
ໃນຂະນະທີ່ເຮົາໃຊ້ອຸປະກອນອິເລັກໂທນິກຢູ່ນັ້ນ ຮ່າງກາຍຂອງເຮົາຈະໄດ້ຮັບຄື້ນສະນາມແມ່ເຫຼັກໄຟຟ້າຈາກສິ່ງເຫຼົ່ານີ້ ແລະ ຜົນກະທົບຂອງມັນຈະເຮັດໃຫ້ຮ່າງກາຍເຮົາອ່ອນເພຍຫຼາຍກວ່າປົກກະຕິເຖິງສອງເທົ່າ ນັກຮຽນເດນມາກຊັ້ນມັດທະຍົມປາຍ 5 ຄົນໄດ້ເຮັດການທົດລອງທີ່ສຸດຍອດອອກມາ ແລະ ຜົນທີ່ໄດ້ນັ້ນຈະເຮັດໃຫ້ທຸກຄົນຢຸດເປີດ Wi-Fi ຖິ້ມໄວ້ຕອນກາງຄືນແນ່ນອນ
ພວກເຂົາພົບວ່າຖ້າຫາກເປີດມືຖືຖິ້ມໄວ້ ໃນເວລາກາງຄືນແລ້ວວາງໄວ້ໃກ້ໆຮ່າງກາຍເຮົາໃນເວລານອນຫຼັບພັກຜ່ອນ ກໍຈະເຮັດໃຫ້ຮ່າງກາຍເຮົາຮູ້ສຶກບໍ່ສົດຊື່ນເມື່ອເຮົາຕື່ນຂຶ້ນມາ
ພວກເຂົາໄດ້ເຮັກການທົດລອງໂດຍການປູກໝາກຖົ່ວໜໍ່ ໃນຫ້ອງທີ່ມີສັນຍານວາຍຟາຍ ແລະ ບໍ່ມີວາຍຟາຍ
ຜ່ານໄປ 12 ມື້ຜົນທີ່ໄດ້ນັ້ນເຮັດປະຫຼາດໃຈຫຼາຍ ຫ້ອງທີ່ບໍ່ມີສັນຍານວາຍຟາຍນັ້ນຖົ່ວໜໍ່ໄດ້ຈະເລີນເຕີບໂຕເປັນປົກກະຕິ ແຕ່ຫ້ອງທີ່ມີສັນຍານວາຍຟາຍນັ້ນ ຖົ່ວໜໍ່ບໍ່ຈະເລີນເຕີບໂຕແຖມຍັງຕາຍອີກດ້ວຍ ການທົດລອງນີ້ເຮັດໃຫ້ພວກເຂົາໄດ້ຮັບລາງວັນດ້ານວິທະຍາສາດລະດັບທ້ອງຖິ່ນ ແລະ ເຮັດໃຫ້ເລື່ອງນີ້ໄດ້ຮັບຄວາມສົນໃຈຈາກນັກວິທະຍາສາດຢ່າງຫຼວງຫຼາຍ
ກ່ອນນອນທຸກຄັ້ງ ຢ່າລືມປິດ ຫຼື ນຳມືຖືໄປວາງໃຫ້ໄກຈາກໂຕແດ່ເດີ ນອກຈາກຈະຊ່ວຍຮັກສາສຸຂະພາບຮ່າງກາຍແລ້ວ ຍັງສາມາດຕັດສິ່ງລົບກວນເວລາພັກຜ່ອນເຮົາໄດ້ອີກດ້ວຍ
Leave a Reply