
ກອງທັບເອຢິບຖະແຫລງວ່າ: ກອງກຳລັງຮັກສາຄວາມໝັ້ນຄົງເອຢິບສັງຫານສະມາຊິກກຸ່ມຕິດອາວຸດ 10 ຄົນໃນການຍິງປະທະກັນ ແລະ ຄວບຄຸມຜູ້ຕ້ອງສົງໄສໄດ້ 400 ຄົນ ລວມທັງຄົນຕ່າງປະເທດຈາກປະຕິບັດການປາບປາມຢູ່ແຫລມໄຊນາຍ.
ສະຖານີໂທລະພາບຂອງທາງການລາຍງານອ້າງຖະແຫລງການກອງທັບເອຢິບລະບຸວ່າ: ສັງຫານສະມາຊິກກຸ່ມຕິດອາວຸດໄດ້ 38 ຄົນນັບແຕ່ປະຕິບັດການຫລ້າສຸດ ເພື່ອປາບປາມກຸ່ມຕິດອາວຸດທີ່ກໍ່ເຫດໂຈມຕີຫລາຍເທື່ອ. ໂຄສົກກອງທັບເອຢິບຖະແຫລງວ່າ: ເອຢິບເລີ່ມປະຕິບັດການຮັກສາຄວາມໝັ້ນຄົງໃນວັນທີ 9 ກຸມພາ ໂດຍມີທະຫານ ແລະ ຕຳຫລວດຮ່ວມກັນເພື່ອປາບປາມເຄືອຂ່າຍກໍ່ການຮ້າຍ ແລະ ອາຊະຍາກຳທົ່ວປະເທດ. ປະທານາທິບໍດີ ອັບເດລ ຟັດຕາ ອັລຊີຊີ ຜູ້ນຳເອຢິບ ເຊິ່ງຈະລົງເລືອກຕັ້ງອີກສະໄໝໃນເດືອນມີນາ ສັ່ງກອງທັບໃນເດືອນພະຈິກໃຫ້ປາບປາມກຸ່ມຕິດອາວຸດພາຍໃນ 3 ເດືອນ ຫລັງເຫດໂຈມຕີມັດສະຢິດໃນເອຢິບ ມີຜູ້ເສຍຊີວິດ 300 ກວ່າຄົນ ຖືເປັນເຫດນອງເລືອດຮຸນແຮງທີ່ສຸດ ລວມທັງຍັງເປັນບັນຫາທ້າທາຍຢ່າງຍິ່ງຕໍ່ລັດຖະບານເອຢິບ.
ຂອບໃຈຂໍ້ມູນຈາກ: © ShareKao
Leave a Reply