“ຕົ້ນຈຳປາ”ໃບແຫ້ງຊ່ວຍຮັກສາຫອບຫືດ,ແກ້ອາການປວດແຂ້ວ

ບັນຍາຍລັກສະນະພືດສາດ
ໄມ້ຢືນຕົ້ນ, ສູງ 5–10 ແມັດ, ລຳຕົ້ນກົມ, ໜາ ແຕ່ບໍ່ແຂງ, ແຕກເປັນຫຼາຍກິ່ງຫຼາຍງ່າ, ລຳແກ່ມີສີເຂືອງອ່ອນມີລີງລາຍຢູ່ຕາມເປືອກນອກຊຶ່ງເກີດມາຈາກຮອຍຈັບຂອງກ້ານໃບ. ໃບແມ່ນໃບປະເພດດ່ຽວຈັບແບບສະຫຼັບ, ຈັດກັນເປັນວົງຢູ່ປາຍງ່າ, ມີຮູບຄັນຫຼາວຍາວ 5–40 ຊັງຕີແມັດ, ຕີນໃບແຄບແຕ່ເຫວີອອກຢູ່ກາງ, ສ່ວນປາຍໃບແຫຼມ, ແຄມໃບພຽງ ແລະ ກ້ຽງ.

ເນື້ອໃບໜາອອກສີຂຽວ, ໃບເບື້ອງລຸ່ມເຫຼື້ອມ ແລະ ມີສີອ່ອນກວ່າເບື້ອງເທີງ, ກ່າງໃບຟູຢູ່ເບື້ອງລຸ່ມຫຼາຍກວ່າເບື້ອງເທີງ, ກ່າງຂັ້ນສອງອອກຈາກກ່າງໃຫຍ່ ແລະ ຂະໜານກັນກັບແຄມໃບ, ມີຫຼາຍກວ່າ 20 ຄູ່, ກ່າງໝົດທຸກຄູ່ຈອດກັນຢູ່ກ່າງຂະໜານ, ກ່າງນ້ອຍແບ່ງເປັນຫຼາຍແງ່ມເປັນຫ້ອງນ້ອຍໆອີກ. ກ້ານໃບກົມຈັບກັບກິ່ງງ່າໂດຍກົງ. ດອກອອກເປັນພົ້ວຢູ່ປາຍງ່າ ຫຼື ຢູ່ງ່າຂ້າງ, ແມ່ນດອກປະເພດ 5 ແລະ ມີເພດຮ່ວມ.


ແຕ່ລະດອກມີກ້ານຍາວ 2–3 ຊັງຕີແມັດ, ເວລາດອກຍັງຈູມກີບດອກມີລັກສະນະຊ້ອນກ້ຽວກັນເປັນຮູບທໍ່ຍາວ, ເວລາບານກີບດອກແບອອກ ແລະ ຊ້ອນໄຂ່ວກັນ, ຕີນຂອງກີບດອກເປັນທໍ່, ກາບດອກມີຂະໜາດນ້ອຍຫຼາຍ ແລະ ຊ້ອນໄຂ່ວກັນຢູ່ຕີນຂອງທໍ່ກີບແມ່ນດອກທີ່ມີເຕົ້າຈັບໄຂ່ລຸ່ມ ແລະ ຮວຍເກສອນຈັບຢູ່ລະດັບຕີນຂອງທໍ່ກີບດອກ.

ໝາກ: ແມ່ນປະເພດໝາກແຫ້ງ ແລະ ໄຂເອງໄດ້, ໝາກຢູ່ຕິດກັນເປັນຄູ່, ແຕ່ລະໝາກມີຮູບກົມ, ຍາວ 20–30 ຊັງຕີແມັດ, ກວ້າງ 2–2,5 ຊັງຕີແມັດ, ເວລາແກ່ອອກສີດຳ, ມີເປືອກນອກກ້ຽງ, ບາງເທື່ອມີຕຸ່ມຊາຢາຍທົ່ວໄປ. ເມື່ອໝາກແກ່ດີຈະແຕກອອກຕາມລວງຍາວຂອງຮອຍຈີກ, ແຕ່ລະໝາກບັນຈຸແກ່ນຈຳນວນຫຼາຍ, ແກ່ນມີສີດຳ – ເຂື້ອງ, ຍາວ 2,8–3,5 ຊັງຕີແມັດ, ກວ້າງ 0,5–0,7 ຊັງຕີແມັດ, ມີປີກບາງຊຶ່ງມີຂະໜາດເຄິ່ງໜຶ່ງຂອງແກ່ນ.

ບັນຍາຍການນຳໃຊ້
ດອກຈຳປາໃຊ້ປະສົມກັບໃບພູເປັນຢາແກ້ໄຂ້ ແລະ ໄຂ້ມາເລເຣຍ. ໃບແຫ້ງຊ່ວຍຮັກສາຫອບຫືດໂດຍການນຳໃບແຫ້ງມາແຊ່ນ້ຳຮ້ອນດື່ມ. ຢາງດອກຈຳປາໃຊ້ປະສົມກັບໄມ້ຈັນ ຫຼື ກາລະບູນເປັນຢາແກ້ອາການປວດແຂ້ວ. ເປືອກໃຊ້ປະສົມກັບນ້ຳມັນໝາກພ້າວ, ນ້ຳມັນເນີຍ ແລະ ນ້ຳມັນເຂົ້າ ເຮັດເປັນຢາແກ້ທ້ອງເດີນ, ເປັນຢາຂັບປັດສະວະ.

ຂອບໃຈຂໍ້ມູນຈາກ: ພາເຂົ້າລາວ

Be the first to comment

Leave a Reply

Your email address will not be published.


*