“ໝາກເຂົ້າ” ແກ່ນແກ່ຮັກສາອາການອັກເສບ, ອາການບວມ ແລະ ຍັງຊ່ວຍຮັກສາພະຍາດຜີວໜັງ

ບັນຍາຍລັກສະນະພືດສາດ
ຕົ້ນໝາກເຂົ້າຈັດເປັນພືດລົ້ມລຸກ, ເປັນໄມ້ເຄືອ, ອາຍຸຫຼາຍປີ, ເຄືອໃຫຍ່ມີມືເກາະຄ້າຍຄືກັບຜັກຕຳນິນ, ມັກແສງແດດ, ເລືອໄດ້ທັງພື້ນດິນ ແລະ ເທີງຕົ້ນໄມ້. ໃບດ່ຽວ, ໃບເປັນຮູບຫົວໃຈ ຫຼື ຮູບໄຂ່, ຄ້າຍໃບໂພ, ຄວາມກວ້າງ ແລະ ຄວາມຍາວຂອງໃບມີຂະໜາດເທົ່າກັນ 6 – 15 ຊັງຕີແມັດ. ຂອບໃບວ້ຳເຂົ້າເປັນແສກປະມານ 3–5 ແສກ.

ດອກເກີດຢູ່ບໍລິເວນຂໍ້ຕໍ່ລະຫວ່າງໃບ ຫຼື ຕາມຊອກໃບຊື່ງຈະອອກດອກຂໍ້ລະ 1 ດອກ, ຄ້າຍຄືກັບດອກຕຳນີນ, ກາບດອກມີສີຂາວອົມເຫຼືອງ ຫຼື ຂາວແກມເຫຼືອງ. ສ່ວນກ້ານເກສອນ ແລະ ກາບລະອອງຈະມີສີມ່ວງແກມດຳ ຫຼື ສີມ່ວງແກມສີນ້ຳຕານ. ດອກໝາກເຂົ້າເປັນດອກແບບສົມບູນເພດແຍກເປັນດອກເພດແມ່ ແລະ ດອກເພດຜູ້ຈະຢູ່ຕ່າງຕົ້ນກັນ.

ດອກເພດແມ່ຈະມີຂະໜາດນ້ອຍ, ປາຍໃບມົນ. ສ່ວນດອກເພດຜູ້ປາຍໃບແຫຼມ, ດອກໝາກເຂົ້າມີສີເຫຼືອງ, ມີກາບດອກ 5 ກາບຕິດຢູ່. ໝາກຮູບໄຂ່ກົມຮີ, ເປືອກມີໜາມນ້ອຍໆຢູ່ຮອບໝາກ. ໝາກອ່ອນຈະມີສີຂຽວອົມເຫຼືອງແຕ່ເມື່ອສຸກແລ້ວໝາກຈະມີສີແດງ ຫຼື ສີສົ້ມອົມແດງ. ໝາກສຸກເນື້ອຈະເປັນສີເຫຼືອງມີເຍື່ອກາງຫຸ້ມແກ່ນເປັນສີແດງ.

ບັນຍາຍການນຳໃຊ້
ໝາກອ່ອນ ແລະ ຍອດອ່ອນຊ່ວຍຫຼຸດນ້ຳຕານໃນເລືອດຂອງຜູ້ເປັນພະຍາດເບົາຫວານໄດ້, ແກ່ນເປັນຢາບຳລຸງປອດ, ແກ່ນແກ່ນຳມາບົດໃຫ້ແຫ້ງປະສົມນ້ຳມັນ ຫຼື ນ້ຳສົ້ມສາຍຊູເລັກນ້ອຍນຳໃຊ້ທາບໍລິເວນທີ່ມີອາການອັກເສບ, ອາການບວມຈະຊ່ວຍຮັກສາອາການໄດ້ ແລະ ຍັງຊ່ວຍຮັກສາພະຍາດຜີວໜັງ, ຜົດຜື່ນຄັນຕ່າງໆ, ອາການຟົກຊ້ຳໄດ້ອີກດ້ວຍ, ຮາກໃຊ້ຕົ້ມນ້ຳດື່ມຊ່ວຍຖອນພິດທັງປວງ.

ຂອບໃຈຂໍ້ມູນຈາກ: ພາເຂົ້າລາວ

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *