
“ຢາຢ່າ ອຸຣັດສະຍາ” ນັກສະແດງສາວຊື່ດັງແຖວໜ້າຈາກປະເທດໄທ ເດີນທາງທ່ອງທ່ຽວປະເທດລາວ ໂດຍໃນວັນທີ 25 ທັນວາ 2017 ເຊິ່ງກົງກັງວັນ Christmas ຈຶ່ງໄດ້ມີເວລາວັນພັກ ແລະ ເດີນທາງມາຢ້ຽມຢາມເມືອງມໍລະດົກໂລກ ເຊິ່ງ ຢາຢ່າ ໄດ້ເຊັກອິນທີ່ ແຂວງ ຫຼວງພະບາງ ປະເທດລາວເຮົາ ແລະ ຍັງໄດ້ໂພສຮູບພາບໃສ່ບາດເຮັດບຸນຕັ້ງແຕ່ເຊົ້າມືດ ພ້ອມນຸ່ງຊຸດໄໝ ບຽງແພ ມາໃນຊຸດສີສົ້ມ ຕາມແບບຮີດຄອງປະເພນີລາວ ຢູ່ທີ່ຫຼວງພະບາງ ນອກຈາກນັ້ນຍັງມີໂອກາດໄດ້ຂີ່ລົດຈຳໂບ້ຂອງລາວເຮົາ ພ້ອມຖ່າຍຮູບອັບລົງ Instagram ຂອງຕົນອີກດ້ວຍ
Leave a Reply