ປະທານ ສຸພານຸວົງ ໄດ້ສ້າງຕັ້ງ ກອງທະຫານ “ໄຊຈັກກະພັດ” ໃນປີ 1947 ຄົບຮອບ 71 ປີ (1947 – 2018).

ໃນຍາມແລງ ຫົວຄໍ່າວັນຫນຶ່ງ ອັນຮ້ອນເອົ້າ ໃນປີ 1947
ຢູ່ທີ່ໂຮງ ບາງກະປິ ໃນບາງກອກ ປະເທດໄທ
ເຊິ່ງເປັນສະຖານທີ່ ພຳນັກພັກເຊົາ ຂອງ ສະເດັດເຈົ້າ ສຸພານຸວົງໄດ້ມີ ຊາຍຫນຸ່ມ ຄົນຫນຶ່ງ ຮູບຮ່າງຜອມບາງ ສູງໂປ່ງຂໍເຂົ້າພົບ ສະເດັດເຈົ້າ ສຸພານຸວົງ ທີ່ພວມຮັບປະທານ ອາຫານຄໍ່າ ກັບຄອບຄົວຢູ່.ຊາຍຫນຸ່ມ ຄົນນັ້ນ ໄດ້ມອງເຫັນພາເຂົ້າ ແບບ ສະມະຖະ ງ່າຍດາຍ ຢູ່ເທິງໂຕະອາຫານ
ຂອງ ຜູ່ນຳຮັກຊາດລາວ ທີ່ຊື່ສຽງໂດ່ງດັງ ທີ່ສຸດເປັນຄັນທຸງ ຂອງການຕໍ່ສູ້ເພື່ອ ເອກະລາດ ຢ່າງສະເຫມີຕົ້ນ ສະຫມີປາຍຂອງ ປະຊາຊົນລາວ ທຸກເຜົ່າ ໃນເວລານັ້ນ.

ທ່ານ ຈະເລີນ ພວງຈັນ ອະດີດສະມາຊິກສະພາປະຊາຊົນສູງສຸດ ເລົ່າ ໃຫ້ຟັງວ່າ:
“ລາວອິດສະຫຼະ ເມື່ອອົບພະຍົບໄປຢູ່ເມືອງໄທແລ້ວ ກໍຕ້ອງທຳມາຫາກິນລ້ຽງຊີບ ບາງຄົນມີວິຊາອາຊີບ ແລະ ມີເງິນຄຳຕິດຕົວໄປນຳ ກໍອາໄສຫາກິນດ້ວຍການເຮັດທຸລະກິດເລັກນ້ອຍ, ພວກທີ່ເປັນແພດ ຫາກິນໄດ້ສະດວກແດ່, ບາງຄົນກໍໄປເຮັດກຳມະກອນປັ້ນດິນຈີ່, ເຜົາຖ່ານຂາຍ, ແຕ່ສ່ວນຫຼາຍເຮັດສວນປູກຝັງ ແລະ ໃຊ້ເຫື່ອແຮງຂອງຕົນຮັບຈ້າງອື່ນໆ.


ຕະຫຼອດເວລານັ້ນ ລັດຖະບານລາວອິດສະຫຼະ ກໍສະເໜີຕໍ່ສະຫະປະຊາຊາດ ຂໍໃຫ້ປະເທດລາວເປັນເອກະລາດ ແຕ່ບໍ່ຮູ້ວ່າເວລາໃດຈະໄດ້. ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍບໍຍອມປະວາງພາລະກິດຕໍ່ສູ້ປົດປ່ອຍຊາດ. ເຈົ້າສຸພານຸວົງ ກໍບໍ່ຍອມປະລະພາລະກິດຕໍ່ສູ້ກູ້ຊາດ, ເຖິງວ່າພວກເຮົາຈະຂາດເຂີນທຸກສິ່ງທຸກຢ່າງ ເປັນຕົ້ນແມ່ນການຫາລ້ຽງຊີບກໍຕາມ ແຕ່ເຈົ້າສຸພານຸວົງ ໄດ້ໃຊ້ຈ່າຍສິ່ງທີ່ເພິ່ນມີຕິດຕົວໄປນໍາ, ເພິ່ນໄດ້ຊອກຫາການຊ່ວຍເຫຼືອກັບບັນດາບຸກຄົນໄທ ແຕ່ກໍລຳບາກທີ່ສຸດ ແລະ ກໍບໍ່ສຳເລັດຜົນ, ແຕ່ກໍເປັນຈັ່ງບຸນ ເຈົ້າສຸພານຸວົງ ໄດ້ພົບທ່ານຜູ່ໜຶ່ງ ທີ່ເປັນເຊື້ອຊາດເຈົ້າລາວ ຂອງ ອານາຈັກລ້ານຊ້າງວຽງຈັນ (ເກົ່າ), ຜູ່ນັ້ນແມ່ນທ່ານ ພາສິດ ສຸດທິສານ ເຊິ່ງເປັນຂັ້ນເຫຼັນຫຼອດຂອງພະເຈົ້າອະນຸວົງ ທີ່ຖືກໄທ ສະຫຍາມ ກວາດຕ້ອນເອົາລົງໄປເມືອງໄທ ພ້ອມກັບພະເຈົ້າອະນຸວົງ. ທ່ານຜູ່ນີ້ເຫັນອົກເຫັນໃຈລາວອິດສະຫຼະ ທີ່ຕໍ່ສູ້ເພື່ອປົດປ່ອຍຊາດ ຍາດເອົາເອກະລາດມາມືດັ່ງດຽວກັນກັບພະເຈົ້າອະນຸວົງ ອົງເປັນບັນພະບູຣຸດຂອງຕົນໄດ້ກະທຳໃນອະດີດ (ປີ 1826-1829).


ທ່ານ ພາສິດ ສຸດທິສານ ຍັງໄດ້ນໍາພາ ເຈົ້າສຸພານຸວົງ ວິ້ງເຕັ້ນຊອກຫາການຊ່ວຍເຫຼືອຢູ່ເມືອງໄທ ແລະ ໄດ້ໄປພົວພັນກັບເຈົ້າເມືອງ ຊຽງຕຸງ (ມຽນມາ) ເຊິ່ງເປັນເຊື້ອຊາດລາວ ທີ່ສືບເຊື້ອສາຍມາແຕ່ສະໄໝຂອງ ຂຸນບູຣົມ ຣາຊາທິຣາດ. ເຈົ້າເມືອງຊຽງຕຸງ ໄດ້ຮັບຕ້ອນເຈົ້າສຸພານຸວົງ, ທ່ານ ພາສິດ ສຸດທິສານ ແລະ ຂ້າພະເຈົ້າ ( ໝາຍເຖິງທ່ານ ຈະເລີນ ພວງຈັນ ) ດ້ວຍຄວາມອົບອຸ່ນເປັນຢ່າງດີ, ທັງປະຊາຊົນເມືອງຊຽງຕຸງ ກໍຮັບຕ້ອນພວກເຮົາ ໃຫ້ພັກເຊົາເຮືອນຂອງເຂົາເຈົ້າ ທັງລ້ຽງເຂົ້າປາອາຫານ ດ້ວຍຄວາມຮັກແພງ ແລະ ສະໜິດສະໜົມ.


ຕໍ່ມາ ຂ້າພະເຈົ້າ ກໍໄດ້ໄປພັກເຊົາຢູ່ກັບທ່ານ ພູມີ ວົງວິຈິດ ແລະ ຄອບຄົວຂອງເພິ່ນທີ່ເມືອງຊຽງແສນ ແລະໄດ້ພາກັນເຮັດສວນຢາສູບຂາຍ ຢູ່ປາກຫ້ວຍນໍ້າຄຳ ຂ້າງໃຕ້ເມືອງຊຽງແສນ. ກ່ຽວກັບຊີວິດການເປັນຢູ່ຂອງລາວອິດສະຫຼະໃນເວລານັ້ນ ແມ່ນພົບກັບຄວາມຂາດເຂີນໄປຊັກໄຊ້, ເງິນຄໍາ ທີ່ຕິດໄປນໍາ ກໍໄດ້ໃຊ້ຈ່າຍໄປໝົດແລ້ວ, ຫາວຽກເຮັດກໍຍາກລໍາບາກ ແລະ ບາງເທື່ອກໍບໍ່ໄດ້ເຮັດຊໍ້າ. ສະເພາະຢ່າງຍິ່ງ ຫລັງຈາກສົງຄາມໂລກຄັ້ງທີສອງມານີ້ ໄດ້ນໍາເອົາຄວາມພິນາດ ອຶດຢາກມາສູ່ສັງຄົມມະນຸດ ຈົນກະທັ້ງມີກໍາມະກອນຢູ່ເມືອງໄທ ຕ້ອງໄດ້ນຸ່ງກະເປົາປ່ານກໍມີ.”

ເວລານັ້ນ ຢູ່ລາວ ການຕໍ່ສູ້ ດ້ວຍອາວຸດ ລະຫວ່າງ ທະຫານ ຝຣັ່ງ ແລະ ກອງຫລອນ ຝຣັ່ງ-ລາວ ກັບ ກຳລັງປະກອບ ອາວຸດ ຂອງປະຊາຊົນລາວທຸກເຜົ່າ ທີ່ຈັດຕັ້ງກັນເອງ ກະແຈກກະຈາຍນັ້ນ ໄດ້ເກີດຂຶ້ນ ຢ່າງບໍ່ຂາດສາຍ ແຕ່ເຫນືອຮອດໃຕ້.
ນໍ້າໃຈ ຮັກຊາດ ຮັກເອກະລາດ ຂອງທຸກຊົນເຜົ່າ ລວມທັງຄົນລາວຕ່າງດ້າວ ໄດ້ພຸ່ງຂຶ້ນສູງ ເຊິ່ງສະແດງອອກ ໃນການຈັດຕັ້ງ ຫນ່ວຍປະກອບ ອາວຸດ ນັບຈຳນວນບໍ່ຖ້ວນ ຢູ່ໃນ ທຸກພາກ ທົ່ວປະເທດ ທີ່ໂຈມຕີ ທະຫານ ຝຣັ່ງ ແລະ ພວກຂາຍຊາດ ຢ່າງບໍ່ຢຸດຢັ້ງ ຫວັງຊ່ວຍກັນ ຍາດເອົາເອກະລາດ ອັນສົມບູນ ມາໃຫ້ບ້ານເມືອງ…

ໃນ ສະພາບການ ຄື ແນວນີ້ ທີ່ ຊາຍຫນຸ່ມ ຜູ່ຮ່າງ ຜອມບາງ ສູງໂປ່ງ ຜິວກໍ່າຄົນນັ້ນ ໄດ້ຂໍເຂົ້າເຝົ້າ ສະເດັດ ຢູ່ບາງກອກ. ເມື່ອຖືກເຊີນ ເຂົ້າມາ ຊາຍຫນຸ່ມ ໄດ້ນັ່ງລົງພື້ນກາບ ສະເດັດເຈົ້າ ສຸພານຸວົງ ຕາມທຳນຽມ ລາວ ສະໄຫມນັ້ນ ແຕ່ ສະເດັດ ໄດ້ບອກ ໃຫ້ ຊາຍຫນຸ່ມລຸກຂຶ້ນ ພ້ອມກັບ ຖາມວ່າ: “ກິນເຂົ້າແລ້ວບໍ່?”
ຊາຍຫນຸ່ມ ໄດ້ເລົ່າໃຫ້ ສະເດັດ ຟັງວ່າ ຕົນເອງມາແຕ່ ປາກເຊ ແລະ ຢາກເຂົ້າຮ່ວມ ຂະບວນການກູ້ຊາດ ຂອງສະເດັດເຈົ້າ ສຸພານຸວົງ ແລະໄດ້ນຳປັດໄຈ ຈຳນວນຫນຶ່ງ ມາມອບໃຫ້ ສະເດັດ ເພື່ອປະກອບສ່ວນ. ຊາຍຫນຸ່ມ ທີ່ມີທ່າທີ ສະຫງົບ ສຳລວມ ອາຍຸ 23 ຄົນນັ້ນ ຊື່ ຄຳໄຕ ສີພັນດອນ!

ພັກຢູ່ ບາງກອກ ໄລຍະຫນຶ່ງ ທ່ານ ຄຳໄຕ ສີພັນດອນ ໄດ້ກັບຄືນປະເທດ ພ້ອມ ຄຳສັ່ງ ຂອງ ສະເດັດເຈົ້າ ສຸພານຸວົງ ເຖິງກອງກຳລັງຮັກຊາດ ຂອງ ທ່ານ ສີທົນ ກົມມະດຳ ທ່ານ ສະຫມານ ວິຍະເກດ ແລະ ກອງອື່ນໆ ທີ່ ເຄື່ອນໄຫວຕໍ່ສູ້ ຕ້ານ ຝຣັ່ງ ຢູ່ ພາກກາງ ແລະພາກໃຕ້ ຂອງລາວ ວ່າ:

1. ເຕົ້າໂຮມກັນ ເຂົ້າເປັນ ກອງຫນຶ່ງດຽວ ໃສ່ຊື່ວ່າ ກອງທະຫານ “ໄຊຈັກກະພັດ” ໂດຍແຕ່ງຕັ້ງ ທ່ານ ສີທົນ ກົມມະດຳ ເປັນຫົວຫນ້າ ທ່ານ ຄຳໄຕ ສີພັນດອນ ເປັນຮອງ ຝ່າຍການທະຫານ ແລະ ທ່ານ ສະຫມານ ວິຍະເກດ ເປັນຮອງ ຝ່າຍການເມືອງ.
2. ສືບຕໍ່ ສ້າງກຳລັງ ໃຫ້ເຕີບໃຫຍ່ ເຂັ້ມແຂງ ສ້າງຖານທີ່ຫມັ້ນ ແລະ ໂຈມຕີສັດຕູ ຢ່າງຕໍ່ເນື່ອງ.
ສະເດັດເຈົ້າ ສຸພານຸວົງ ໄດ້ອະທິບາຍວ່າ ກອງທະຫານ “ໄຊຈັກກະພັດ” ຕ້ອງສຶບທອດ ມູນເຊື້ອ ວິລະກຳ ຂອງບັນພະບຸລຸດລາວ ວິລະຊົນ ແລະມີໄຊ ໃນການປົກປັກຮັກສາ ເອກະລາດ ຄືກັບທະຫານລາວ ໃນອະດີດ ຂອງ ພະເຈົ້າໄຊຈັກກະພັດ ໃນປະຫວັດສາດລາວ (ຊື່ ໄຊຈັກກະພັດ ແປວ່າ ເຈົ້າຊີວິດລາວ ທີ່ບໍ່ເຄີຍ ປະລາໄຊ ໃນການຮົບ) ແລະ ຍັງມີຄວາມຫມາຍ ໃຫມ່ ແປວ່າ ເອົາຊະນະ ພວກຈັກກະພັດນິຍົມ.

13 ສິງຫາ 1950 ກອງທະຫານ “ໄຊຈັກກະພັດ” ໄດ້ໂຮມກັບ ກອງ “ລາດຊະວົງ” ເປັນແກ່ນສານ ຂອງ ກອງທັບປະຊາຊົນລາວ ພິລະອາດຫານ ໃນທຸກມື້ນີ້.

ກອງພັນ 705, ບັນຊາໂດຍ ທ່ານພົນຕີ ສາຍສະໝອນ ອ່ອນມະນີວັນ, ເປັນກອງພັນທີ່ສືບທອດ ມາຈາກ ກອງທະຫານ “ໄຊຈັກກະພັດ” ແມ່ນ ກອງພັນ ທີ່ຖ້າໄດ້ຕີແລ້ວ ມີແຕ່ໄຊຊະນະເທົ່ານັ້ນ.

ທ່ານ ສີທົນ ກົມມະດຳ ທ່ານພົນເອກ ຄຳໄຕ ສີພັນດອນ ທ່ານພົນໂທ ສະຫມານ ວິຍະເກດ ທ່ານພົນໂທ ດວງໃຈ ພິຈິດ ບັນດາ ນາຍແລະພົນທະຫານ ວິລະຊົນ ຂອງ ກອງທະຫານ “ ໄຊຈັກກະພັດ” ທີ່ໄດ້ເສຍສະຫລະ ຊີວິດ ເລືອດເນື້ອ ເຫື່ອແຮງ ເພື່ອ ບ້ານເມືອງລາວ ຈະຖືກຈາລຶກໄວ້ ໃນດວງໃຈ ຂອງ ປະຊາຊົນລາວ ທຸກເຜົ່າ ຕະຫລອດໄປ !

ຂອບໃຈຂໍ້ມູນຈາກເພຈ: Prince Souphanouvong

 

Be the first to comment

Leave a Reply

Your email address will not be published.


*