ໄປທ່ຽວບຸນວັດພູທັງໄດ້ໄປເບິ່ງງານເປີດປີທ່ອງທ່ຽວ

ວັນທີ 29-31 ມັງກອນ 2018 ນີ້ ເປັນມື້ຈັດງານບຸນນະມັດສະການຜາສາດຫີນວັດພູ ຊຶ່ງພາຍໃນງານບຸນນະມັດສະການຜາສາດຫີນວັດພູປີນີ້ ນອກຈາກມີກິດຈະກຳຕ່າງໆທີ່ກ່ຽວກັບຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາແລ້ວ ພິເສດປີນີ້ແມ່ນມີງານເປີດປີທ່ອງທ່ຽວລາວ ທ່ອງທ່ຽວແຂວງຈຳປາສັກ ຊຶ່ງງານເປີດປີທ່ອງທ່ຽວຈະຈັດຂຶ້ນໃນວັນທີ 29 ມັງກອນ 2018 ເລີ່ມເວລາ 16:00 ໂມງເປັນຕົ້ນໄປ. ພາຍໃນ ງານຈະມີຂະບວນແຫ່ຂອງບັນດາກ້ອນກຳລັງຈາກ 10 ຕົວເມືອງ, ມີຂະບວນຟ້ອນອັບສະລາ ຂອງນັກຮຽນ ເມືອງຈຳປາສັກ. ສຳລັບການຄົບງັນໃນເວທີກາງເລີ່ມແຕ່ 20:00 ໂມງເປັນຕົ້ນໄປ ແມ່ນມີການສະແດງສິລະ ປະວັນນະຄະດີຈາກພາກສ່ວນຕ່າງໆ ທັງເມືອງ ແລະ ແຂວງ. ພ້ອມນີ້ ຍັງມີຄອນເສີດ ໂດຍມີນັກຮ້ອງທີ່ມີຊື່ ສຽງຈາກ ນະຄອນຫຼວງວຽງຈັນ ແລະ ນັກຮ້ອງຈາກໄທ ທີ່ຈະມາໃຫ້ທ່ານໄດ້ສຳຜັດແບບໃກ້ຊິດ. ແຕ່ກ່ອນ ຈະຮອດມື້ບຸນ ນະມັດສະການຜາສາດຫີນວັດພູ ຜູ້ຂຽນຈະພາທ່ານຜູ້ອ່ານໄດ້ຮູ້ກ່ຽວກັບສະຖານບູຮານທີລືຊື່ ແລະ ເປັນມໍລະດົກໂລກແຫ່ງທີ 2 ຂອງລາວແຫ່ງນີ້ຕື່ມ ເພື່ອໃຫ້ການທ່ອງທ່ຽວ ແລະ ກາບໄຫວ້ສັກກາລະບູຊາ ຢູ່ສະຖານບູຮານວັດພູ ໄດ້ທັງຄວາມມ່ວນຊື່ນເບີກບານ ແລະ ຮູ້ຄວາມເປັນມາຂອງສະຖານທີ່ສຳຄັນນີ້ ໄປພ້ອມ.
ກຸ່ມສະຖານບູຮານວັດພູຕັ້ງຢູ່ບົນເປີ້ນພູເກົ້າ ປິ່ນໜ້າໃສ່ທົ່ງພຽງຈຳປາສັກ ແລະ ແມ່ນ້ຳຂອງ. ຕົວວິຫານເອງແມ່ນປະດິດສະຖານຢູ່ບົນຖ້ານເທິງສຸດຂອງເປີ້ນພູ ຊຶ່ງມີຄວາມສູງຈາກລະດັບນ້ຳທະເລປະມານ 200 ແມັດ ແລະ ເປັນບ່ອນທີ່ມີບໍ່ນ້ຳທຳມະຊາດໄຫຼລິນອອກມາຈາກເງີບຫີນ. ສ່ວນວ່າໂຄງສ້າງອື່ນໆຂອງກຸ່ມສະຖານບູຮານທັງໝົດຖືກຈັດວາງຕາມແຜນຜັງແບບຢຶດແນວເສັ້ນແກນຕາເວັນອອກ-ຕາເວັນຕົກເປັນຫຼັກ ມີລວງຍາວທັງໝົດປະມານ 1.400 ແມັດ ຊຶ່ງເຊື່ອມຕໍ່ພື້ນທີ່ຮາບຂອງທົ່ງພຽງຈຳປາສັກຂຶ້ນຫາເປີ້ນພູ.


ຢູ່ຖ້ານລຸ່ມສຸດໂດຍເລີ່ມຈາກທິດຕາເວັນອອກ ມີໜອງສະຂະໜາດ 200 x 600 ແມັດ ອາດຈະຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 10-11, ຂອບສະດ້ານຕາເວັນຕົກມີການກໍ່ສ້າງເປັນແຖ່ນລະບຽງຫີນທີ່ຈັດວາງຢ່າງປານີດ ແຕ່ປັດຈຸບັນຖືກເພພັງ ແລະ ເຕັມໄປດ້ວຍສິ່ງສະຫຼັກຫັກພັງຢັງຢາຍບໍ່ເປັນລະບຽບຈາກການສ້າງສາລາໃນປີ 1958. ຢູ່ດ້ານເໜືອຍັງມີໜອງສະໃຫຍ່ອີກສອງໜອງທີ່ຖືກສ້າງດ້ວຍວິທີການປ້ານຄັນຄູກັ້ນດິນ( ບໍ່ໄດ້ໃຊ້ວິທີຂຸດ ). ໜຶ່ງໃນນີ້ ໜ່ວຍທີ່ຕິດກັບໜອງສະໃຫຍ່ແມ່ນຖືກສ້າງຂຶ້ນໃນລະຫວ່າງທ້າຍສະຕະວັດທີ 11 ຫາຕົ້ນສະຕະວັດທີ 12 . ຈາກແຖ່ນຫີນຂອບໜອງສະເປັນຈຸດເລີ່ມຕົ້ນຂອງເສັ້ນທາງເດີນຈົງກົມ ຊຶ່ງປະດັບດ້ວຍເສົາເສລຽງລາຍຢູ່ຕາມສອງຂອກຂ້າງຂອງເສັ້ນທາງຫຼັກ.
ກຸ່ມສະຖານບູຮານວັດພູຖືກສ້າງຂຶ້ນບົນ 6 ຖ້ານທີ່ແຕກຕ່າງກັນ. ຖ້ານທີໜຶ່ງມີຄວາມກວ້າງຈາກທິດຕາເວັນອອກຫາທິດຕາເວັນຕົກຫຼາຍກວ່າ 130 ແມັດ. ດ້ານໜ້າປະກອບດ້ວຍ 2 ອາຄານໃຫຍ່ເປັນຮູບ 4 ຫຼ່ຽມທີ່ເຮັດດ້ວຍຫີນກວ້າງ 44 ແມັດ, ແຕ່ລະອາຄານເປັນຮູບ 4 ຫຼ່ຽມ ມີກົມມະລຽນອ້ອມຮອບສະໜາມຫຍ້າທີ່ມີຂະໜາດ 62 x 42 ແມັດ, ອາຄານທັງສອງຫຼັງຕັ້ງຢູ່ກົງກັນຂ້າມກັນ ແລະ ຂະໜານກັບເສັ້ນແກນ, ຫ້ອງໂຖງດ້ານໜ້າເປັນຮູບ 4 ຫຼ່ຽມເປີດໄປສູ່ສະໜາມຫຍ້າ ໂດຍມີທາງເຂົ້າສູ່ອາຄານທີ່ແກະສະຫຼັກດ້ວຍລວດລາຍ ແລະ ເປັນປະຕູເຊື່ອມຕໍ່ໄປຍັງກົມມະລຽນອີກ 3 ດ້ານ ອາຄານເຫຼົ່ານີ້ໃນເມື່ອກ່ອນເອີ້ນວ່າພະລາດຊະວັງ. ເຖິງຢ່າງໃດກໍ່ດີ ນັກຄົ້ນຄວ້າໄດ້ມີການສັນນິຖານວ່າສະຖານທີ່ແຫ່ງນີ້ອາດຖືກນຳໃຊ້ປະໂຫຍດທາງສາສະໜາ ໂດຍໃຊ້ເປັນສະຖານທີ່ຮັບຮອງພະສົງ ຫຼື ນັກສະແຫວງບຸນໃນໄລຍະດຳເນີນພິທີທາງສາສະໜາ. ຮູບແບບທາງສະຖາປັດຕະຍະກຳແບບໂກະແກ ( Koh Ker ) ຊຶ່ງເລີ່ມຕົ້ນໃນຍຸກສະຕະວັດທີ 11.


ເນື້ອທີ່ທາງທິດຕາເວັນຕົກຂອງຖ້ານທີໜຶ່ງນີ້ ເປັນພື້ນທີ່ຫວ່າງເປົ່າ ແລະ ຄ່ອຍໆລາດຊັນຂຶ້ນໄປຫາຕີນຂອງຖ້ານທີສອງ. ລຽບຕາມສອງຂ້າງຂອງທາງຍ່າງ ຖືກປະດັບດ້ວຍຫຼັກເສົາເສ ວາງເປັນໄລຍະຫ່າງທີ່ສະ ໝຳ່ສະເໝີ ແລະ ຍັງມີຮອຍຂອງໂຄງສ້າງເໝືອນກົມມະລຽນຊຶ່ງຄ້ຳດ້ວຍເສົາຫີນ ໂຄງຫຼັງຄາເຮັດດ້ວຍໄມ້ ແລະ ມຸງດ້ວຍດິນຂໍ. ຢູ່ທາງດ້ານໃຕ້ມີອາຄານຮູບ 4 ຫຼ່ຽມຂະໜາດນ້ອຍຫຼັງໜຶ່ງ ທີ່ສ້າງດ້ວຍຫີນຊາຍເປີດປະຕູສູ່ທິດເໜືອ ແລະ ໃຕ້, ປະຊາຊົນເອີ້ນວ່າ ໂຮງງົວອຸສຸພະລາດ ຖືກສ້າງຂຶ້ນໃນສະຕະວັດທີ 11.ສ່ວນຈຸດປະສົງທີ່ແທ້ຈິງໃນການສ້າງຫໍໄຫວ້ຫຼັງນີ້ນັ້ນ ຍັງບໍ່ທັນເປັນທີ່ຊັດເຈນເທື່ອ, ບາງທີອາດຈະເປັນຈຸດຕົ້ນທາງທີ່ເຊື່ອມຕໍ່ໄປສູ່ເສັ້ນທາງບູຮານໃນຍຸກນັ້ນ ເພາະທີ່ຕັ້ງຂອງອາຄານຫຼັງນີ້ແມ່ນກົງກັບສົ້ນສຸດຂອງເສັ້ນທາງບູຮານນີ້ເອງ. ອາ ຄານດ່ຽວປະເພດນີ້ ທີ່ມີໂຄງສ້າງເປັນຮູບສີ່ຫຼ່ຽມຍາວເປີດປະຕູໄປສູ່ສອງທິດ ຖືວ່າຫາຍາກທີ່ສຸດໃນສະຖາ ປັດຕະຍະກຳຂອງຊາວຂະແມ.
ລະດັບສູງຈາກຖ້ານທີໜຶ່ງຂຶ້ນໄປປະມານ 2 ແມັດ ເປັນກຳແພງກັນເຈື່ອນຂອງຖ້ານທີສອງ. ຖ້ານນີ້ປະກອບສ້າງເປັນສະພານເຊື່ອມຕໍ່ເສັ້ນທາງຫຼັກລະຫວ່າງສອງຖ້ານເຂົ້າຫາກັນ. ຢູ່ສອງຂ້າງຂອງຈຸດເຊື່ອມຕໍ່ນີ້ ມີໂຄງສ້າງຂະໜາດນ້ອຍອີກສອງແຫ່ງ ຊຶ່ງເປັນບ່ອນປະດິດສະຖານຮູບແກະສະຫຼັກຂອງທະວາຣະບານຫຼືຜູ້ຮັກສາປະຕູ ສ້າງໃນສະຕະວັດທີ 13, ໃນນີ້ມີຮູບແກະສະຫຼັກຂອງທະວາຣະບານທີ່ຍັງສົມບູນຢູ່ອົງໜຶ່ງຕັ້ງຢູ່ໃນສະພາບສົມບູນດີ ( ຊາວທ້ອງຖິ່ນເອີ້ນພະຍາກຳມະທາ ); ຍັງມີຮູບທະວາຣະບານບໍ່ມີສຽນອີກສອງອົງ ແລະ ຊິ້ນສ່ວນອີກຈຳນວນໜຶ່ງທີ່ຢັງຢາຍຢູ່ບໍລິເວນໃກ້ຄຽງແຕ່ບໍ່ແມ່ນຈຸດທີ່ຕັ້ງເດີມ.
ຈາກນັ້ນ ມີຂັ້ນໄດອັນໜຶ່ງປະກອບສ້າງເປັນສະພານຍາວກໍ່ຍົກລະດັບ ມີຝາກຳແພງກັນເຈື່ອນທັງສອງຂ້າງ ອັນເປັນເສັ້ນທາງເຊື່ອມຕໍ່ເຂົ້າຫາພື້ນທີ່ຂອງຖ້ານທີສາມ. ເສັ້ນແກນກາງຂອງຂັ້ນໄດນີ້ມີຄວາມຍາວ 75 ແມັດ ແລະ ຄ່ອຍໆລາດຊັນຂຶ້ນໄປເປັນລຳດັບມີຄວາມສູງເຖິງ 15 ແມັດ, ສອງຟາກຂ້າງເປັນພື້ນທີ່ຫວ່າງເປົ່າ ແລະ ເປັນເນີນພູທຳມະຊາດ.
ຖ້ານທີສີ່ ມີຄວາມກວ້າງປະມານ 20 ແມັດ ກັ້ນດ້ວຍກຳແພງກັນເຈື່ອນທີ່ສູງ, ເດີມແທ້ມີຂັ້ນໄດສາມຂັ້ນຂຶ້ນຫາຖ້ານນີ້, ຂັ້ນໄດສ່ວນທາງກາງຖືກດັດແປງ ແລະ ກໍ່ເພີ່ມຕື່ມໃນຍຸກຕໍ່ມາດ້ວຍປ່ຽງຫີນທີ່ຖືກນຳໃຊ້ແລ້ວ. ຢູ່ຖ້ານນີ້ມີຫໍໄຫວ້ກໍ່ດ້ວຍດິນຈີ່ 6 ໜ່ວຍ ຢູ່ແຕ່ລະຂ້າງຂອງເສັ້ນທາງຫຼັກມີ 3 ໜ່ວຍ. ຫໍໄຫວ້ເຫຼົ່ານີ້ ຕັ້ງຢູ່ໃນແນວເສັ້ນຊື່ດຽວກັນຕາມທິດເໜືອ-ໃຕ້ ຢູ່ດ້ານໃນຂອງຫໍໄຫວ້ແຕ່ລະຫຼັງມີສີວະລິງຄະປະດິດສະຖານຢູ່. ອີງຕາມຮູບແບບການກໍ່ສ້າງຂອງຫໍໄຫວ້ ແລະ ຮູບແບບສິລະປະຂອງລິງຄະແລ້ວ ບົ່ງບອກເຖິງຍຸກສະຕະວັດທີ 11.
ຖ້ານທີຫ້າມີເນື້ອທີ່ກວ້າງປະມານ 20 ແມັດເຊັ່ນກັນ, ແຕ່ແບ່ງອອກເປັນສອງສ່ວນດ້ວຍຂັ້ນໄດຫີນຕຳ່ໆ ແລະ ຍົກລະດັບສູງຂຶ້ນຈາກຖ້ານທີສີ່ເລັກໜ້ອຍ. ມີລານປູດ້ວຍຫີນປະກອບເປັນລະບຽງນາຄະບັນພົດຢູ່ຕົງແກນກາງຂອງເສັ້ນທາງຫຼັກ.
ເລີ່ມຈາກຖ້ານທີຫ້ານີ້ເປັນຕົ້ນໄປມີກຳແພງກັ້ນດິນທີ່ສູງ 7 ຊັ້ນ ຢອງກັນເປັນລັ່ນໆ ໂດຍມີຄວາມສູງເຖິງ 15 ແມັດ. ຢູ່ແນວແກນກາງມີຂັ້ນໄດ 7 ຖ້ານ, ແຕ່ລະຖ້ານມີ 11 ຂັ້ນ.
ຂັ້ນໄດນີ້ໄປບັນຈົບຢູ່ຖ້ານທີຫົກ ຊຶ່ງເປັນຖ້ານສຸດທ້າຍ ມີລະດັບຄວາມສູງເໜືອລະດັບໜອງສະ 75 ແມັດ, ເປັນຈຸດທີ່ສາມາດຊົມທັດສະນີຍະພາບຂອງກຸ່ມເທວະສະຖານທັງໝົດ, ທົ່ງພຽງ ແລະ ສາຍນ້ຳຂອງໄດ້ຢ່າງປະທັບໃຈ. ຖ້ານເທິງສຸດນີ້ມີພື້ນທີ່ປະມານ 60 x 60 ແມັດ ເປັນທີ່ຕັ້ງຂອງຜາສາດປະທານ ( ວິຫານ ) ຫຼື ສິມສ້າງເພື່ອອຸທິດແດ່ພະສີວະເທບ ທີ່ປະດິດສະຖານຢູ່ໃຈກາງຂອງສິມ. ພື້ນທີ່ດ້ານຫຼັງຂອງສິມ ຢູ່ໃຕ້ຕີນຜາຫີນມີບໍ່ນ້ຳທຳມະຊາດທີ່ຊາວບ້ານເອີ້ນກັນວ່ານ້ຳທ່ຽງ, ບໍລິເວນນີ້ເປັນພື້ນທີ່ປິດທັງສີ່ທິດ, ຊຶ່ງຖືວ່າເປັນພື້ນທີ່ສັກສິດໃນບໍລິເວນນີ້. ນ້ຳທ່ຽງຖືກໂຕ່ງສະສົມຢູ່ໃນອ່າງທີ່ກໍ່ດ້ວຍດິນຈີ່ ແລ້ວສົ່ງຜ່ານທາງທໍ່ຮາງລິນຫີນໄປຍັງສິມ ເພື່ອຫົດສົງພະສີວະລິງຄະທີ່ປະດິດສະຖານຢູ່ດ້ານໃນ. ເພາະສະນັ້ນຈຶ່ງຖືວ່າ ລິງຄະ ແມ່ນຖືກຫົດສົງຢູ່ຕະ ຫຼອດເວລາ ດ້ວຍນ້ຳທີ່ສັກສິດທີ່ອອກບໍ່ໄຫຼລິນຢູ່ຢ່າງບໍ່ເຫືອດແຫ້ງ. ຢູ່ດ້ານໃຕ້ຂອງສິມມີຊາກໂຄງສ້າງຂະໜາດນ້ອຍຫຼັງໜຶ່ງເອີ້ນວ່າ: “ ບັນນາໄລ ” ຫຼື “ ຫໍໄຕ ” ຫຼື “ ຫ້ອງສະໝຸດສົງ ”.
ພື້ນທີ່ທາງທິດຕາເວັນຕົກຂອງຖ້ານເທິງສຸດນີ້ ປິດກັ້ນດ້ວຍກຳແພງກົມມະລຽນ, ດ້ານເໜືອມີໂຂດຫີນທຳມະຊາດຂະໜາດໃຫຍ່, ມີຫໍແຈກ ແລະ ກຸດຕິ ຊຶ່ງເປັນໂຄງສ້າງຍຸກໃໝ່. ຢູ່ຫ່າງໄປທາງທິດເໜືອອີກມີຮູບຄວັດບົນໂງ່ນຫີນທຳມະຊາດເປັນຮູບແຂ້, ຮູບຊ້າງ ແລະ ອື່ນໆ ເປັນຕົ້ນວ່າຮ່ອງຮອຍຂອງໂຄງສ້າງບູຮານບົນຫີນທຳມະຊາດປ່ຽງດຽວ ອາດເປັນຫໍເຂົ້າກຳບ່ອນວິປັດສະນາໃນສະໄໝສະຕະວັດທີ 7 ຊຶ່ງປັດຈຸບັນນີ້ໄດ້ຖືກເພພັງຍ້ອນການກິ້ງຕົວຂອງຫີນທີ່ເຈື່ອນລົງມາຈາກເທິງພູ.
ຈາກການສຶກສາເບິ່ງໂຄງສ້າງຂອງສິມ ສ່ວນທີ່ສ້າງດ້ວຍດິນຈີ່ອາດຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 10-11 ແລະ ມົນດົບສ່ວນທີ່ສ້າງດ້ວຍຫີນອາດຖືກຕໍ່ເຕີມໃນຍຸກຕໍ່ມາ ຄືຢູ່ໃນລະຫວ່າງສະຕະວັດທີ 11, ສິລະປະທາງປະຕິມາກຳທີ່ປະດັບຢູ່ຕາມມົນດົບ ແມ່ນປານີດສວຍງາມເປັນສິລະປະແບບບາພວນ ຂອງຍຸກສະຕະວັດທີ 11.
ກຸ່ມສະຖານບູຮານທັງໝົດ ແມ່ນໄດ້ຜ່ານໄລຍະການຂະຫຍາຍຕົວອັນຍາວນານ. ຄືດັ່ງໄດ້ກ່າວມາຂ້າງເທິງ ຮ່ອງຮອຍທີ່ເກົ່າແກ່ທີ່ສຸດທີ່ຄົ້ນພົບແມ່ນຢູ່ໃນຄຣິດຕະສະຕະວັດທີ 7, ແຕ່ວ່າໂຄງສ້າງສ່ວນໃຫຍ່ເທົ່າທີ່ຫຼົງເຫຼືອໃຫ້ເຫັນໃນທຸກວັນນີ້ແມ່ນຖືກສ້າງຂຶ້ນໃນຍຸກຫຼັງ. ບັນດາໂຄງສ້າງຫຼັກໆ ແມ່ນຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 11-12 ແລະ ສະຖານບູຮານແຫ່ງນີ້ແມ່ນໄດ້ຮັບການທະນຸບຳລຸງຈາກບັນດາເຈົ້າຈອມແຫ່ງນະຄອນວັດມາຈົນເຖິງສະຕະວັດທີ 14. ວັດພູໄດ້ຖືກຫັນປ່ຽນຈາກລັດທິຮິນດູມາເປັນພຸດທະສາສະນະສະຖານໃນສະຕະວັດທີ 13 ແລະ ໄດ້ສືບເນື່ອງເປັນສາສະໜາທີ່ນັບຖືສັກກາລະບູຊາໂດຍຊາວເມືອງໂດຍຕະຫຼອດມາຈົນເຖິງທຸກວັນນີ້.

ນຳສະເໜີໂດຍ: ສ. ເພັດທານີ ໜັງສືພິມຈໍາປາໃໝ່

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *