີອີກຫຼາຍຊົນເຜົ່າໃນໂລກ ທີ່ຍັງຄົງຮັກສາ ວິຖີຊີວິດດັ້ງເດີມຂອງຕົນໄວ້ຢູ່ ແລະ ຢູ່ໃນລາວ ກໍຍັງມີ “ເຜົ່າຕອງເຫຼືອງ” ທີ່ຍັງໃຊ້ຊີວິດກັບທຳມະຊາດ ຈົນມາຮອດທຸກມື້ນີ້.

ປັດຈຸບັນ ເຜົ່າຕອງເຫຼືອງ (ຄົນປ່າ) ຍັງຄົງອາໄສຢູ່ ເມືອງ ພຽງ ແຂວງ ໄຊຍະບູລີ. ໃນເມື່ອກ່ອນ ເຜົ່າຕອງເຫຼືອງ ອາໄສຢູ່ພື້ນທີ່ນີ້ ຫຼາຍພໍສົມຄວນ ແຕ່ຍ້ອນສະພາບແວດລ້ອມ ທາງທຳມະຊາດ ແລະ ສັງຄົມ ມີການປ່ຽນແປງ ຈຶ່ງຍັງເຫຼືອພຽງ 19 ຄົນ (ຍິງ 10 ຄົນ) ເທົ່ານັ້ນ.
ອີງຕາມການບອກເລົ່າ ຂອງ ລຸງຄຳພັນ ຈາກບ້ານ ນາກອງ ໃຫ້ຮູ້ວ່າ: ຄົນປ່າມີ 2 ເຜົ່ານ້ອຍ ທີ່ມີອາວຸດ ໃນການຈັບສັດປ່າ ແລະ ປ້ອງກັນຕົວ ຄື: ຄົນປ່າຍວນ ທີ່ໃຊ້ຫອກເປັນອາວຸດ ແລະ ຄົນປ່າລາວ ທີ່ໃຊ້ໜ້າໜ້ອງເປັນອາວຸດ. ຄົນປ່າ 2 ເຜົ່ານ້ອຍນີ້ ບໍ່ຄ່ອຍມີນິດໄສໃຈຄໍຖືກກັນ. ສະນັ້ນ ປັດຈຸບັນ ຄົນປ່າ 2 ເຜົ່າ ຈຶ່ງແຍກກັນຢູ່ທີ່ ເຂດຊາຍແດນລາວ-ໄທ ຄື: ຄົນປ່າຍວນ ໜີໄປຢູ່ດິນໄທ, ສ່ວນຄົນປ່າລາວ ອາໄສຢູ່ດິນລາວ ຕາມປົກກະຕິ.


ກຸ່ມຄົນປ່າເຫຼົ່ານີ້ ອາໄສຢູ່ຕາມທຳມະຊາດ ແລະຕິດພັນກັບທຳມະຊາດມາແຕ່ດົນນານ. ພວກເຂົາມັກຢູ່ຮ່ວມກັນເປັນຄອບຄົວ (ພໍ່-ແມ່-ລູກ) ແຕ່ບາງເທື່ອ ກໍ່ຢູ່ນຳກັນເປັນຈຸ ຫຼື ຫຼາຍຄອບຄົວຢູ່ນຳກັນ ໂດຍສະເພາະເຂດທີ່ມີສັດຮ້າຍມາລົບກວນ ກໍຈະຢູ່ນຳກັນຫຼາຍຄົນ.
ທີ່ຢູ່ອາໄສຂອງ ເຜົ່າຕອງເຫຼືອງ ແມ່ນບໍ່ເຮືອນ, ບໍ່ມີເຮືອນພັກອາໄສ ຄື ພວກເຂົາອາໄສຢູ່ກ້ອງພຸ່ມໄມ້, ເຄືອຫຍ້າ ຫຼື ເອົາໃບຕອງປົກພໍຊົ້ນນອນ ແລະ ເມື່ອໃບຕອງເຫຼືອງ ຫຼື ອາຫານຢູ່ບໍລິເວນນັ້ນໝົດ ກໍ່ຈະຍ້າຍບ່ອນຢູ່ໃໝ່ໄປເລື້ອຍໆ. ການຍົກຍ້າຍສ່ວນໃຫຍ່ ແມ່ນຍ້ອນອາຫານການກິນໝົດ ຫຼື ບໍ່ ກໍ່ຍ້ອນສັດປ່າ ມາອາລະວາດ.
ເມື່ອຢູ່ບໍ່ເປັນບ່ອນ ນອນບໍ່ເປັນທີ່, ການກິນຢູ່ກໍ່ບໍ່ຄ່ອຍເປັນຄາບເປັນເຄືອ ແບບວ່າ ໃຜຢາກຍາມໃດກໍ່ກິນຍາມນັ້ນ. ພວກເຂົາບໍ່ໄດ້ກິນເຂົ້າເປັນຫຼັກ ແຕ່ຈະກິນຫົວມັນປ່າເປັນຕົ້ນຕໍ, ພວກເຂົາຈະຂຸດກິນແຕ່ມັນຫົວທີ່ດີ, ກິນແຊບເທົ່ານັ້ນ ເຊິ່ງຫົວມັນນີ້ ຫາໄດ້ງ່າຍຢູ່ບ່ອນທີ່ພວກເຂົາອາໄສຢູ່. ນອກຈາກຫົວມັນປ່າ ກໍ່ຍັງມີ ຊີ້ນສັດປ່າ, ຍອດບຸ່ນ, ຍອດຕາວ, ໝາກໄມ້ຊະນິດຕ່າງໆ ເປັນອາຫານເພາະບໍ່ໄດ້ທຳການຜະລິດໃດໆ. ອາຫານທີ່ເຜົ່າຕອງເຫຼືອງກິນສ່ວນໃຫຍ່ ແມ່ນອາຫານດິບ ຫຼື ປິ້ງຈີ່ເປັນບາງຄັ້ງຄາວ ແລະ ບໍ່ໄດ້ປຸງຣົດໃດ. ແຕ່ວ່າ ປັດຈຸບັນ ເລີ່ມມີການເຮັດໃຫ້ອາຫານສຸກຂຶ້ນຫຼາຍແລ້ວ.


ເມື່ອກ່ອນ ເຂົາເຈົ້າບໍ່ນຸ່ງເຄື່່ອງຄືຄົນທົ່ວໄປ ຄື ເອົາພຽງເປືອກໜ້ອງມາທັບໃຫ້ອ່ອນຄືກັບເປືອກໄມ້ ແລ້ວກໍ່ເອົາປິດແຕ່ອະໄວຍະວະເພດ. ແຕ່ປັດຈຸບັນ ພວກເຂົາກໍ່ນຸ່ງໂສ້ງ, ເສື້ອ ຄືຄົນທົ່ວໄປ ແຕ່ຂາດສ້ອຍ ແລະ ບໍ່ໄດ້ຊັກ ນອກຈາກວ່າ ໃຊ້ບໍ່ໄດ້ແລ້ວ ພວກເຂົາກໍຈະເອົາຖິ້ມ ເພາະພວກເຂົາບໍ່ສົນໃຈກັບເຄື່ອງນຸ່ງຫົ່ມພໍປານໃດ. ໃນຍາມກາງຄືນ ບໍ່ວ່າລະດູໃດໆກໍຕາມ ພວກເຂົາຈະບໍ່ໃຊ້ຜ້າຫົ່ມ.


ເມື່ອມີຄົນບໍ່ຄຸ້ນໜ້າໄປຫາ ຫຼື ເວລາພົບສັດຮ້າຍ ອື່ນໆ ຄົນເຜົ່າຕອງເຫຼືອງ ຈະສົ່ງສັນຍານບອກໃຫ້ກັນຮູ້ ດ້ວຍການກູກ ຫຼື ການເປົ່າໃບໄມ້ ເປັນສັນຍານລັບ ແລະ ເມື່ອປອດຈາກອັນຕະລາຍແລ້ວ ພວກເຂົາກໍ່ມີສັນຍານ ສົ່ງຫາກັນແບບໃໝ່ ພິເສດຕື່ມອີກ.
ຄົນພວກນີ້ ເປັນຄົນໃຈນ້ອຍ ແຕ່ມັກມ່ວນ. ພວກເຂົາມີເຄື່ອງດົນຕີ ທີ່ປະດິດຄິດເອົາ ນັ້ນກໍຄື ເຕັ່ງ ເຊິ່ງມັນມີລັກສະນະຄ້າຍຄືກັບ ກີ່ຕ້າ, ແຕ່ສາຍຂອງເຄື່ອງດົນຕີນັ້ນ ແມ່ນເຮັດດ້ວຍຫວາຍ. ເວລາທີ່ໄດ້ກິນອີ່ມ ຫຼື ໄດ້ສິ່ງໃດທີ່ຖືກຕາມໃຈມັກ ພວກເຂົາກໍຈະຂັບລຳໃຫ້ຟັງ, ເນື້ອໃນໃຈຄວາມຂອງລຳ ກໍປະມານວ່າ: “ເຮົານີ້ເອົາປ່າເປັນເຮືອນ ເອົາເດືອນດາວເປັນແສງໄຟໄຕ້ ເອົາຕົ້ນໄມ້ມາເຮັດໝອນ ເຖິງຍາມນອນ ທາງຫົວມີມົດລີ້ນ ທາງຕີນມີມົດງ່າມ ສອງຟາກຂ້າງ ມີແຕ່ປຸ້ມມົດສະນອຍ ສຸກໃຈເດ…!”


ສະນັ້ນ ຜ່ານຂະບວນວິວັດຂອງທຳມະຊາດ ແລະ ສັງຄົມ ຕົກມາເຖິງປັດຈຸບັນນີ້ ຄົນປ່າກໍໄດ້ຄຸ້ນເຄີຍກັບຄົນທົ່ວໄປແລ້ວ, ພວກເຂົາ ມີຄວາມຊຳນານ ໃນການເອົາເຜິ້ງ ມາຫຼອມໃສ່ບັ້ງໄມ້ ໃຫ້ເປັນແທ່ງ, ຈັກຫວາຍ ແລະ ສານສາດສາຍ ທີ່ເຮັດ ຫຼື ຫາມາໄດ້ ມາແລກແລກປ່ຽນເອົາມີດ, ພ້າ, ສຽມ, ຢາສູບ ຫຼື ເຄື່ອງນຸ່ງຫົ່ມຕ່າງໆ ນຳຄົນໃນບ້ານ ຫຼື ໃນເມືອງ.
ແຕ່ເຖິງຢ່າງໃດກໍຕາມ, ການດຳລົງຊີວິດຂອງຄົນປ່າ ກໍຍັງພົບຫຼາຍບັນຫາ ຄື ບາງຄັ້ງເອົາຊີວິດສ່ຽງ ເຊັ່ນ: ການຕັດຕົ້ນໄມ້, ຖືກບາດເຈັບ ແລະ ຖືກສັດມາທຳຮ້າຍ ເຊັ່ນ ເສືອ, ໝີ, ງູ ແລະ ອື່ນໆ. ມີບາງຄັ້ງ ແມ່ຍິງ ແລະ ເດັກນ້ອຍ ຕົກນຳ້ຕາຍ ຫຼື ເປັນໄຂ້ສັ່ນ ແລ້ວກໍລົ້ມຕາຍໄປ. ເວົ້າລວມແລ້ວ ຄົນເຜົ່າຕອງເຫຼືອງ ນີ້ ການເກີດໜ້ອຍກວ່າການຕາຍ ຈຶ່ງເຮັດໃຫ້ມີຈຳນວນຄົນໜ້ອຍລົງໄປເລື້ອຍໆ

Be the first to comment

Leave a Reply

Your email address will not be published.


*