ການຜະລິດກະສິກຳອິນຊີ ໄດ້ຂະຫຍາຍອອກສູ່ວົງກວ້າງ

ການ​ພັດທະນາ​ກະສິກຳ​ອິນຊີ​ຢູ່ ​ສປປ ລາວ ໄດ້​ເລີ່ມ​ມາ​ແຕ່​ປີ 2004 ກະສິກຳ​ອິນ​ຊີ​ໄດ້​ພັດ​ທະນາ​ຈາກ​ກະສິກຳ​ແບບ​ທຳ​ມະຊາດ ​ເຂົ້າ​ສູ່​ລະບົບ​ການ​ຜະລິດ​ທີ່​ມີມາດຕະຖານ ແລະ ມີ​ລະບົບການ​ຢັ້ງຢືນ​ຕາມ​ມາດຕະຖານ ທີ່​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາກົນ ໂດຍ​ໄດ້​ຮັບ​ການ​ສະໜັບສະ​ໜູນ​ຊ່ວຍເຫຼືອ ແລະ ໃຫ້ການຮ່ວມ​ມື​ຈາກ​ບັນດາ​ກົມ​ກອງ​ທີ່ກ່ຽວຂ້ອງ​ທັງ​ສາຍ​ຕັ້ງ ແລະ ສາຍຂວາງ ອົງການ​ປົກຄອງ​ຂັ້ນ​ທ້ອງຖິ່ນ​ຕ່າງໆ ກຸ່ມ​ຊາວ​ກະສິກອນ​ຜູ້ປະກອບ​ການ ແລະ ຄູ່​ຮ່ວມ​ພັດທະ​ນາ.

ປັດຈຸບັນ ການ​ຜະລິດ​ກະສິກຳອິນ​ຊີ ​ທີ່​ເຂົ້າ​ໃນ​ລະບົບ​ມາດ​ຕະຖານ​ໄດ້​ຂະຫຍາຍ​ອອກ​ສູ່​ວົງກວ້າງ 8 ແຂວງ​ໃນ​ຂອບ​ເຂດ​ທົ່ວປະເທດ ຄື: ນະຄອນຫຼວງ​ວຽງຈັນ ແຂວງ​ວຽງ​ຈັນ ໄຊ​ຍະ​ບູ​ລີ ຫຼວງ​ພະ​ບາງ ຊຽງ​ຂວາງ ອຸດົມໄຊ ສະຫວັນ​ນະ​ເຂດ ແລະ ແຂວງຈຳປາ​ສັກ ມີ​ຊາວ​ກະສິກອນ​ທີ່​ໄດ້ຮັບ​ການ​ເຝິກອົບຮົມທັງ​ໝົດ 5 ພັນ​ເທື່ອ​ຄົນ ມີ​ກຸ່ມ​ຜະລິດ ແລະ ຜູ້ປະກອບ​ການ​ທີ່​ໄດ້​ຮັບ​ການ​ຢັ້ງຢືນ ຈາກ​ກົມ​ປູກຝັງ​ກະຊວງ​ກະສິກຳ ແລະ ປ່າໄມ້ ຈຳນວນ 44 ຫົວໜ່ວຍ ເຊິ່ງ​ປະກອບ​ມີ 19 ບໍລິສັດ 17 ກຸ່ມ 2 ສະມາຄົມ 3 ນິຕິ​ບຸກຄົນ ແລະ 3 ສູນ​ກະສິກຳ​ຂອງລັດ​ມີ​ເນື້ອທີ່ໆ​ໄດ້​ຮັບ​ການ​ຢັ້ງຢືນ 2.869,58 ເຮັກຕາ ແລະ ຜົນຜະລິດ 815.335,44 ໂຕນ/ປີ ສິ່ງ​ທີ່​ພົ້ນ​ເດັ່ນ​ອີກ​ຢ່າງ​ໜຶ່ງ ແມ່ນການ​ລິ​ເລີ່ມ​ເປີດ​ຕະຫຼາດ​ກະສິກຳອິນ​ຊີ​ຊາວ​ສວນ​ຢູ່​ນະຄອນຫຼວງວຽງ​ຈັນ ເຊິ່ງ​ໄດ້​ເລີ່ມ​ມາ​ແຕ່​ປີ 2006 ມາ​ຮອດ​ປັດຈຸບັນ ເຫັນ​ວ່າຕະຫຼາດ​ກະສິກຳ​ອິນ​ຊີ​ຊາວ​ສວນ ໄດ້​ແຜ່​ຂະຫຍາຍ​ອອກ​ໄປ​ຫຼາຍ​ຈຸດ ແລະ ຫຼາຍ​ມື້ ເພື່ອ​ສະໜອງຄວາມ​ຕ້ອງການ​ຂອງ​ຜູ້​ບໍລິໂພກ ເຊິ່ງ​ຈຸດ​ຂາຍ​ໄດ້​ແຜ່​ກະຈາຍ​ຢູ່​ເດີ່ນທາດຫຼວງ ຕະຫຼາດ​ຫ້ວຍ​ຫົງ ຕະຫຼາດ​ວຽງ​ຈັນ​ເຊັນ​ເຕີ ແລະ ເດີ່ນອະນຸສາວະລີ​ເຈົ້າຟ້າ​ງຸ່ມ.

ເຖິງ​ແມ່ນ​ວ່າການ​ພັດທະນາກະສິກຳ​ອິນ​ຊີ​ຂອງ​ປະເທດ​ເຮົາ ໄດ້​ມີ​ທ່າແຮງ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ແຕ່​ເບິ່ງ​ລວມ​ແລ້ວ​ການຜະລິດ ແລະ ການ​ຕະຫຼາດ​ກະ​ສິກຳ​ອິນ​ຊີ​ຂອງ​ລາວ​ຍັງ​ຢູ່​ໃນ​ລັກ​ສະນະ​ກະ​ແຈກ​ກະຈາຍ ເຮັດ​ພໍ​ໃຜ​ພໍລາວ​ບໍ່​ມີ​ຈຸດ​ສຸມ ແລະ ພັດທະນາ ໃນ​ທິດ​ທາງ​ດຽວ​ກັນ ຕ່າງ​ຝ່າຍຕ່າງ​ເຮັດ​ບໍ່​ສາມາດ​ເຕົ້າໂຮມ ແລະ ນຳ​ໃຊ້​ກຳລັງ​ແຮງ​ຂອງ​ປວງຊົນ​ທົ່ວ​ຂະແໜງການ ແລະ ທ້ອງຖິ່ນ ໂດຍ​ສະເພາະແມ່ນ​ພາກສ່ວນ​ການ​ຜະລິດ ພາກສ່ວນ​ການຕະຫຼາດ ພາກສ່ວນ​ບໍລິໂພກ ແລະ ພາກສ່ວນ​ທີ່​ເຮັດ​ໜ້າທີ່​ໃນການ​ສະໜັບສະໜູນ​ຂອງ​ພາກລັດ ແລະ ອົງ​ການຈັດຕັ້ງ​ສາກົນຕ່າງໆ ຫຼື ເວົ້າ​ຢ່າງ​ໜຶ່ງ​ການ​ຜະລິດ ແລະ ການ​ພັດທະນາ​ກະ​ສິກຳ​ອິນ​ຊີ​ບໍ່​ທັນ​ມີ​ລະບົບ​ເຊື່ອມຈອດ​ກັນ ລະຫວ່າງ​ຂະ​ບວນ​ການຕ່ອງ​ໂສ້ ການ​ຜະລິດ​ເລີ່ມ​ແຕ່​ລະດັບ​ຟາມ ການ​ປຸງ​ແຕ່ງ ແລະ ການ​ຕະຫຼາດ ແລະ ພ້ອມ​ດຽວກັນ​ນັ້ນ ຍັງ​ບໍ່​ໄດ້​ຈັດ​ຕັ້ງ​ປະຕິບັດກົນ​ໄກ​ປະສານ​ງານ​ຕາມ​ຫຼັກການຮ່ວມ​ມື 4 ປະສານຄື: ພາກ​ລັດ ເອກະ​ຊົນ ຊາວ​ກະສິກອນ ແລະ ສະ​ຖາ​ບັນ​ການ​ເງິນ. ຂ່າວ: ນສພ ວຽງຈັນໃຫ່ມ

Be the first to comment

Leave a Reply

Your email address will not be published.


*