“ຕົ້ນດອກຮັກ”ໃຊ້ຕົ້ມກິນໃຊ້ແກ້ບວມ ຫຼື ເປັນຟົກ, ດອກແກ້ອັກເສບ, ບຳລຸງຫົວໃຈ, ໃຊ້ເປັນຢາຂ້າເຊື້ອໂຣກກາຝາກ

ບັນຍາຍລັກສະນະພືດສາດ
ພືດລຳໄມ້ຍາວ, ຂະໜາດກາງ, ສູງ 2–4 ແມັດ, ລຳຕົ້ນເມື່ອແກ່ຈະມີສີເຂື້ອງ, ເມື່ອເວລາຍັງອ່ອນຈະມີສີຂຽວ, ມີເຝື້ອຂົນບົ່ວສີຂາວໂອບ. ໃບ: ແມ່ນໃບປະເພດດ່ຽວຈັບພາບກັນເປັນຄູ່, ຍາວ 10–20 ຊັງຕີແມັດ, ກວ້າງ 5–10 ຊັງຕີແມັດ, ເນື້ອໃບໜາ, ມີຮູບສ້ວຍ, ປາຍໃບແຫຼມ, ຕີນຂອງເນື້ອໃບເປັນຮູບຕິ່ງຫູ. ກ່າງຂັ້ນສອງຂອງໃບມີ 8–10 ຄູ່, ແບ່ງອອກແຕ່ກ່າງໃຫຍ່, ຢູ່ຕີນກ່າງມີຈຸ້ມຂົນຈຳນວນໜຶ່ງ.

ກ້ານໃບກົມ, ໜາ, ສັ້ນປະມານ 1 ຊັງຕີແມັດ, ເບື້ອງລຸ່ມຂອງເນື້ອໃບມີເຝື້ອຂົນຂາວຫຸ້ມ. ດອກ: ອອກເປັນພວງ, ແຕ່ລະພວງມີ 10–20 ດອກ, ເປັນພວງດອກແບບສຸດເປັນ, ຈັບຢູ່ຍອດ ແລະ ຢູ່ຂ້າງຍອດ, ແມ່ນດອກປກະເພດ 5 ແລະ ມີເພດຮ່ວມ.
ກ້ານຂອຢອງຢູ່ງຮວຍເກສອນຕິດຈອດກັນເປັນທໍ່ຊື່ງຫຸ້ມຫໍ່ເອົາເຕົ້າໄຂ່ ແລະ ຄໍຂອງເຕົ້າໄຂ່ໄວ້, ຢູ່ປາຍຄໍຂອງເຕົ້າໄຂ່ມີແຜ່ນ 5 ຫຼ່ຽມຢອງຢູ່, ຢູ່ແຕ່ລະມູມຂອງແຜ່ນນີ້ມີຕ່ອມທາດໜຽວໜຶ່ງຄູ່ທີ່ຕິດກັບກ້ອນຮວຍເກສອນ (Pollinie) ຊື່ງວິວັດມາຈາກຮວຍເກສອນທີ່ຢູ່ໃກ້ນັ້ນ.

ຖັດກັບຮວຍເກສອນມີເສົາເກສອນ 5 ອັນ. ຕົ້ນດອກຮັກມີ 2 ສາຍພັນຄື: ພັນດອກສີຂາວ ແລະ ພັນດອກສີມ່ວງ. ໝາກ: ເປັນຝັກກົມມີຮູບກົ່ງໜ້ອຍໜຶ່ງ, ມີປາຍແຫຼມຍາວ, 10–15 ຊັງຕີແມັດ, ອອກສີຂຽວ, ມີເຝື້ອຂົນບົ່ວສີຂາວຫຸ້ມ, ທາງໃນບັນຈຸແກ່ນຈຳນວນຫຼາຍ.


ເວລາແກ່ຈະແຕກຕາມລວງຍາວປິ່ນອອກເບື້ອງນອກປ່ອຍໃຫ້ແກ່ນສີເຂື້ອງປີວອອກ. ເປືອກເວລາຍັງອ່ອນເປັນຍຸ້ງສີຂຽວອ່ອນ, ສ່ວນຊັ້ນໃນສຸດຂອງເປືອກກ້ຽງດີ. ແຕ່ເວລາແກ່ຈະບໍ່ກ້ຽງອີກ. ແກ່ນມີຮູບສ້ວຍມີຂົນຂາວໆຈັບຢູ່ຕີນແກ່ນຊື່ງເປັນສິ່ງຊຸກຍູ້ໃຫ້ແກ່ນສາມາດປີວໄປຕາມລົມ. ແຕ່ລະພາກສ່ວນນັບທັງລຳ, ງ່າ, ໃບ, ດອກ, ໝາກ…ລ້ວນແລ້ວແຕ່ບັນຈຸທທາດຢາງສີຂາວຂຸ້ນຢ່າງຫຼວງຫຼາຍ.

ບັນຍາຍການນຳໃຊ້
ໃບ: ໃຊ້ຕົ້ມກິນໃຊ້ແກ້ບວມ ຫຼື ເປັນຟົກ, ແກ້ໄຂ້ມາເຣເລຍ, ດອກແກ້ອັກເສບ, ບຳລຸງຫົວໃຈ, ໃຊ້ເປັນຢາຂ້າເຊື້ອໂຣກກາຝາກເຊັ່ນ: ຂີ້ຫິດ ແລະ ໃຊ້ຂ້າໜູ.

ຂອບໃຈຂໍ້ມູນຈາກ: ພາເຂົ້າລາວ

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *